ວຽກງານເສີບໃນເຮືອ ຕາມນໍ້າງື່ມ

ຜູ້ຍິງລາວ ທີ່ເສີບ ໃນຮ້ານ ອາຫານ ເຮືອແພ ທ່າງ່ອນ ເຂດນໍ້າງື່ມ ນະຄອນຫລວງ ວຽງຈັນ ເປັນອາຊີພ ທີ່ຕ້ອງມີ ຄວາມອົດທົນ.

0:00 / 0:00

ແມ່ຍິງລາວ ທີ່ ເຮັດວຽກເສີບ ໃນຮ້ານ ອາຫານ ເຮືອແພ ຕາມນໍ້າງື່ມ ເຂດທ່າງ່ອນ ເມືອງ ໄຊທານີ ນະຄອນຫລວງ ວຽງຈັນ ສ່ວນຫລາຍ ຈະບໍ່ໄດ້ ຮຽນສູງ ຖ້າໄດ້ຮຽນຮອດ ຊັ້ນມັທຍົມ ກໍຖືວ່າ ດີຫລາຍແລ້ວ. ຕາມຄໍາເວົ້າ ຂອງສາວເສີບ ຄົນນຶ່ງ ທີ່ອາຍຸ ບໍ່ຮອດ 19 ປີ ຈາກແຂວງ ບໍຣິຄໍາໄຊ:

"ໝູ່ຮຽນນໍາກັນ ຮຽນຕໍ່ບໍ່ມີ ບາງຄົນ ກໍເປັນນໍາ ສະພາບຄອບຄົວ ບາງຄົນ ກໍເປັນນໍາ ຢາກອອກ ໂຮງຮຽນ ຫາເງິນ ເປັນສາວເສີບ ຈັ່ງຊີ້ນີ້ນະ ໝູ່ທີ່ອອກ ນໍາກັນ ກໍມີຫລາຍ".

ສໍາລັບນາງເອງ ກໍຮຽນຮອດ ແຕ່ມໍ 2 ກໍໄດ້ອອກ ເມື່ອ 2-3 ປີ ກ່ອນເພື່ອຫາເງິນ ລ້ຽງພໍ່ແມ່ ແລະ ລູກສາວນ້ອຍ ຂອງນາງ ເພາະພໍ່ແມ່ ບໍ່ມີວຽກເຮັດ ນອກຈາກ ເຮັດໄຮ່ເຮັດນາ ແລະ ຫາກິນຕາມ ທັມມະຊາດ ນໍາຫ້ວຍ ນໍາໜອງ ແລະ ຫວ່ານແຫ ຕາມນໍ້າຊັນ ຊຶ່ງປາກໍພໍໄດ້ ມາເຮັດກິນ ໃນຄອບຄົວ.

ເມື່ອເວົ້າເຖິງ ອາຊີພ ສາວເສີບ ນາງບອກວ່າ ເປັນອາຊີພ ທີ່ບໍ່ໜັກ ເຮັດໄດ້ບໍ່ຍາກ ມີແຕ່ຕ້ອງ ຮູ້ຈັກເວົ້າມ່ວນ ເວົ້າຫົວ ກັບແຂກຄົນ ທີ່ເຂົ້າມາຮ້ານ ເທົ່ານັ້ນ:

"ເຮົາເຂົ້າໄດ້ ໝົດທຸກຄົນ ບໍ່ວ່າເພິ່ນ ຊິເວົ້າແຂງ ຫລື ບໍ່ມ່ວນໃສ່ ເຮົາເປັນ ສາວເສີບເດ້ ກໍຕ້ອງເວົ້າຫວານ ເຖິງຊິໃຈຮ້າຍ ປານໃດ ກໍອົດເອົາ ຄັນເຮົາຊິເວົ້າ ຈູ້ຈີ້ຈຸກຈິກ ໃສ່ແຂກຄືນ ດຽວມັນຊິເສັຽ ທາງຮ້ານ ລູກຄ້າ ກໍມີເກົາຫລີ ຍີ່ປຸ່ນ ແລະ ຄົນລາວ".

ເຣື່ອງຣາຍໄດ້ ຂອງສາວເສີບ ກໍບໍ່ໄດ້ຫລາຍ ແຕ່ພໍມີ ສົ່ງລ້ຽງພໍ່ແມ່ ແລະ ລູກສາວນ້ອຍ ທີ່ຢູ່ທາງບ້ານ ເປັນປະຈໍາ. ນາງເລີ່ມ ເຮັດວຽກແຕ່ 8 ໂມງເຊົ້າ ຮອດ 8 ໂມງແລງ ທຸກມື້ ໄດ້ຮັບເງິນເດືອນ ແລະ ກໍໄດ້ເງິນທິບ ຕ່າງຫາກ. ບ່ອນຢູ່ ແມ່ນເຈົ້າຂອງ ຮ້ານ ໃຫ້ຢູຟຣີ ບໍ່ໄດ້ເສັຽ ຄ່ານໍ້າ ຄ່າໄຟ ກິນເຂົ້ານໍາເພິ່ນ.