ລາວບໍ່ມີຜູ້ຊ່ຽວຊານ ພລັງໄຟຟ້າພຽງພໍ

ສປປ ລາວ ເປີດກາຣ ລົງທຶນ ໃນແຂນງ ພລັງໄຟຟ້າ ແຕ່ຍັງມີ ບັນຫາ ດ້ານ ສີມື ຂອງ ແຮງງານ ລາວ ໃນ ປັຈຈຸບັນ.

0:00 / 0:00

ກົດຟັງສຽງ

ກຸ່ມ ບໍຣິສັທ ກາຣລົງທຶນ ໃນແຂນງ ໄຟຟ້າ ຈາກ ຕ່າງປະເທສ ໃນ ສປປລາວ ເວົ້າວ່າ ຍັງມີ ນັກລົງທຶນ ຈາກ ຕ່າງປະເທສ ຈໍານວນ ຫລວງຫລາຍ ທີ່ສົນໃຈ ຢາກມາ ລົງທຶນ ຢູ່ລາວ ແຕ່ກໍ ກັງວົນ ຕໍ່ບັນຫາ ຄົນງານ ທີ່ມີຄວາມ ສາມາດ ຢູ່ພາຍໃນ ສປປລາວ ທີ່ຍັງບໍ່ ພຽງພໍ ແລະ ບັນຫາ ຂອງ ກາຣອອກ ອະນຸຍາຕ ໃຫ້ລົງທຶນ ໃນບາງຈຸດ ຢູ່ໃນ ເມືອງລາວ ຍັງຊັກຊ້າ.

ທ່ານ ເຢືອງແຄງຕວນ ຜູ້ອໍານວຍກາຣ ຂອງ ບໍຣິສັທ ຊົງດາ ທີ່ລົງທຶນ ໃນໂຄງກາຣ ເຂື່ອນ ໄຟຟ້າ ພລັງນ້ຳ ໃນລາວ ໄດ້ກ່າວຢູ່ ນະຄອນຫລວງ ວຽງຈັນ ຫວ່າງມໍ່ໆ ມານີ້ວ່າ ທາງ ບໍຣິສັທ ຂອງ ທ່ານ ກຳລັງ ມີກາຣ ສຶກສາ ເບີ່ງຄວາມ ເປັນໄປໄດ້ ໃນໂຄງກາຣ ກໍ່ສ້າງ ເຂື່ອນໄຟຟ້າ ບໍ່ຕໍ່າກວ່າ 10 ແຫ່ງ ໃນລາວ ທີ່ ຈະສາມາຕ ຜລິຕ ກະແສ ໄຟຟ້າ ໄດ້ເຖິງ 1,267 ເມກະວັຕ ໃນມູລຄ່າ ຮວມທັງໝົດ ປະມານ 1.6 ຕື້ (1 ຕື້ 600 ລ້ານ) ດອລລາຣ໌ ສະຫະຣັຖ.

ຜູ້ອໍານວຍກາຣ ຂອງ ບໍຣິສັທ ດັ່ງກ່າວ ໄດ້ແຈ້ງ ເພີ່ມວ່າ ໂຄງກາຣ ກໍ່ສ້າງ ເຂື່ອນ ສ່ວນຫລາຍ ຈະຢູ່ ຕາມເຂຕ ທີ່ຫ່າງໄກ ສອກຫລີກ ທີ່ມີຣະບົບ ໂຄງຮ່າງ ພື້ນຖານ ທີ່ ລຳບາກ ແລະ ສີ່ງສຳຄັນ ກວ່ານັ້ນ ກໍຄື ບັນຫາ ທາງດ້ານ ແຮງງານ ຕາມເຂຕ ທ້ອງຖີ່ນ ທີ່່ບໍ່ມີ ພຽງພໍ ກັບຄວາມ ຕ້ອງກາຣ ຈຶ່ງຕ້ອງ ໄດ້ນຳເອົາ ແຮງງານ ຈາກ ວຽຕນາມ.

ທ່ານ ເຢືອງແຄງຕວນ ໄດ້ກ່າວເນັ້ນ ອີກວ່າ ເທົ່າ ປັຈຈຸບັນ ທາງ ບໍຣິສັທ ຂອງ ທ່ານ ໄດ້ນຳເອົາ ແຮງງານ ຈາກ ວຽຕນາມ ເຂົ້າມາ ເຮັດວຽກ ຢູ່ໃນ ເມືອງລາວ ຢ່າງຖືກຕ້ອງ ຕາມກົດໝາຍ ຮວມເປັນ ທັງໝົດ 3,000 ຄົນ ດ້ວຍກັນ ທີ່ຢາຍຢູ່ ໃນແຕ່ລະ ໂຄງກາຣ ເຊັ່ນ: ໂຄງກາຣ ເຂື່ອນໄຟຟ້າ ເຊກະໝານ 1 ມີ 500 ຄົນ, ເຊກະໝານ 3 ມີ 1,800 ຄົນ ແລະ ສ່ວນ ທີ່ເຫລືອນັ້ນ ແມ່ນຢາຍ ຢູ່ຕາມ ຫລາຍໆໂຄງກາຣ ໃນທົ່ວ ປະເທສ, ພ້ອມຍັງມີ ໂຄງກາຣ ທີ່ຈະນຳເອົາ ແຮງງານ ວຽຕນາມ ເຂົ້າມາ ຕື່ມອີກ ຢ່າງ ຫລວງຫລາຍ ຍ້ອນ ແຮງງານລາວ ທີ່ມີ ຄຸນນະສົມບັດ ໃນໜ້າວຽກ ນັ້ນ ບໍ່ມີ ພຽງພໍ ກັບຄວາມ ຕ້ອງກາຣ.