ກາຊີໂນບໍ່ແກ້ວ ກໍາລັງຂຍາຍໂຕ

ຈີນກໍາລັງ ຂຍາຍ ກາຊີໂນ ແຂວງ ບໍ່ແກ້ວ ຢ່າງ ຂນານໃຫຍ່ ເພື່ອໃຫ້ເປັນ ເຂດ ເສຖກິດ ພິເສດ ສາມຫລ່ຽມ.

0:00 / 0:00

ກົດຟັງສຽງ

ທ່ານ Edward Loxton ນັກຂ່າວ ອັງກິດ ຂຽນ ບົດຣາຍງານ ລົງ ໜັງສືພິມ The Independent ຂອງ ອັງກິດ ວ່າ ປັດຈຸບັນ ເຂດ ບໍ່ແກ້ວ ມີ ກາຊີໂນ ແລ້ວນຶ່ງແຫ່ງ ຮ້ານຄ້າ ປອດພາສີ ຮ້ານອາຫານ ແລະ ອາຄານ ບ່ອນຢູ່ ອາໄສ ຄົນງານ ຊຶ່ງແມ່ນຈີນ ເປັນສ່ວນຫລາຍ.

ໃນວເລານີ້ ບໍຣິສັດ KingsRoman ຂອງຈີນ ທີ່ເປັນ ເຈົ້າຂອງ ກາຊີໂນ ກຳລັງສ້າງ ຕຶກອາຄານ ອີກຫລາຍຫລັງ. ທ່ານ Loxton ບໍ່ສາມາດ ບອກໄດ້ວ່າ ຕຶກ ທີ່ກຳລັງ ສ້າງນັ້ນ ແມ່ນຕຶກ ສຳຣັບຫຍັງ ແຕ່ຕາມ ໂຄງການ ທີ່ ວາງອອກ ບໍຣິສັດ ຂອງຈີນ ໄດ້ເຊັນ ສັນຍາ ເຊົ່າທີ່ດິນ ຈາກ ຣັຖບານລາວ ເຖິງ 25,000 ເຮັກຕາຣ໌ ເປັນ ເວລາ 99 ປີ ແລະ ຈະສ້າງ ເຂດນີ້ ໃຫ້ເປັນ ເຂດ ເສຖກິດ ພິເສດ ສາມຫລ່ຽມຄຳ. ຊື່ງຈະ ມີຄົນມາຢູ່ ເຖິງ 200,000 ຄົນ ຈະເປັນ ເມືອງນຶ່ງ ທີ່ຈະໃຫຍ່ກວ່າ ນະຄອນຫລວງ ພຣະບາງ.

ຫລັງຈາກ ສຳເຣັດ ເມືອງດັ່ງກ່າວ ຈະມີ ກາຊີໂນ ສອງແຫ່ງ ໂຮງແຮມ 12 ຫລັງ ສນາມບິນ ຣະຫວ່າງຊາດ ສນາມກອຟ 6 ແຫ່ງ ຮ້ານ ຊັພສິນຄ້າ ຂນາດໃຫຍ່ ຕຶກບ່ອນຢູ່ ອາໄສ ຂອງ ຄົນງານ ຮ້ານອາຫານ ແລະ ສະຖານທີ່ ບັນເທີງ ຫລາຍສິບຮ້ານ.

ທ່ານ Loxton ນັກຂ່າວ ອັງກິດ ຂຽນອີກວ່າ ເຂດ ເສຖກິດ ພິເສດ ດັ່ງກ່າວ ເປັນເຂດ ທີ່ພິເສດ ຢ່າງແທ້ຈິງ ເປັນເຂດ ປົກຄອງ ຕົນເອງ ບໍ່ຂື້ນກັບ ທາງການລາວ ມີກຳລັງ ຮັກສາ ຄວາມປອດໄພ ຂອງ ເຂົາເອງ ແລະ ທຸງຕິດ ປິວສະບັດ ຢູ່ກໍແມ່ນ ທຸງຈີນ. ພາສາ ກໍໃຊ້ ພາສາຈີນ ເງິນສ່ວນຫລາຍ ກໍໃຊ້ ເງິນຢວນ ຂອງຈີນ; ຢູ່ໃນ ໂຮງແຮມ ຄຳແນະນຳ ແລະ ໂທຣະທັດ ກໍຂຽນ ແລະ ເວົ້າເປັນ ພາສາຈີນ ທັງນັ້ນ.