ຂ.ອັຕປືບໍ່ພ້ອມ ສໍາລັບໄຂ້ຫວັດນົກ

ແຂວງອັຕປື ຍັງບໍ່ມີການກຽມພ້ອມ ເພື່ອປ້ອງກັນ ໄຂ້ຫວັດນົກເທື່ອ ໃນຂະນະທີ່ ກັມພູຊາ ມີຄົນເສັຍຊີວິດ ເພີ້ມຂຶ້ນ ຍ້ອນໄຂ້ຫວັດນົກ.

0:00 / 0:00

ກົດຟັງສຽງ

ຫ້ອງການພຍາດຣະບາດ ຜແນກສາທາຣະນະສຸກ, ແຂວງອັຕປື ເປີດເຜີຍ ວ່າ ປັດຈຸບັນ ຍັງບໍ່ມີການກຽມພ້ອມ ເພື່ອປ້ອງກັນ ໄຂ້ຫວັດນົກ ເທື່ອ, ເນື່ອງຈາກວ່າ ທາງແຂວງ ຍັງບໍ່ທັນໄດ້ຮັບ ແຈ້ງເຕືອນ ຈາກກະຊວງ ເຖິງແມ່ນວ່າ ກະຊວງສາທາຣະນະສຸກ ກັມພູຊາ ແລະ ອົງການອະນາໄມໂລກ ອອກຖແລງການ ຫລ້າສຸດ ວ່າ ໄຂ້ຫວັດນົກ ໃນປະເທດກັມພູຊາ ຣະບາດໜັກ, ມີຄົນເສັຍຊີວິດ ເພີ້ມເປັນ 4 ຄົນແລ້ວ ໃນຮອບ 2 ເດືອນນີ້. ເຈົ້າໜ້່າທີ່ ຫ້ອງການພຍາດຣະບາດ ຜແນກສາທາຣະນະສຸກ ແຂວງອັຕປື ກ່າວວ່າ ວ່າ:

”ທາງອັຕປືນີ້ ບໍ່ໄດ້ຮູ້ ມີແຕ່ວ່າ ເຝົ້າຣະວັງ ທັມມະດາ ແຕ່ວ່າ ພວກເຮົາ ຢູ່ໜ່ວຍງານ ຣະບາດ ບໍ່ໄດ້ຮູ້ວ່າ ມັນເກີດແນວໃດ ບໍ່ໄດ້ຍິນທາງຣະບາດ ເມືອງຣາຍງານ ມາໃຫ້ພວກເຮົາ.”

ຍານາງ ກ່າວຕື່ມວ່າ ປັດຈຸບັນ ແຂວງອັຕປື ມີພຽງການເຝົ້າຣະວັງ ພຍາດປົກກະຕິ ທົ່ວໄປ, ບໍ່ໄດ້ມີການເຝົ້າຣະວັງ ພຍາດໃດເປັນພິເສດ. ແຕ່ປົກກະຕິແລ້ວ ຕາມດ່ານຊາຍແດນ ລາວ-ກັມພູຊາ ຈະມີ ເຈົ້າໜ້າທີ່ ສັຕວະແພດ ແລະ ເຈົ້າໜ້າທີ່ ຂແນງລ້ຽງສັດ ລໍຖ້າສີດຢາຂ້າເຊື້ອໂຣກ ໃຫ້ກັບຣົຖຂົນສັດ ຢູ່ແລ້ວ, ແຕ່ບໍ່ໄດ້ມີການເຝົ້າຣະວັງ ຫລືກວດໂຣກ ໃນຄົນ ແຕ່ຢ່າງໃດ.

ສໍາລັບ ສະຖານນະການ ຣະບາດ ຂອງໄຂ້ຫວັດນົກ ໃນກັມພູຊານັ້ນ, ມີຣາຍງານ ວ່າ ເຣີ່ມຣະບາດ ໃນແຂວງ ບັ໋ນເຕັຍມຽນເຈ໋ ເມື່ອຕົ້ນເດືອນກຸມພາ ຜ່ານມາ, ໂດຍຣະບາດ ຈາກສັດປີກ ສູ່ຄົນ. ຫລ້າສຸດ ເມື່ອວັນທີ 31 ເດືອນມີນາ ມີຣາຍງານ ວ່າ ມີຜູ້ເສັຍຊີວິດ ຈາກໄຂ້ຫວັດນົກ ເພີ້ມອີກ 1 ຄົນ, ຊຶ່ງເປັນເດັກນ້ອຍ ອາຍຸ 11 ປີ. ການຣະບາດ ຂອງເຊື້ອໄຂ້ຫວັດນົກ ຄັ້ງນີ້ ຖືວ່າ ໜ້າເປັນຫ່ວງ. ສ່ວນ ຢູ່ໃນປະເທດໄທ ມີການຫ້າມ ນໍາສັດປີກ ຈາກກັມພູຊາ ເຂົ້າປະເທດ ແລະ ມີການຕັ້ງດ່ານກວດ ຜູ້ຕິດເຊື້ອໄຂ້ຫວັດນົກ ຢ່າງຣະມັດຣະວັງ ຕາມດ່ານເຂດຊາຍແດນ ໄທ-ກັມພູຊາ ແລ້ວ.

ເຖິງຢ່າງໃດ ກໍຕາມ, ເຈົ້າໜ້າທີ່ລາວ ກ່າວຕື່ມວ່າ ຖ້າຫາກວ່າ ໄດ້ຮັບການແຈ້ງເຕືອນ ຈາກກະຊວງ ສາທາຣະນະສຸກ, ທາງແຂວງ ກໍຈະເພີ້ມ ມາຕການ ປ້ອງກັນ ພະຍາດໄຂ້ຫວັດນົກນີ້, ແຕ່ຈາກຣາຍງານ ເບື້ອງຕົ້ນ ຍັງບໍ່ມີປະຊາຊົນ ໃນແຂວງອັຕປື ຕິດເຊື້ອໄຂ້ຫວັດນົກເທື່ອ.