ໃນຄາວທີ່ມີ ກາຣປະຊຸມ ເປັນເວລາ 2 ມື້ ກ່ຽວກັບທີ່ດິນ ແລະ ປ່າໄມ້ ສາກົລ ທີ່ຈັດຂຶ້ນຢູ່ ນະຄອນຫລວງ ວຽງຈັນ ໃນວັນທີ 28 ສິງຫາ ນີ້ ດຣ. ສຸວັນເພັງ ບຸບຜານຸວົງສ໌ ປະທານ ຄນະກັມມະກາຣ ດ້ານກາຣວາງແຜນ ເສຖກິຈ ແລະ ກາຣເງິນ ຂອງ ສະພາແຫ່ງຊາຕ ໄດ້ໃຫ້ ກາຣຢືນຢັນວ່າ ທາງກາຣ ສປປລາວ ມີຄວາມຕັ້ງໃຈ ທີ່ຈະໃຫ້ມີ ກາຣປະຕິຮູບ ຣະບຽບ ກາຣຈັດສັນ ທີ່ດິນ ໃນທົ່ວປະເທສ ແບບຍືນຍົງ ຕາມແຜນ ຂອງກາຣຫລຸດຜ່ອນ ຄວາມທຸກຂ໌ຍາກ ຂອງ ປະຊາຊົນ.
ທ່ານສຸວັນເພັງ ໄດ້ກ່າວເນັ້ນວ່າ ບັນຫາທີ່ມີ ກາຣຂັດແຍ່ງ ເຣື່ອງທີ່ດິນ ໂດຽສະເພາະ ຕາມເຂຕຊົນບົທ ໃນທົ່ວປະເທສ ດັ່ງທີ່ເຫັນຢູ່ໃນ ປັຈຈຸບັນ ນີ້ນັ້ນ ເປັນແຜນກາຣ ບຸຣິມະສິທ ທີ່ທາງຣັຖບາລ ຈະຕ້ອງເອົາໃຈໃສ່ ແກ້ໄຂໃຫ້ໄດ້ ພາຍຫລັງ ທີ່ມີກາຣ ປ່ຽນແປງ ໃນຫລາຍພາກສ່ວນ ໃນດ້ານກາຣ ບໍຣິຫາຣ ທີ່ດິນ ໃຫ້ເປັນປະໂຍຊນ໌.
ເຖີງຢ່າງໃດ ກໍຕາມ ກອງປະຊຸມ ສັມມະນາ ກ່ຽວກັບທີ່ດິນ ແລະ ປ່າໄມ້ ສາກົລ ທີ່ຈັດຂຶ້ນຢູ່ ນະຄອນຫລວງ ວຽງຈັນ ຄັ້ງນີ້ ນອກຈາກ ທາງກາຣ ກ່ຽວຂ້ອງ ຂອງລາວແລ້ວ ກໍມີເຈົ້າໜ້າທີ່ ຈາກ ບໍ່ຕໍ່າກວ່າ 11 ປະເທສ ເຂົ້າຮ່ວມ ເຊັ່ນ: ຈາກທະວີບ ອັຟຣິກາ ເອເຊັຽ ອະເມຣິກາ ລາຕີນ ແລະ ຈາກເຂຕຢູໂຣປ ນຳດ້ວຍ ເພື່ອ ພິຈາຣະນາ ແລະ ໃຫ້ຄວາມ ຮ່ວມມື ເພື່ອແກ້ໄຂ ບັນຫາ ດ້ານກາຣຂັດແຍ່ງ ທີ່ດິນຕ່າງໆ ຊຶ່ງກໍຮວມທັງ ກາຣປະຕິຮູບ ແລະ ຈັດສັນທີ່ດິນ ໃນເມືອງລາວ ນຳເຊັ່ນກັນ.
