ຣາຍການສົນທະນາ ທາງວິທຍຸຍັງຖືກປິດ

ທາງການລາວ ຍັງບໍ່ມີ ທ່າທີ ຈະພິຈາຣະນາ ອະນຸຍາດ ໃຫ້ຣາຍການ ວິທຍຸ ສົນທະນາ ເຣື່ອງຂ່າວ ໃນສັງຄົມ ກັບມາອອກ ອາກາດ ຄືນອີກ.

2012.11.26

ເຈົ້າໜ້າທີ່ ຂັ້ນສູງ ກະຊວງ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ຂອງລາວ ຜູ້ບໍ່ປະສົງ ອອກຊື່ ທ່ານນຶ່ງ ເປີດເຜີຍ ໃຫ້ຮູ້ວ່າ ຜູ້ດໍາເນີນ ຣາຍການ “ລົມ ເຣື່ອງຂ່າວ“ ໄດ້ຍື່ນໜັງສື ເຖິງທ່ານ ບໍ່ແສງຄໍາ ວົງດາລາ ຣັຖມົນຕຣີ ກະຊວງ ຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ຢ່າງເປັນທາງການ ໃນເດືອນ ເມສາ ເພື່ອຮຽກຮ້ອງ ຂໍໃຫ້ ພິຈາຣະນາ ອະນຸຍາດ ໃຫ້ຣາຍການ ຂອງທ່ານ ກັບຄືນມາ ອອກອາກາດ ໃນສະຖານີ ວິທຍຸ ກະຈາຍສຽງ ແຫ່ງຊາດ ໄດ້ຕາມ ປົກກະຕິ ຫລັງຈາກ ຖືກສັ່ງໃຫ້ ເຊົາອອກ ອາກາດ ແຕ່ເດືອນ ມົກກະຣາ 2012 ເປັນຕົ້ນມາ ໂດຍບໍ່ໃຫ້ ເຫດຜົນ ຢ່າງຈະແຈ້ງ.

ຣາຍການ ລົມເຣື່ອງຂ່າວ ນີ້ແມ່ນ ທ່ານ ອຸ່ນແກ້ວ ສຸກສະຫວັນ ເປັນຜູ້ຈັດ ຣາຍການ ເປັນທີ່ຮູ້ຈັກ ກັນດີ ໃນວົງການ ສື່ມວລຊົນ ລາວ ຊຶ່ງໄດ້ອອກຂ່າວ ທີ່ເນັ້ນໜັກ ນໍາສເນີ ຂໍ້ມູນ ກ່ຽວກັບ ການສໍ້ຣາສ ບັງຫລວງ ພາຍໃນວົງການ ຣັຖບານລາວ ຫລາຍ. ຍິ່ງໄປກວ່ານັ້ນ ຍັງໄດ້ນໍາສເນີ ຫລາຍກໍຣະນີ ທີ່ສົ່ງຜົນ ກະທົບຕໍ່ເນື່ອງ ໄປເຖິງວຽດນາມ ທີ່ມີ ຄວາມສາມັກຄີ ພິເສດ ກັບລາວ ເຊັ່ນ ບັນຫາການ ໃຫ້ສໍາປະທານ ທີ່ດິນ ຢູ່ແຂວງ ສາຣະວັນ ອັດຕະປື ແລະ ແຂວງເຊກອງ ແກ່ ຣັຖວິສາຫາກິດ ວຽດນາມ ທີ່ກວມເອົາ ດິນ ຂອງປະຊາຊົນ ຢ່າງຫລວງຫລາຍ.

ຣາຍການ ລົມເຣື່ອງຂ່າວ ໄດ້ອອກອາກາດ ດ້ວຍຂນາດຄື້ນ ຄວາມຖິ່ FM 103.7 ເມກາເຮີດ ແຕ່ປີ 2007 ເປັນຕົ້ນມາ. ເຖິງວ່າອອກອາກາດ ໃນຕອນເດິກ ແຕ່ກໍໄດ້ຮັບ ຄວາມນິຍົມ ຈາກ ປະຊາຊົນ ລາວ ຫລາຍຂຶ້ນເລື້ອຍໆ.

ການທີ່ ທາງການລາວ ສັ່ງໃຫ້ປິດ ຣາຍການນີ້ ມີການ ວິພາກວິຈານ ກັນວ່າ ບໍ່ພຽງແຕ່ເປັນ ການຄຸກຄາມ ສິດເສຣີພາບ ຂອງ ສື່ມວນຊົນ ເທົ່ານັ້ນ ແຕ່ຍັງເປັນການ ຂັດຕໍ່ ສົນທິສັນຍາ ວ່າດ້ວຍ ເສຣີພາບ ແລະ ສິດທິ ການເມືອງ ຂອງພົລເມືອງ ຂອງ ສະຫະປະຊາຊາດ ຊຶ່ງຣັຖບານລາວ ກໍໄດ້ໃຫ້ ສັຕຍາບັນ ມາແຕ່ປີ 2009 ນັ້ນນໍາດວ້ຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.