ກົດຟັງສຽງ
ແວບໄຊຕ໌ ຜູ້ຈັດການ ຂອງໄທ ລົງຂ່າວ ມື້ນີ້ວ່າ ເມື່ອວັນທີ່ 21 ກໍຣະກະດາ 2011 ຊາວໜຸ່ມໄທ ສາມຄົນ ຂີ່ຣົດເກງ ເຂົ້າໄປຫລິ້ນ ເມືອງປາກເຊ ແຂວງ ຈຳປາສັກ ແລະ ຫລັງຈາກນັ້ນ ກໍກະວ່າ ຈະຂີ່ຣົດ ຂື້ນໄປ ທ່ອງທ່ຽວ ພາກເໜືອ ຂອງລາວ ແລ້ວຈະເລີຍ ໄປຕໍ່ ທີ່ ວຽດນາມ ລວມທັງໝົດ ຈະໃຊ້ ເວລາ ສິບມື້ເຕັມ, ແຕ່ກໍຖືກ ຈັບກ່ອນ ເມື່ອ ວັນອາທິດ ວັນທີ່ 24 ທີ່ ຜ່ານມາ. ພໍ່ແມ່ ຍາດພີ່ນ້ອງ ຂອງເຂົາເຈົ້າ ເວົ້າວ່າ ໄວລຸ້ນ ທັງສາມ ຖືກ ຄວບຄຸມຕົວ ຢູ່ ເມືອງປາກເຊ ເພື່ອສືບສວນ, ເຈົ້າໜ້າທີ່ລາວ ໄດ້ຍຶດ ກ້ອງຖ່າຍຮູບ ແລະ ອະນຸຍາດ ໃຫ້ ໂທຣະສັບ ຫາ ຍາຕພີ່ນ້ອງ ໃນຕອນບ່າຍ ຂອງ ວັນອາທິດ.
ຫລັງຈາກນັ້ນ ກໍມິດງຽບ ໄປເລີຍ ທາງຝ່າຍ ພໍ່ແມ່ ພີ່ນ້ອງ ກໍເປັນຫ່ວງ, ໃນມື້ກ່ອນ ພວກເຂົາ ກໍໄດ້ ຕິດຕໍ່ໄປຫາ ສະຖານທູດລາວ ປະຈຳ ປະເທດໄທ ທີ່ ບາງກອກ ເພື່ອຂໍຄວາມ ຊ່ວຍເຫລືອ. ພີ່ນ້ອງ ຜູ້ຖືກຈັບ ເວົ້າວ່າ ນັກທ່ອງທ່ຽວ ໄທ ອາດຈະໄດ້ ຖ່າຍຮູບ ເອົາທິວທັດ ພູຜາ ທັມມະຊາດ ໃນ ເມືອງປາກເຊ ໂດຍທີ່ ບໍ່ຮູ້ວ່າ ຢູ່ເທິງ ພູຜານັ້ນມີ ສະຖານນີ ຣາດາຣ໌ ຂອງ ທະຫານລາວ. ຊາວໄທ ທັງສາມນັ້ນ ໄປຈາກ ແຂວງ ຊຽງຮາຍ ສອງຄົນ ແລະ ອີກຜູ້ນຶ່ງ ໄປຈາກ ແຂວງ ໄຊຍະພູມ, ມີອາຍຸ 32 ປີ, 34 ປີ ແລະ 40 ປີ.