ກົດຟັງສຽງ
ສະມາຊິກ ສະພາ ແຫ່ງຊາດ ແຂວງ ສາຣະວັນ ສະເໜີ ວ່າ ສະພາ ຄວນມີສິດ ຕິດຕາມ ແລະ ກວດກາ ການໃຊ້ຈ່າຍ ງົບປະມານ ຂອງ ໂຄງການ ໃຫ່ຽໆ ຂອງ ຣັຖບານ ແລະ ຂອງແຂວງ ຍ້ອນວ່າ ຜ່ານມາ ການໃຊ້ຈ່າຍ ງົບປະມານ ຂອງ ຣັຖບານ ແລະ ຂອງ ແຂວງ ເປັນໄປແບບ ຊະຊາຍ. ຖ້າບໍ່ດັ່ງນັ້ນ ການໃຊ້ ງົບປະມານ ໃນໂຄງການ ສ້າງສາ ຈະບໍ່ມີ ປະສິດທິພາບ:
"ກ່ຽວກັບ ເຣື້ອງເຂົ້າຮ່ວມ ເຈົ້າໜ້າທີ່ ແລະ ການຕິດຕາມ ກວດກາ ເປັນຕົ້ນວ່າ ໂຄງການໃຫ່ຍໆ ຂອງ ຣັຖບານ, ໂຄງການໃຫ່ຽໆ ຂອງ ບັນດາ ແຂວງ ສະມາຊິກ ສະພາ ແຫ່ງຊາດ ເຂດ ດັ່ງກ່າວ ຕ້ອງໄດ້ ເຂົ້າຮ່ວມ ໃນການປືກສາ ຫາລື ສີ່ຕົກລົງ ແນວໃດ ສີ່ເຮັດ ແນວໃດ ໂຕນີ້ ກໍແມ່ນເພື່ອ ຫລີກລຽງ ການນໍາໃຊ້ ງົບປະມານ ຂອງ ຣັຖບານ ຢ່າງ ຊະຊາຍ"
ທ່ານວ່າ ທີ່ຜ່ານມາ ການສະເໜີ ແຜນງານ ກໍ່ສ້າງ ໂຄງການຕ່າງໆ ຂອງ ຣັຖບານ ແລະ ຂອງແຂວງ ຍັງບໍ່ ລະອຽດພໍ ຈື່ງປະ ຊ່ອງວ່າງ ໃຫ້ກຸ່ມ ທີ່ທຸຈຣິດ ເອົາງົບປະມານ ຂອງຣັຖ ໄປໃຊ້ຈ່າຍ ແບບຟຸມເຟືອຍ.
ເປັນທີ່ ເຂົ້າໃຈ ກັນວ່າ ສະພາ ແຫ່ງຊາດລາວ ຊຸດໃໝ່ ນີ້ ກໍາລັງ ປະຕິຮູບ ການບໍຣິຫານ ໃຫ້ມີ ເອກກະລັກ ຂອງ ສະພາ ເອງ ເນື່ອງຈາກວ່າ ທີ່ຜ່ານມາ, ການປະຕິບັດ ງານ ກວດກາ ຂອງ ອົງການ ກວດກາ ແຫ່ງຣັຖ ແຕ່ຝ່າຍດຽວ ຍັງບໍ່ສາມາດ ຕ້ານຢັນ ກັບປາກົດການ ຍໍ່ທໍ້ ທີ່ເກີດຂື້ນ ພາຍໃນ ວົງການ ເຈົ້າໜ້າທີ່ ຂອງຣັຖ ໃນທຸກ ລະດັບໄດ້ ຢ່າງມີ ປະສິດທິຜົນ.
