ກົດຟັງສຽງ
ນີ້ແມ່ນ ຂັ້ນຕອນນຶ່ງ ໃນຫລາຍໆ ຂັ້ນຕອນ ກ່ອນຈະ ລົງມືສ້າງ ທາງຣົດໄຟ ເສັ້ນ ດັ່ງກ່າວ. ດັ່ງ ທ່ານ ສອນສັກ ນໍຍານຊະນະ ຮອງຫົວໜ້າ ອົງການ ທາງຣົດໄຟ ແຫ່ງຊາດ ລາວ ກ່າວວ່າ:
“ປັດຈຸບັນນີ້ ກໍຍັງ ກະຕຽມ ເຣື່ອງສັນຍາ ທາງຈີນ ນີ່ກໍກຽມ ເຣື່ອງສຳຣວດ ເບຶ້ອງຕົ້ນ ເພື່ອນຳມາ ເຂົ້າໃຈ Agreement ນີ້ ຍັງລໍຖ້າ ເພື່ອໃຫ້ເພິ່ນ ເຂົ້າມາ ເຈຣະຈາ ທຸກວັນນີ້ ກໍຍັງ ເຮັດຢູ່ ແຕ່ຍັງ ກວດກາ ຄືນຕົວ agreement ນີ້ ເພື່ອວ່າ ໃຫ້ມັນ ສອດຄ່ອງກັນ ທັງສອງຝ່າຍ ເພື່ອວ່າກັນ ເສັຍປຽບ ຕ່າງຝ່າຍ ຕ່າງມີ ຜົນປໂຍດ.”
ທ່ານ ສອນສັກ ກ່າວອີກວ່າ ການຮ່າງ ຂໍ້ຕົກລົງ ຕ້ອງໃຊ້ ເວລາ ດົນນານ ເພາະ ທຸກຝ່າຍ ຕ້ອງ ສຶກສາ ຢ່າງຣະອຽດ ເພື່ອຫລີກລ້ຽງ ຂໍ້ຜິດພາດ. ຕໍ່ຄໍາຖາມ ທີ່ຫລາຍຄົນ ຄິດສົງໃສວ່າ ໂຄງການ ສ້າງທາງ ຣົດໄຟ ລາວ-ຈີນ ນີ້ ຈະດຳເນີນ ຕໍ່ໄປບໍ່? ທ່ານ ສອນສັກ ຕອບວ່າ:
“ຫາງສຽງ ຖາມມາເລີຍໆ ວ່າໂຄງການນີ່ ຈະດຳເນີນ ຕໍ່ບໍ່? ໂຄງການນີ້ ຈະດຳເນີນການ ຕໍ່ ແຕ່ວ່າ ກໍອາດຈະຊັກຊ້າ ໜ່ອຍນຶ່ງ ເພາະວ່າ ເຮົາເຮັດ ຕາມຂັ້ນຕອນ ໂຄງການນີ້ ຕ້ອງໄດ້ ເຈຣະຈາ ເຣື່ອງ agreement ໃຫ້ມັນ ແລ້ວກ່ອນ ວຽກງານອື່ນ ມັນຈຶ່ງໄປ.”
ໃນເມື່ອກ່ອນ ທາງການລາວ ແລະ ຈີນ ຕົກລົງກັນ ຈະເລິ້ມ ສ້າງທາງ ຣົດໄຟ ຄວາມໄວສູງ ຈາກ ພາກໃຕ້ ຂອງຈີນ ລົງໄປຫາ ນະຄອນຫລວງ ວຽງຈັນ ແຕ່ເດືອນ ເມສາ ແຕ່ຍ້ອນ ບັນຫາ ບາງຢ່າງ ການລົງມື ກໍ່ສ້າງ ຈຶ່ງຊັກຊ້າ.