ເດັກນ້ອຍຍິງລາວ ຖືກຄົນງານວຽດຂົ່ມຂືນ

ຄົນງານ ຜິດກົດໝາຍ ຊາວວຽດນາມ 20 ກວ່າຄົນ ລຽນຄິວ ຂົ່ມຂືນ ເດັກນ້ອຍ ຜູ້ຍິງລາວ ອາຍຸ 12 ປີ ຈົນ ເສັຽ ຊີວິດ.
ມະນີຈັນ
2011.07.07
F-lao-farmers ປະຊາຊົນລາວ ມັກສັນຕິ ມັກເສຣີພາບ ບໍ່ບຽດບຽນໃຜ ຕ່າງຄົນ ຕ່າງຢູ່ ບໍ່ລຸກລານກັນ
RFA

ກົດຟັງສຽງ

ຊາວເມືອງ ສີໂຄດຕະບອງ ທີ່ບໍ່ປະສົງ ອອກຊື່ ໄດ້ເປີດເຜີຍ ຕໍ່ນັກຂ່າວ ວິທຍຸ ເອເຊັຽ ເສຣີວ່າ ເມື່ອວັນ ອາທິດ ທີ 26 ມີຖຸນາ 2011 ຢູ່ຟາມລ້ຽງເປັດ ຊຶ່ງມີ ເຈົ້າຂອງ ເປັນຄົນ ວຽດນາມ ແລະ ໄດ້ຈ້າງ ຄົນງານ ວຽດນາມ 20 ກ່ວາຄົນ ທີ່ເຂົ້າມາ ເຮັດວຽກຢ່າງ ຜິດກົດໝາຍ ຢູ່ ສປປລາວ ໃນເຂດ ບ້ານ ດົງນາທອງ ຫລັງ ສນາມບິນ ວັດໄຕ ໃກ້ກັບ ປ່າຊ້າຈີນ ເມືອງ ສີໂຄດຕະບອງ ນະຄອນຫລວງ ວຽງຈັນ ໄດ້ເກີດມີ ເຫດການ ຂົ່ມຂືນ ເດັກນ້ອຍ ແມ່ຍິງລາວ ຢ່າງໂຫດຫ້ຽມ. 

ຫລັງຈາກ ເລີກວຽກ ແລ້ວ ພວກຄົນງານ ເຫລົ່ານັ້ນ ກໍພາກັນ ຊຸມເຫົ້ລາ. ໃນຣະຫວ່າງ ນັ້ນ ມີເດັກນ້ອຍ ຜູ້ຍິງລາວ ອາຍຸ 12 ປີ ທີ່ຢູ່ ໃກ້ຄຽງ ແຖບນັ້ນ ໄດ້ຍ່າງ ຜ່ານມາ. ພວກຄົນງານ ວຽດນາມ ກໍເອົາ ເຂົ້າໜົມ ລໍ້ຍົວະ ໃຫ້ເຂົ້າມາຫາ. ຫລັງຈາກນັ້ນ ກໍພາກັນ ລຽນຄິວ ຂົ່ມຂືນ ເດັກຍິງ ຄົນນັ້ນ ຈົນນາງ ເສັຽຊີວິດ.  ເມື່ອເຫດການ ເກີດຂື້ນ ແນວນັ້ນ ຄົນງານວຽດ ຜູ້ນຶ່ງ ເຫັນທ່າ ບໍ່ດີ ກໍເລີຍໄປ ແຈ້ງໃຫ້ ກອງຫລອນ ແລະ ເຈົ້າໜ້າທີ່ ໃນບ້ານ, ແລະ ຕໍ່ມາ ກໍໄດ້ຈັບ ຄົນງານ ວຽດນາມ ທັງໝົດ 21 ຄົນ.

ເມື່ອສະຖານທູດ ວຽດນາມ ໃນນະຄອນຫລວງ ວຽງຈັນ ຮູ້ເລື່ອງ ດັ່ງກ່າວ ກໍໄດ້ມາ ຂໍເອົາ ຜູ້ຕ້ອງຫາ ທັງໝົດ ຈາກ ເຈົ້າໜ້າທີ່ ກ່ຽວຂ້ອງ ຂອງລາວ ເພື່ອນໍາສົ່ງ ກັບຄືນ ປະເທດ ໂດຍດ່ວນ ແລະໄດ້ໃຫ້ ສັນຍາວ່າ ຈະຮັບ ຜິດຊອບ ໃນສີ່ງທີ່ ເກີດຂຶ້ນ ທັງໝົດ. ໂດຍຈະຈ່າຍ ຄ່າເສັຽຫາຍ ແທນຕາງ ຜູ້ຕ້ອງຫາ ຜູ້ນຶ່ງ 20 ລ້ານ ກີບ ຮວມທັງໝົດ ເປັນ 420 ລ້ານກີບ ໃຫ້ແກ່ ຄອບຄົວ ຜູ້ເຄາະຮ້າຍ. 

