ບໍຣິສັດ Mega First ຂອງ ມາເລເຊັຽ ຊື່ງຈະເປັນ ຜູ້ກໍ່ສ້າງເຂື່ອນ ດອນສະຫົງ ຣະບົບກັ້ນ ແລວນ້ຳຂອງ ແຫ່ງທໍາອິດ ໃນພາກໃຕ້ຂອງລາວ ຂນາດ 260-380 ເມັກກະວັດ ໄດ້ຮັບຄວາມເຫັນພ້ອມ ຈາກຣັຖບານ ກ່ຽວກັບ ບົດຣາຍງານ ການສຶກສາ ຜົລກະທົບ ຕໍ່ສິ່ງແວດລ້ອມ ຂອງບໍຣິສັດ ເປັນທີ່ຮຽບຮ້ອຍແລ້ວ, ອີງຕາມຄຳຖແລງ ຂອງທ່ານ ໂກນານ ກຽວ ປະທານ ບໍຣິສັດ. ທ່ານໄດ້ກ່າວຕໍ່ ກອງປະຊຸມ ຖແລງຂ່າວ ວ່າ ທາງບໍຣິສັດ ໄດ້ຮັບຄວາມເຫັນພ້ອມ ກ່ຽວກັບ ບົດຣາຍງານ ການສຶກສາ ຜົລກະທົບ ຕໍ່ສິ່ງແວດລ້ອມ ຈາກຣັຖບານລາວແລ້ວ ຫລັງຈາກທີ່ ໄດ້ດຳເນີນງານ ມາເປັນເວລາ 7 ປີ. ເຈົ້າຫນ້າທີ່ສະພາບ ແວດລ້ອມ ແຂວງຈຳປາສັກ ເວົ້າວ່າ:
"ດອຍສະຫົງ ແລະດອນສະດຳ ຕັ້ງຢູ່ຄົນລະແງ່ ເພີ່ນໃຫ້ ອະນຸຍາດ ແມ່ນຜົລ ກະທົບຕໍ່ ສີ່ງແວດລ້ອມ ຫລັງຈາກນັ້ນ ຣັຖບານ ກໍຈະອະນຸຍາດ ໃຫ້ສ້າງໄດ້ ເປັນເຂື່ອນ ນ້ຳລີນ".
ທ່ານໂກນານວ່າ ເຂື່ອນດອນສະຫົງ ເປັນເຂື່ອນນ້ຳລີນ ຫມາຍຄວາມວ່າ ທາງບໍຣິສັດ ບໍ່ຈຳເປັນ ຈະສ້າງ ອ່າງເກັບນ້ຳ ຂນາດໃຫຍ່ ແບບເຂື່ອນທົ່ວໄປ ດັ່ງນັ້ນ ຜົລກະທົບ ຕໍ່ສີ່ງແວດລ້ອມ ເຣື່ອງນ້ຳຖ້ວມ ກໍຈະບໍ່ ຫລາຍ ຕົງກັນຂ້າມ ມັນຈະເຮັດ ໃຫ້ຄວາມສ່ຽງ ນ້ອຍລົງ.
ທ່ານວ່າ ຈາກການສຶກສາ ຜົລກະທົບ ຕໍ່ສີ່ງແວດລ້ອມ ແລະ ວິຖີຊິວີດ ຂອງປະຊາຊົນ ພົບວ່າ ໂຄງການເຂື່ອນ ດອນສະຫົງ ຈະໄດ້ໂຍກຍ້າຍ ຊາວບ້ານພຽງແຕ່ 11 ຄອບຄົວເທົ່ານັ້ນ ສ່ວນບັນຫາ ທີ່ຫນ້າເປັນຫວ່ງ ກວ່າຫມູ່ ກໍແມ່ນການ ຂື້ນລົງຂອງໝູ່ປາ ແລະ ພວກທ່ານ ກໍ່ໄດ້ສເນີແນະ ວິທີແກ້ໄຂ ບັນຫາ ໃນບົດລາຍງານ ຜົລກະທົບ ຢ່າງຣະອຽດແລ້ວ.
