ສາມັນຊົນໃນລາວ ຂາດຄວາມເຊື່ອໝັ້ນ

ປະຊາຊົນ ທັມມະດາ ສາມັນ ຂາດຄວາມ ເຊື່ອໝັ້ນ ໃນເຣື່ອງການ ບໍຣິຫານ ຂອງ ພັກ-ຣັຖ ຍ້ອນມີການ ຫລິ້ນເສັ້ນ ຫຼີ້ນສາຍ ທີ່ເຫັນໄດ້ ຢ່າງຈົ່ງແຈ້ງ.

0:00 / 0:00

ກົດຟັງສຽງ

ໃນວົງການ ບໍຣິຫານ ຂອງ ພັກ-ຣັຖ ໃນເວລານີ້ ເຣື່ອງການ ຫລີ້ນເສັ້ນ-ຫລິ້ນສາຍ ຫຼີ້ນພັກ ຫຼີ້ນພວກ ຂຍາຍໂຕ ຂື້ນເລື້ອຍໆ ໂດຍບໍ່ຖືເອົາ ຄວາມສາມາດ ເປັນຫລັກ ໃນການບັນຈຸ ຄົນເຂົ້າເປັນ ພນັກງານຣັດ ຈົນເຮັດໃຫ້ ຜູ້ທີ່ມີຄວາມ ສາມາດ ທີ່ແທ້ຈິງນັ້ນ ໝົດກໍາລັງໃຈ ຂາດຄວາມເຊື່ອໝັ້ນ ໃນການນໍາ ຂອງພັກ-ຣັຖ. ຕາມທີ່ ຊາວ ນະຄອນຫຼວງ ວຽງຈັນ ຄົນນື່ງໄດ້ ໃຫ້ທັສນະ ກ່ຽວກັບ ເຣື່ອງນີ້ວ່າ:

"ຄົນທີ່ວ່າເຂົາ ເຈົ້າຮຽນ ມາແລ້ວ ແຕ່ວ່າເຂົາເຈົ້າ ເອົາຄົນອື່ນ ທີ່ວ່າ ມີເສັ້ນສາຍ ເຂົ້າໄປເຮັດວຽກ ກໍຈະເຮັດໃຫ້ ຜູ້ທີ່ ຮຽນມານັ້ນ ຈະບໍ່ມີ ວຽກເຮັດ ງານທໍາ ກໍເລີຽເຮັດ ໃຫ້ສັງຄົມ ບໍ່ມີຄວາມ ເບື່ອໝັ້ນ ກັບ ພາກຣັຖ".

ລາວໄດ້ ອະທິບາຍ ຕໍ່ໄປວ່າ ມີຫລາຍຄົນ ທີ່ຮຽນຈົບ ມາແລ້ວ ມີຄວາມສາມາດ ແລະມີ ປະສົພການ ແຕ່ບໍ່ໂອກາດ ໄດ້ເຮັດວຽກ ຕາມຄວາມຮູ້ ຄວາມສາມາດ ທີ່ໄດ້ຮຽນມາ ເພາະໜ້າວຽກ ທັງຫຼາຍນັ້ນ ຈະຕົກເປັນ ຂອງລູກເຈົ້າ ຫລານນາຍ ທີ່ບໍ່ມີ ທັງຄວາມຮູ້ ແລະ ຄວາມສາມາດ ບໍ່ມີ ຄຸນສົມບັດ ໃນຕໍາແໜ່ງ ໜ້າທີ່ນັ້ນໆ. ຄົນຜູ້ໄດ້ເວົ້າ ເພີ້ມອີກວ່າ:

"ສ່ວນຫລາຍ ຢູ່ລາວເຮົາ ກໍຈະແບບ ພນັກງານ ຜູ້ໃຫ່ຽ ທີ່ມີລູກຫລານ ເພິ່ນຈະເອົາ ຫລູກຫລານ ເພິ່ນເຂົ້າໄປ ແຕ່ວ່າ ຜູ້ທີ່ເກ່ງ ແທ້ໆນັ້ນ ຫລືໄດ້ເຮັດ ກໍແຕ່ວ່າ ເປັນລູກນ້ອງ ຜູ້ນັ້ນຢູ່ ເພາະວ່າ ເວົ້າເຣື້ອງເສັ້ນ ເຣື້ອງສາຍ ຂ້າເຈົ້າກໍຕ້ອງ ເບິ່ງຄົນ ເຂົາເຈົ້າກ່ອນ ທີ່ວ່າຈະ ພິຈາຣະນາ ຄົນນອກ".

ການຫລີ້ນເສັ້ນ ຫລິ້ນສາຍ ໃນວົງການ ຂອງພັກ-ຣັຖ ໃນສັງຄົມລາວ ປັດຈຸບັນ ບໍ່ພຽງແຕ່ ເຮັດໃຫ້ຫລາຍຄົນ ຫຍໍ້ທໍ້ ກໍາລັງໃຈ ເທົ່ານັ້ນ ແຕ່ຍັງສ້າງ ຄວາມບໍ່ ຍຸຕິທັມ ໃນສັງຄົມ ທີ່ມີຜົນ ສະທ້ອນຕໍ່ ຄວາມກ້າວໜ້າ ໃນການພັທນາ ປະເທດ ອີກດ້ວຍ.