ພວກນາຍໜ້ານາຍທຶນ ສ້າງບັນຫາທີ່ດິນ

ອົງກາຣ ຄຸ້ມຄອງ ທີ່ດິນ ຂອງລາວ ຍັງ ບໍ່ສາມາດ ເກັບກຳ ສະຖິຕິ ກ່ຽວກັບ ກາຮຊື້ຂາຍ ທີ່ດິນ ໄດ້ ຢ່າງຣະອຽດ ເທື່ອ.

0:00 / 0:00

ກົດຟັງສຽງ

ກາຣຊື້ຂາຍ ແລະ ກາຣໃຫ້ເຊົ່າ ທີ່ດິນ ຢູ່ ສປປລາວ ຍັງເປັນ ບັນຫາ ທີ່ບໍ່ທັນ ສາມາດ ແກ້ໄຂ ໄດ້ເທື່ອ ໃນ ປັຈຈຸບັນ, ໂດຽສະເພາະ ວ່າມີ ນັກລົງທຶນ ທີ່ຕ້ອງກາຮ ຢາກມີ ກັມມະສິທ ໃນທີ່ດິນ ຕອນໃດ ຕອນນື່ງ ນັ້ນ ຈື່ງມີກາຣ ຊື້ຂາຍ ທີ່ດິນ ແບບປິດບັງ ຜູ້ຊື້ ໂຕຈິງ ຈາກ ທາງການ ໂດຍມີ ຄົນລາວ ຮັບເປັນ ນາຍໜ້າ ໃຫ້ນັກ ລົງທຶນ ຊາວຕ່າງ ປະເທສ ດັ່ງເຈົ້າໜ້າທີ່ ຈາກອົງກາຣ ຄຸ້ມຄອງ ທີ່ດິນ ແຫ່ງຊາຕ ເວົ້າວ່າ:

"ຕົວຈິງ ອາຈຈະມີ ແຕ່ວ່າ ພວກເຮົາ ກໍບໍ່ໄດ້ ເກັບກຳ ສະຖິຕິ ວ່າມັນເກີດ ຂຶ້ນນີ້ ວ່າເຂຕ ນະຄອນຫລວງ ວຽງຈັນ ມີຈັກ ເປີຮ໌ເຊັນຕ໌ ຫລືວ່າ ຢູ່ແຂວງອື່ນ ແຂວງໜຶ່ງ ມີຈັກ ເທົ່າໃດ ເຣົາບໍ່ຮູ້ ແຕ່ວ່າ ກໍພໍຮູ້ໆ ຢູ່ວ່າມັນ ອາຈຈະມີ ແລະ ຕົວຈິງ ກໍຕ້ອງມີ ຕົວນີ້ ພວກເຮົາ ກໍເກັບກຳ ຂໍ້ມູລຢູ່ ເພາະວ່າ ຖ້າມີແທ້ ພວກເຮົາ ກໍຊິໄດ້ ດຳເນີນ ໄປຕາມ ຣະບຽບ ກົດໝາຍ".

ພ້ອມດຽວກັນນີ້ ຍານາງ ກໍວ່າ ກົດໝາຍ ຂອງ ສປປລາວ ຫ້າມບໍ່ໃຫ້ ຊາວຕ່າງຊາດ ທີ່ເຂົ້າມາ ລົງທຶນ ໃນລາວ ມີສິທທິ ຄຸ້ມຄອງ ທີ່ດິນໄດ້ ແຕ່ຢ່າງໃດ, ມີພຽງແຕ່ ໄດ້ຮັບ ສັມປະທານ ເທົ່ານັ້ນ. ແຕ່ບັນຫາ ເກີດຂື້ນ ຍ້ອນພວກ ນາຍທຶນ ໄດ້ອາສັຍ ຄົນລາວ ທີ່ເປັນ ນາຍໜ້າ ຫລື ຕົວແທນ ຊື້ທີ່ດິນ ຢູ່ຕາມ ຕົວເມືອງໃຫຍ່ ຕ່າງໆໃຫ້ ແບບປົກປິດ ທາງການ ເພື່ອຫລີກລ່ຽງ ກາຣເສັຽ ພາສີ ໃຫ້ກັບ ຣັຖບາລ. ສະນັ້ນ ທາງ ອົງກາຣ ກວດສອບ ທີ່ດິນ ຈຶ່ງມີ ກາຣຕິດຕາມ ຫາຜູ້ ລະເມີດ ກົດໝາຍ ມາດຳເນີນ ຄະດີ ຕາມທາງຄວນ. ດັ່ງຍານາງ ໄດ້ໃຫ້ກາຣ ຊີ້ແຈງ ເພີ່ມອີກວ່າ:

"ຄັນຖ້າມີ ມັນກໍເບີ່ງ ຕາມກົດໝາຍ ທີ່ດິນ ທີ່ວ່າ ບໍ່ໄດ້ ກຳໜົດ ໃຫ້ມີກາຣ ຊື້ຂາຍ ຖ້າວ່າມີ ກາຣຊີ້ຂາຍ ກັນແທ້ ເກີດຂຶ້ນແທ້ ກໍຕ້ອງໄດ້ ມີກາຣ ສົ່ງໄປຟ້ອງ ທີ່ສາລພູ້ນ ແຫລະ ສົ່ງໃຫ້ສາລ ພິຈາຮະນາ".

ຕໍ່ບັນຫາ ດັ່ງກ່າວນີ້ ຍານາງ ກໍວ່າ ຄວນຈະມີ ຣະບົບດຽວ ໃນກາຣ ຊື້ຂາຍ ທີ່ດິນ ຄືໃຫ້ ທາງໜ່ວຍງານ ທີ່ກ່ຽວຂ້ອງ ເປັນຜູ້ຕີ ຣາຄາ ທີ່ດິນ ແລະ ຂາຍຕາມ ຣາຄາ ມາຕຖານ ທີ່ໄດ້ ກຳໜົດໄວ້ ເພື່ອທາງ ອົງກາຣ ຂອງ ຣັຖບາລ ຈະໄດ້ ປະຕິບັຕ ຕາມກົດໝາຍ ກັບ ປະຊາຊົນ ຖ້າຫາກວ່າ ປະຊາຊົນ ລະເມີດ ກົດໝາຍ ດ້ວຍກາຣ ນຳເອົາ ທີ່ດິນ ຂອງຕົນ ໄປຂາຍໃຫ້ ຜູ້ເປັນ ນາຍທຶນ ຊາວຕ່າງຊາດ.