ຣັຖບານສປປລາວ ສລຸບຜົນງານຂອງຫ້າປີ

ຣັຖບານ ສປປລາວ ຍອມຮັບ ວ່າ ມີຂໍ້ ບົກຜ່ອງ ຫລາຍ ໃນການ ປະຕິບັດ ວຽກງານ ໃນຣະຍະ ຫ້າປີ ທີ່ ຜ່ານມາ.

0:00 / 0:00

ກົດຟັງສຽງ

ທ່ານ ສົມສະຫວາດ ເລັ່ງສະຫວັດ ຮອງ ນາຍົກຣັຖມົນຕຣີ ຣາຍງານ ຕໍ່ ກອງປະຊຸມ ສະພາ ແຫ່ງຊາດ ລາວ ຊຸດໃໝ່ ມື້ວານ ນີ້ວ່າ ໃນແຜນການ ພັທນາ ແລະ ແກ້ໄຂ ບັນຫາ ສັງຄົມ ໃນທົ່ວ ປະເທດ ສົກປີ 2005 ຈົນເຖິງປີ 2010 ທີ່ຜ່ານມາ ຣັຖບານ ບໍ່ສາມາດ ປະຕິບັດ ຕາມແຜນການ ທີ່ວາງອອກ ໄດ້ໃນ ຫລາຍໆດ້ານ ດັ່ງ ທ່ານ ສົມສະຫວາດ ເລັ່ງສະຫວັດ ກ່າວຕອນ ນຶ່ງວ່າ:

“ການຄຸ້ມຄອງ ເສຖກິດ ສົງຄົມ ໃນກົນໄກ ເສຖກິດ ການຕລາດ ຍັງມີ ຫລາຍອັນ ທີ່ບໍ່ທັນ ຮັບປະກັນ ຄວາມສັກສິດ ແລະ ບໍ່ທັນມີ ປະສິດທິຜົນ ສູງ ຍັງມີ ປະກົດການ ລະເມີດ ກົດໝາຍ ລະເມີດ ວິໄນ ແຜນການ ແລະ ວິໄນ ການເງິນ ເກີດຂື້ນຫລາຍ ການຕິດຕາມ ກວດກາ ແລະ ກວດສອບ ບໍ່ທັນ ກວ້າງຂວາງ”.

ທ່ານ ສົມສະຫວາດ ເລັ່ງສະຫວັດ ກ່າວອີກວ່າ ການພັທນາ ອຸດສາຫະກັມ ແລະ ກະສິກັມ ໃນຣະຍະ ຫ້າປີ ທີ່ຜ່ານມາ ຍັງຊັກຊ້າ ຫລາຍ ເມື່ອທຽບໃສ່ ຂແນງ ບໍຣິການ, ການຂາດດູນ ງົບປະມານ ດີຂື້ນ ເລັກໜ້ອຍ ແຕ່ ຣັຖບານ ແລະ ປະເທດ ຊາດຍັງ ອາສັຍ ການຊ່ວຍເຫລືອ ຈາກຕ່າງ ປະເທດ ຫລາຍຢູ່. ການເກັບ ພາສີ ອາກອນ ແລະ ຣາຍໄດ້ ຣາຍຮັບ ຍັງມີ ການຮົ່ວໄຫລ.

ໃນຕອນທ້າຍ ທ່ານ ສົມສະຫວາດ ເລັ່ງສະຫວັດ ກ່າວວ່າ ຂໍ້ຕົກ ບົກຜ່ອງ ເຫລົ່ານີ້ ຣັຖບານ ຊຸດໃໝ່ ຈະເອົາ ໃຈໃສ່ ປະຕິບັດ ໃຫ້ໄດ້ ໃນແຜນການ ພັທນາ ເສຖກິດ ສັງຄົມ ຫ້າປີ ຂ້າງໜ້າ ຊຶ່ງເລິ້ມແຕ່ ປີ 2011 ນີ້ ເປັນຕົ້ນໄປ ຈົນເຖິງ ປີ 2015. ໃນແຜນການ ຫ້າປີ ໃໝ່ນີ້ ຣັຖບານ ມີເປົ້າໝາຍ ຈະພັທນາ ຂແນງກະສິກັມ ໃຫ້ຂຍາຍຕົວ ຢ່າງໜ້ອຍ 3.5 ສ່ວນຮ້ອຍ, ອຸດສາຫະກັມ ໃຫ້ຂຍາຍຕົວ 15 ສ່ວນຮ້ອຍ ແລະ ການ ບໍຣິການ 6.5 ສ່ວນຮ້ອຍ. ແລະ ໃນປີ 2015 ປະຊາຊົນ ລາວ ຜູ້ນຶ່ງ ຈະມີຣາຍໄດ້ ສະເລັ່ຍເຖິງ 1,700 ດອນລ່າ ສະຫະຣັຖ ຕໍ່ປີ ເພິ້ມຂື້ນ ເປັນສອງເທົ່າ ເມື່ອທຽບໃສ່ ຣາຍໄດ້ ໃນປີນີ້.