ກົດຟັງສຽງ
ໂຮງງານ ຜລິດ ໄຟຟ້າ ຫົງສາ ລິກໄນຕ໌ ໃນແຂວງ ໄຊຍະບຸຣີ ໄດ້ເລີ້ມ ການກໍ່ສ້າງ ໃນມື້ວັນ ທີ 18 ພຶສຈິກາ 2011, ເຖີງວ່າ ຈະຍັງມີ ບັນຫາ ການໂຍກຍ້າຍ ປະຊາຊົນ ທີ່ອາສັຍ ຢູ່ໃກ້ ພື້ນທີ່ ຈະກໍ່ສ້າງ ໂຮງງານ ກໍຕາມ. ເຈົ້າໜ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່ ເວົ້າວ່າ:
"ວັນທີ 18 ຜ່ານມາ ກໍເປັນ ວາງສີລາເລີກ ຄືເປັນການ ກໍ່ສ້າງ ເປັນທາງການ ແລ້ວ ໂຮງງານມັນ ກໍເລີ້ມສ້າງແລ້ວ ໂຍກຍ້າຍ ຊາວບ້ານ ນີ່ຊິບໍ່ໃຫ້ ກາຍເດືອນ ປະມານ ເດືອນ 9, 2012 ນີ້ ບໍ່ພໍໃຈ ອັນເລັກ ອັນນ້ອຍ ຫັ້ນ ທີ່ວ່າ ບໍ່ຢາກຍ້າຍ ຢາກຫຍັງ ກໍແກ້ໄຂ ພວກເຮົາ ແກ້ໄຂ ໄດ້ເນ໋າະ".
ເຈົ້າໜ້າທີ່ ເວົ້າຕໍ່ໄປ ອີກວ່າ ຣັຖບານ ຕ້ອງໄດ້ ໂຍກຍ້າຍ ບ້ານເຮືອນ ຢູ່ໃນ ຣັດສມີ 15 ກິໂລແມັດ ຂອງ ພື້ນທີ່ ກໍ່ສ້າງ, ຊຶ່ງ ມີທັງໝົດ 5 ໝູ່ບ້ານ ຄື ບ້ານ ນາໜອງຄໍາ, ບ້ານ ນາຊາຍຄໍາ, ບ້ານຫານ, ບ້ານທາດ, ບ້ານຈໍາປາ, ຄາດວ່າມີ 500 ຄອບຄົວ.
ທາງການ ໄດ້ໃຊ້ເວລາ ເຈຣະຈາ ກັບ ຊາວບ້ານ ມາແລ້ວ 1 ປີ, ແຕ່ຍັງມີ ຊາວບ້ານ ຈໍານວນນຶ່ງ ບໍ່ພໍໃຈ, ແລະ ບໍ່ຢາກຍ້າຍ ໄປຢູ່ບ່ອນ ທີ່ ທາງການ ໄດ້ຈັດສັນ ໃຫ້ ແຕ່ ຊາວບ້ານ ທັງໝົດ ຕ້ອງໄດ້ ໂຍກຍ້າຍ ອອກໃຫ້ແລ້ວໝົດ ພາຍໃນ ເດືອນ ກັນຍາ 2012 ນີ້.
ສໍາລັບ ໝູ່ບ້ານໃໝ່ ທີ່ ທາງການ ໄດ້ ຈັດສັນໃຫ້ ຢູ່ຫ່າງຈາກ ໝູ່ບ້ານເກົ່າ ປະມານ 5 ກິໂລແມັດ. ໂຄງການ ກໍ່ສ້າງ ໂຮງງານ ຜລິດໄຟຟ້າ ພລັງຖ່ານຫີນ ຫົງສາ ລິກໄນຕ໌ ໃຊ້ພື້ນທີ່ ໃນການ ກໍ່ສ້າງ 60 ຕະລາງ ກິໂລແມັດ, ຢູ່ຫ່າງຈາກ ໂຕເມືອງ ປະມານ 10 ກິໂລແມັດ ແລະ ຢູ່ຫ່າງຈາກ ເຂດຊາຍແດນ ລາວ-ໄທ ປະມານ 30 ກິໂລແມັດ. ຄາດວ່າ ຈະສ້າງແລ້ວ ພາຍໃນ ປີ 2015. ໂຮງງານ ໄຟຟ້າ ຫົງສາ ລິກໄນຕ໌ ແຂວງ ໄຊຍະບຸຣີ ຈະຜລິດ ກະແສ ໄຟຟ້າ ໄດ້ 1,800 ເມັກກະວັດ.