ອົງການອາຫານໂລກ ຊ່ວຍເຫລືອລາວ

ອົງການ ອາຫານ ໂລກ ຊຶ່ງເປັນ ອົງການນຶ່ງ ຂອງ ສະຫະປະຊາຊາດ ໃຫ້ການ ຊ່ວຍເຫລືອ ແກ່ ສປປລາວ ຄິດໄລ່ ເປັນ ເງິນກວ່າ 37,000 ດອນລາ ສະຫະຣັຖ.

0:00 / 0:00

ກົດຟັງສຽງ

ການຊ່ວຍເຫລືອ ດັ່ງກ່າວ ແມ່ນ ອຸປກອນ ການຕິດຕໍ່ ສື່ສານ ທີ່ທັນສມັຍ ໄດ້ຖືກ ມອບໃຫ້ ກະຊວງ ກະສິກັມ ແລະ ປ່າໄມ້ ຂອງລາວ ເມື່ອ ສັປດາ ທີ່ຜ່ານມາ. ເຄື່ອງຊ່ວຍເຫລືອ ເຫລົ່ານັ້ນ ສ່ວນຫລາຍ ແມ່ນ ຄອມພິວເຕີ ແລະ ຈັກພິມ ເອກກະສານ.

ອົງການ ອາຫານໂລກ ໃຫ້ເຄື່ອງ ຊ່ວຍເຫລືອ ແກ່ ກະຊວງ ກະສິກັມ ແລະ ປ່າໄມ້ ຂອງລາວ ກໍເພື່ອຊ່ວຍ ປັບປຸງການ ບໍຣິຫານ ຂອງ ກະຊວງ ໃຫ້ເຂັ້ມແຂງ ຂື້ນ ກວ່າເກົ່າ ໂດຍສະເພາະ ເພື່ອຊ່ວຍ ປັບປຸງ ການວາງແຜນ ການພັທນາ ແລະ ໂຄງການຕ່າງໆ ຂອງ ກະຊວງ.

ເມື່ອປີ 2008 ກະຊວງ ກະສິກັມ ແລະ ປ່າໄມ້ ຂອງລາວ ແລະ ອົງການ ອາຫານໂລກ ໄດ້ລົງນາມ ໃນບົດ ບັນທຶກ ຄວາມເຂົ້າໃຈ ຊຶ່ງຣະບຸ ໄວ້ວ່າ ອົງການ ອາຫານໂລກ ຈະຊ່ວຍ ປັບປຸງ ການບໍຣິຫານ ແລະ ການວາງແຜນ ຂອງ ກະຊວງ ກະສິກັມ ແລະ ປ່າໄມ້ ຂອງລາວ.

ສປປລາວ ເປັນ ປະເທດ ນ້ອຍ ດ້ອຍພັທນາ; ຜ່ານມາ ໄດ້ຮັບການ ຊ່ວຍເຫລືອ ຈາກຕ່າງ ປະເທດ ຢ່າງໜ້ອຍ 400 ລ້ານ ດອນລ່າ ສະຫະຣັຖ ຕໍ່ປີ ແລະ ໃນຣະຍະ ສິບປີ ຂ້າງໜ້າ ຍິ່ງຈະ ໄດ້ຮັບ ເງິນຊ່ວຍເຫລືອ ເຖິງ 700 ລ້ານ ດອນລ່າ ຕໍ່ປີ.