ເຫດການ ທີ່ເກີດ ຂຶ້ນນີ້ ທາງການລາວ ໄດ້ສັ່ງໃຫ້ ອໍານາດ ການປົກຄອງ ແລະ ປະຊາຊົນ ໃນເຂດ ດັ່ງກ່າວ ຮວມທັງ ສື່ມວນຊົນ ທີ່ຮູ້ເລື້ອງນັ້ນ ບໍ່ໃຫ້ ນໍາເອົາ ມາວິຈານ ຫລືອອກ ເປັນຂ່າວ ຢ່າງເດັດຂາດ ເພາະ ຢ້ານວ່າ ມັນຈະ ກະທົບ ກະເທືອນ ຕໍ່ຄວາມ ສັມພັນ ອັນດີ ຣະຫວ່າງ ລາວ-ວຽດນາມ.

ແຕ່ເຖິງຢ່າງໃດ ກໍຕາມ ມາຮອດ ປັດຈຸບັນ ຍັງບໍ່ທັນ ມີຂ່າວ ຈາກ ແຫລ່ງຂ່າວ ທີ່ເປັນ ອິສຣະ ກ່ຽວກັບເຣື່ອງ ການຂົ່ມຂືນ ເດັກນ້ອຍ ຜູ້ຍິງລາວ ອາຍຸ 12 ປີ ນັ້ນເທື່ອ ແລະ ທາງ ວິທຍຸ ເອເຊັຍ ເສຣີ ກໍກໍາລັງ     ຕິດຕາມ ຂ່າວນີ້ ຢູ່.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jul 19, 2011 04:56 PM

ຄົນລາວຄວນຮັກສາສິດຂອງຕົນເອງຢ່າໃຫ້ຊາດອື່ນລັງແກ ແລະຄວນເປີດເຜີຍຄວາມຈິງຢ່າສຸຢ້ານຈົນເຮັດໃຫ້ຕົນເອງຕ້ອງປິດຫູປິດຕາກັບສິ່ງທີ່ເກີດຂຶ້ນໃນບ້ານເມືອງ

Anonymous
Jul 07, 2011 04:02 PM

ຂ້ອຍຢູ່ບ້ານດົງນາທອງ ຢັ້ງຢືນວ່າບໍ່ມີເຫດການດັ່ງກ່າວແນ່ນອນ

Anonymous
Jul 21, 2011 03:16 PM

ຫ້ອງການ ຜຂ ກໍຢູ່ໃກ້ກັບບ້ານດົງນາທອງນີ້ປາກົດວ່າບໍ່ມີຟາມລ້ຽງເປັດ
ດັ່ງທີກ່າວມານັ້ນ ຫລືອາດຈະມີແຕ່ບໍ່ໃຫຍ່ພໍຈ້າງກຳມະກອນຮອດຊາວຄົນ
ມາເບິ່ງແຍງ, ສ່ວນກຳມະກອນກໍ່ສ້າງນັ້ນກໍມີຫລາຍສົມຄວນ
ການຊອກຮູ້ຂ່າວແບບນີ້ມັນກໍຍາກຫລາຍຢູ່ໃນລາວ-ອາດຈະຈິງແດ່ບໍ່ແດ,ບໍຊາບນຳ ແຕ່ທີແນນອນເມື່ອຜູ້ຍັງມີຊີວິດຢູ່ໄດ້ຮັບເງິນຫລາຍແບບ
ນັ້ນກໍມິດໄປເລີຍ

Anonymous
Jul 19, 2011 12:34 PM

Those who did commit such an heinous crime
should be brought to justice regardless of who they are or where they come from. They are pedophiles.

Anonymous
Jul 12, 2011 02:27 PM

Lao Human Right Watch should investigate such unhumanned-act as soon as possible. I hope Laos has their own laws. The suspects must face court of laws of Laos if they have one.