ທາງການລາວວ່າຈັບພວກ ຄ້າມະນຸສມັນຫຍູ້ງຍາກ

ເຈົ້າໜ້າທີ່ ທາງການລາວ ຍອມຮັບວ່າ ການຈັບກຸມ ພວກຄ້າມະນຸສ ມີຄວາມ ຫຍຸ້ງຍາກ ຂຶ້ນທຸກມື້.

0:00 / 0:00

ເຈົ້າໜ້າທີ່ ທາງການລາວ ຍອມຮັບວ່າ ປັດຈຸບັນ ການຈັບກຸມ ພວກຄ້າມະນຸສ ໃນລາວ ມາລົງໂທດນັ້ນ ມີຄວາມຫຍຸ້ງຍາກ ຂຶ້ນກວ່າແຕ່ກ່ອນ ຍ້ອນພວກ ຄ້າມະນຸດ ມີກຸ່ມແກ໋ງ ຂະບວນການ ອາສຍາກັມ ຂ້າມຊາດ ເຂົ້າຮ່ວມຫລາຍຂຶ້ນ. ນອກຈາກນັ້ນ ຂະບວນການ ຄ້າມະນຸສ ຍັງມີເຈົ້ານາຍ ຜູ້ມີອໍານາດ ມີອິດທິພົນ ຄູ້ມຄອງ ຢູ່ເບື້ອງຫລັງ. ດັ່ງເຈົ້າໜ້າທີ່ ຕໍ່ຕ້ານການ ຄ້າມະນຸສ ນະຄອນຫລວງ ວຽງຈັນ ເວົ້າວ່າ:

"ພວກຄ້າມະນຸສ ມັນນອນຢູ່ ໃນພວກມີ ອິດທິພົນ ມັນນອນຢູ່ ໃນແກ໋ງ ຂອງມາເຟັຍ ຕາມຜົນຂອງ ການດໍາເນີນ ຄະດີ ອອກມາຫັ້ນໜາ ໂຕນີ້ມັນ ກະເຫັນໄດ້ຢູ່ ສ່ວນໃຫຍ່ຜູ້ ຄ້າມະນຸສ ມັນແມ່ນຄົນ ປະເທດທີສາມ ຫລາຍກວ່າ ມັນເປັນເຣື່ອງ ຂ້ອນຂ້າງ ຈະສັບສົນ ແລ້ວກໍຫຍຸ້ງຍາກ".

ເຈົ້າໜ້າທີ່ ເວົ້າຕໍ່ໄປວ່າ ພວກຄ້າມະນຸດ ຢູ່ລາວ ກໍໃຊ້ຊີວິດ ຕາມປົກກະຕິ ຢູ່ໃນສັງຄົມ ທົ່ວໄປ ແຕ່ຂະເຈົ້າ ຈະຢູ່ບ່ອນຫລັບໆ ແລະໂຍກຍ້າຍ ສະຖານທີ່ເລື້ອຍໆ ເພື່ອຫລີກລ້ຽງ ການຈັບກຸມ. ນອກຈາກນັ້ນ ຜູ້ທີ່ ທາງການຈັບໄດ້ ໄລ່ທັນ ກໍບໍ່ຍອມ ເປີດເຜີຍ ບ່ອນລີ້ຊ່ອນ ຫລືເປີດໂປງ ຂະບວນການ ຄ້າມະນຸສ ນໍາກັນ ຫລືອາດບອກ ຄວາມເທັດ ເພື່ອສ້າງຄວາມ ປັ່ນປ່ວນ ແລະ ເຮັດໃຫ້ການ ຈັບກຸມ ເປັນໄປໄດ້ຍາກ.

ທີ່ຜ່ານມາ ເຈົ້າໜ້າທີ່ ສາມາດຈັບກຸມ ຜູ້ຄ້າມະນຸສ ໄດ້ຍ້ອນມີ ເບາະແສ ມາຈາກຜູ້ເຄີຍ ຖືກເຄາະຮ້າຍ ທີ່ທາງການ ໄດ້ຊ່ວຍເຫລືອ ອອກມາໄດ້ ແຕ່ສ່ວນໃຫຍ່ ບໍ່ກ້າເປີດໂປງ ໃຫ້ຂໍ້ມູນ ຕໍ່ທາງການ ເພາະຢ້ານ ອິດທິພົນ ຂອງພວກ ຄ້າມະນຸສ ຈຶ່ງເຮັດໃຫ້ ການປາມປາມ ຂອງເຈົ້າໜ້າທີ່ ລໍາບາກຂຶ້ນ.