ກົດຟັງສຽງ
ແຫລ່ງຂ່າວ ຈາກ ຫນັງສືພີມ ຜູ້ຈັດການ ຂອງໄທ ລາຍງານວ່າ ອະດີດນາຍົກ ຣັຖມົນຕຣີ ສປປລາວ ທ່ານ ບົວສອນ ບຸບຜາວັນ, ທີ່ການລາຈາກ ຕ່ຳແຫນ່ງຂອງທ່ານ ຍັງເປັນປິສນາ ຢູ່ນັ້ນ ໄດ້ປາກົດຕົວ ໃນພິທີມອບ ອຸປກອນການແພດ ໃຫ້ແກ່ ໂຮງພຍາບານ ສອງແຫ່ງ ທີ່ນະຄອນຫລວງ ວຽງຈັນ ໃນອາທີດ ນີ້.
ລາຍງານແຈ້ງວ່າ: ທ່ານ ບົວສອນ ໄດ້ປາກົດຕົວ ໃນຊຸດແຕ່ງກາຍ ປະເພນີນິຍົມ ແລະ ຍີ້ມແຍ້ມແຈ່ມໃສ ໃນການມອບ ອຸປກອນການແພດ ທີ່ມີມູນຄ່າ ຫລາຍແສນໂດລາ ໃຫ້ແກ່ໂຮງພຍາບານ ແມ່ແລະເດັກ ແລະ ໂຮງພຍາບານ ມະໂຫສົດ ໃນວັນທີ 16 ກຸມພາ, ເພື່ອເປັນປໂຍດ ແກ່ສາທາຣະນະ. ຕາມລາຍງານຂ່າວ ຂອງທາງການລາວ.
ທ່ານ ບົວສອນ ອາຍຸ 57 ປີ ເປັນຜູ້ນຳທີ່ໄດ້ ຮັບຄວາມນິຍົມ ຈາກປະຊາຊົນ ແລະ ປະຊາຄົມໂລກ ຫລາຍທີ່ສຸດ ຄົນນື່ງ ການລາອອກ ຈາກຕ່ຳແໜ່ງ ຂອງທ່ານ ໃນວັນທີ 23 ທັນວາ ປີ 2010 ນັ້ນ ສ້າງຄວາມແປກໃຈ ໃຫ້ກັບທຸກ ວົງການ.
ທ່ານ ເຄນທອງ ນວນທະສີງ ໂຄສົກ ກະຊວງຕ່າງປະເທດ ສປປລາວ ກ່າວຕໍ່ນັກຂ່າວ ຣອຍເຕີ ໃນເວລານັ້ນວ່າ ການລາອອກ ຂອງທ່ານ ບົວສອນ ບຸບຜາວັນ ດ້ວຍເຫດຜົລ ທາງຄອບຄົວ ແຕ່ບໍ່ມີຝ່າຍໃດ ສາມາດໃຫ້ ລາຍລະອຽດໄດ້, ນອກຈາກຂ່າວລື ກັນໄປ ຕ່າງໆນາໆ.
ແຕ່ເຖິງຢ່າງໃດ ກໍຕາມ ທ່ານ ບົວສອນ ຍັງຄົງເປັນນື່ງ ໃນຄນະ ກົມການເມືອງ 11 ຄົນ ຂອງພັກ ປະຊາຊົນ ປະຕິວັດລາວ ຊື່ງກຳລັງ ຈະເປີດ ກອງປະຊຸມ ໃຫຍ່ຄັ້ງທີ 9 ໃນເດືອນຫນ້ານີ້ ແລະ ກໍ່ຈະມີການ ເລືອກຕັ້ງຜູ້ນຳ ຊຸໃຫມ່ອີກ. ຫລາຍພາກສ່ວນ ຄາດການວ່າ ທ່ານຈະກັບມາ ມີບົດບາດ ທາງການເມືອງ ອີກໃຫມ່ ກໍອາຈເປັນໄດ້.