ເຍົາວະຊົນລາວຂາດ ຄວາມພ້ອມສໍາລັບອາຊ໊ຽນ

ກາຣສຶກສາ ຂອງ ເຍົາວະຊົນ ລາວ ເພືື່ອຕຣຽມ ເຂົ້າເປັນ ປະຊາຄົມ ອາຊ໊ຽນ ຍັງບໍ່ໄດ້ ຜົລດີ ເທົ່າທີ່ຄວນ.

0:00 / 0:00

ກາຣພັທນາ ດ້ານ ກາຣສຶກສາ ເພື່ອຕຣຽມ ເຍົາວະຊົນລາວ ໃນກາຣເຂົ້າຮ່ວມ ກຸ່ມປະຊາຄົມ ອາຊ໊ຽນ ໃຫ້ໄດ້ໃນປີ 2015 ທີ່ຈະມາເຖີງ ນີ້ນັ້ນ ເທົ່າປັຈຈຸບັນນີ້ ທາງກາຣ ກ່ຽວຂ້ອງຂອງລາວ ກໍມີກາຣ ເນັ້ນທາງດ້ານ ກາຣຄ້າ ກາຣເຄື່ອນຍ້າຍ ແຮງງານ ແລະ ກາຣແຂ່ງຂັນ ດ້ານອາຊີພຕ່າງໆ ແຕ່ພົບເຫັນວ່າ ກາຣປະເມີນ ນັກຮຽນຂອງລາວ ຍັງບໍ່ໄດ້ຮັບ ຜົລດີ ແລະ ມີຄຸນພາບ ເທົ່າທີ່ຄວນ.

ຄວາມຈິງແລ້ວ ທາງກະຊວງ ສຶກສາທິກາຣ ລາວ ໄດ້ປັບປຸງ ຫລັກສູຕ ກາຣຮຽນກາຣສອນ ຈາກຣະບົບ 5 ປີ ໃນຊັ້ນປະຖົມ ພ້ອມກັບ 3 ປີ ໃນຊັ້ນມັທຍົມຕົ້ນ ແລະ 3 ປີ ໃນມັທຍົມປາຍ ຮວມເປັນ 11 ປີ ໂດຽມີກາຣ ເພີ່ມຕື່ມໜຶ່ງປີ ໃນມັທຍົມຕົ້ນ ໃຫ້ເປັນ 4 ປີ ຫລື 5+4+3 ຮວມເປັນ 12 ເພື່ອສົ່ງເສີມໃຫ້ ເຍົາວະຊົນ ມີຄວາມຮູ້ ຕາມມາຕຖານ ແລະ ຮັບມື ກາຣແຂ່ງຂັນ ກັບ ເຍົາວະຊົນ ປະເທສ ສະມາຊິກ ອາຊ໊ຽນ ອື່ນໆ. ດັ່ງເຈົ້າໜ້າທີ່ ກົມແຜນກາຣ ແລະ ກາຣຮ່ວມມື ກະຊວງ ສຶກສາທິກາຣ ໄດ້ກ່າວວ່່າ:

"ກໍເພາະວ່າ 2015 ລາວຈະເຂົ້າເປັນ ປະຊາຄົມ ອາຊ໊ຽນ ກໍມີກາຣກຽມ ຄວາມພ້ອມ ກ່ຽວກັບຫລັກສູຕ ກາຣຮຽນກາຣສອນ ຂອງ ປະເທສລາວ ໃຫ້ເຊື່ອມໂຍງ ກັບ ອາຊ໊ຽນ ໄດ້ກໍມີກາຣປັບ ໂຄງສ້າງ ຫລັກສູຕຈາກ 11 ປີ ເປັນ 12 ປີ ຮັ້ນນ໋າ".

ເຖີງຢ່າງໃດກໍຕາມ ເທົ່າປັຈຈຸບັນນີ້ ກາຣສຶກສາ ໃນລາວ ອາຈຍັງຂາດ ປັຈຈັຍ ຫລາຍຢ່າງ ເຊັ່ນ: ດ້ານຄຣູ ອາຈາຣຍ໌ ອຸປກອນ ກາຣຮຽນ ກາຣສອນ ແລະເງິນທຶນ ສໍາລັບ ກາຣຜລິຕ ປື້ມຮຽນຕ່າງໆ ກໍຍັງຂາດແຄນ ຕລອດມາ ທີ່ອາຈຈະເຮັດໃຫ້ ເຍົາວະຊົນ ລາວ ບໍ່ມີຄວາມພ້ອມ ເພື່ອເຂົ້າເປັນ ປະຊາຄົມ ອາຊ໊ຽນ ຕາມກຳໜົດ ດັ່ງກ່າວ ນີ້ກໍເປັນໄດ້.