ທາງການລາວຂາດຂໍ໊ມູນ ຄົນງານລາວນອກປະເທດ

ກະຊວງ ແຮງງານລາວ ບໍ່ມີຂໍ້ມູນ ກ່ຽວກັບ ຄົນງານລາວ ທີ່ໄປເຮັດວຽກ ໃນປະເທດ ມາເລເຊັຍ.

0:00 / 0:00

ປັດຈຸບັນ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ບໍ່ມີຂໍ້ມູນ ກ່ຽວກັບ ຄົນງານລາວ ທີ່ໄປເຮັດວຽກ ຢູ່ມາເລເຊັຍ ເຖິງວ່າລາວ ຈະເຄີຍສົ່ງ ຄົນງານ ໄປເຮັດວຽກ ໃນມາເລເຊັຍ ກໍຕາມ. ນອກຈາກນີ້ ເຈົ້າໜ້າທີ່ ຂອງໄທ ກໍໄດ້ແຈ້ງວ່າ ໃນປີ 2011 ມີຄົນລາວ ເດີນທາງຜ່ານໄທ ໄປມາເລເຊັຍ ຮອດ 48,000 ຄົນ. ທາງກະຊວງ ແຮງງານລາວ ບອກວ່າເຄີຍໄດ້ ເກັບກໍາຂໍ້ມູນ ແຕ່ໃນມໍ່ໆມານີ້ ບໍ່ໄດ້ເກັບກໍາ ອີກແລ້ວ. ເຈົ້າໜ້າທີ່ ກະຊວງແຮງງານ ແລະ ສວັດດີການ ສັງຄົມ ເວົ້າວ່າ:

"ຕອນນີ້ກ໋ະ ບໍ່ມີຂໍ້ມູນ ວ່າຈໍານວນ ແຮງງານລາວ ທີ່ໄປມາເລ ບໍ່ມີ ແຕ່ກ່ອນນັ້ນມີ ແຕ່ດຽວນີ້ ເຂົາກັບມາລາວ ແລ້ວ".

ເຈົ້າໜ້າທີ່ ເວົ້າຕໍ່ໄປອີກວ່າ ແຕ່ກ່ອນ ຄົນງານລາວ ທີ່ໄປເຮັດວຽກ ໃນມາເລເຊັຍ ນັ້ນສ່ວນໃຫຍ່ ໄປເຮັດວຽກຕາມ ໂຮງງານ ອຸດສາຫະກັມ ຕ່າງໆ ແຕ່ພວກຂະເຈົ້າ ມີບັນຫາ ເຣື່ອງພາສາ ໃນການສື່ສານ ແລະ ເຣື່ອງຄ່າຈ້າງ ຄ່າແຮງງານ ທີ່ຕໍ່າ ຄົນງານລາວ ຈຶ່ງໜີກັບຄືນ ປະເທດ ສ້າງບັນຫາ ໃຫ້ບໍຣິສັດ ຊອກຫາວຽກງານ. ແຕ່ນັ້ນມາ ສປປລາວ ຈຶ່ງບໍ່ໄດ້ສົ່ງ ຄົນງານໄປ ມາເລເຊັຍອີກ ຈື່ງບໍ່ມີ ລາຍຣະອຽດ ຫຍັງກ່ຽວກັບ ຄົນງານລາວ ທີ່ຍັງເຫລືອຢູ່ ມາເລເຊັຍ ຫລືທີ່ເດີນທາງ ໄປໃໝ່ອີກ ດ້ວຍຕົນເອງ.

ເຈົ້າໜ້າທີ່ລາວ ກໍຍອມຮັບວ່າ ອາດມີ ຄົນງານລາວ ເດີນທາງເຂົ້າໄປ ເຮັດວຽກໃນ ມາເລເຊັຍ ແບບສ່ວນໂຕ ແລະ ບໍ່ໄດ້ແຈ້ງໃຫ້ ທາງການລາວຮູ້ນໍາ. ສ່ວນຂ່າວທີ່ ທາງການໄທ ໃຫ້ຂໍ້ມູນວ່າ ມີຍິງສາວລາວ ຖືກກຸ່ມ ຂະບວນການ ຄ້າມະນຸສ ຕົວະຍົວະໄປ ຄ້າປະເວນີ ໃນມາເລເຊັຍ ນັ້ນກໍມີ ຄວາມເປັນໄປໄດ້ສູງ ແຕ່ກະຊວງ ແຮງງານລາວ ກໍບໍ່ສາມາດ ຢືນຢັນ ຂໍ້ມູນນັ້ນໄດ້.