ກົດຟັງສຽງ
ກັມພູຊາ ຍື່ນໜັງສື ປະທ້ວງ ສປປລາວ ກ່ຽວກັບ ໂຄງການ ເຂື່ອນ ແມ່ນໍ້າຂອງ ໄຊຍະບູຣີ ໂດຍເວົ້າວ່າ ເປັນໂຄງການ ທີ່ທໍາຣາຍ ຄວາມໜ້າເຊື່ອຖື ແລະ ຄວາມ ປຣາຖນາດີ ຂອງບັນດາ ປະເທດ ເຂດອ່າງ ແມ່ນໍ້າ ຂອງ. ຕາມຣາຍງານຂ່າວ Economic Newswire ຂອງຍີ່ປຸ່ນ ໃນວັນທີ 1 ພຶສພາ.
ໜັງສືປະທ້ວງ ສະບັບ ລົງວັນທີ 24 ເມສາ 2012 ລົງນາມ ໂດຍຣັຖມົນຕຣີ ແຫລ່ງ ຊັພຍາກອນ ຂອງ ກັມພູຊາ ທ່ານ Lim Kean Hor ເວົ້າວ່າ ວຽກງານ ກໍ່ສ້າງ ໃນໂຄງການ ເຂື່ອນ ໄຊຍະບູລີ ຄວນລໍຖ້າ ເບິ່ງ ການສຶກສາ ຜົນກະທົບ ດ້ານ ສະພາບແວດລ້ອມ ຕື່ມອີກ ເສັຽກ່ອນ.
ໂຄງການເຂື່ອນ ໄຊຍະບູຣີ ມີເປົ້າໝາຍ ຜລິດໄຟຟ້າ 1260 ແມັກກາວັດ ສົ່ງຂາຍໃຫ້ໄທ ເກືອບທັງໝົດ ກັມພູຊາ ວຽດນາມ ແລະ ກຸ່ມພິທັກ ສິ່ງແວດລ້ອມ ຕ່າງກໍຮຽກຮ້ອງ ໃຫ້ລາວ ເລື່ອນການ ກໍ່ສ້າງ ເຂື່ອນ ເພື່ອໃຫ້ ການສຶກສາ ດ້ານສິ່ງ ແວດລ້ອມ ແລະ ການຄຸ້ມຄອງ ແລະ ພັທນາທີ່ຍືນຍົງ ຂອງ ແມ່ນໍ້າຂອງ ຕໍ່ໄປ.
ກອງທຶນ ອານຸຮັກ ສັດປ່າ WWF ໄດ້ເຕືອນວ່າ ເຂື່ອນ ໄຊຍະບູລີ ຈະກີດກັນ ການໄຫລ ຂອງດິນແຮ່ ທາດປູກຝັງທີ່ ອຸດົມສົມບູນ ຈະເຮັດໃຫ້ ປາບຶກສູນພັນ ຊຶ່ງເປັນ ທີ່ສໍາຄັນ ຍິ່ງໃນການ ຮັກສາຄວາມ ສົມດູນ ໃນ ຣະບົບນິເວດ ແມ່ນໍ້າຂອງ.
ຂ່າວກ່ອນໜ້າ ນີ້ວ່າ ຣັຖບານ ກັມພູຊາ ອອກມາຄັດຄ້ານ ຢ່າງແຮງ ທັງຂູ່ວ່າ ຈະຟ້ອງ ສປປລາວ ຕໍ່ສານໂລກ ຫາກເລືອກ ທີ່ຈະດໍາເນີນ ໂຄງການ ຕໍ່ໄປຕາມ ລໍາພັງ ຝ່າຍດຽວ.
