ກົດຟັງສຽງ
ທາງກາຣ ສປປລາວ ມີຄວາມ ຄືບໜ້າ ໃນເຣື່ອງ ກາຣກະຕຣຽມ ເຂົ້າຮ່ວມ ເປັນ ສະມາຊິກ ຂອງກຸ່ມ ສິທທິ ມະນຸສຍະຊົນ ອາຊ໊ຽນ ຊຶ່ງປັຈຈຸບັນ ກຳລັງ ຮ່າງ ຣະບຽບກາຣ ເຂົ້າຮ່ວມ ເພື່ອໃຫ້ ສອດຄ່ອງ ກັບມາຕຖານ ດ້ານສິທທິ ມະນຸສຍະຊົນ ດັ່ງເຈົ້າໜ້າທີ່ ຈາກ ກະຊວງກາຣ ຕ່າງປະເທສ ໄດ້ກ່າວວ່າ:
"ກາຣກະກຽມ ກາຣຮຽບຮຽງ ແຖລງກາຣ ອາຊ໊ຽນ ວ່າດ້ວຍ ສິທທິມະນຸສ ຊຶ່ງຈະເປັນ ເອກກະສາຣ ສຳຄັນ ສຳລັບ ອາຊ໊ຽນ ເອງ ໃນອະນາຄົຕ ຫລັງຈາກ ທີ່ອາຍຊ໊ຽນ ຈະໄດ້ເປັນ ປະຊາຄົມ ອາຊ໊ຽນ ໃນປີ 2015”.
ກ່ຽວກັບ ດ້ານສິທທິ ມະນຸສຍະຊົນ ທີ່ໄດ້ ຣະບຸໄວ້ ໃນເອກກະສາຣ ສຳຄັນ ກໍປະກອບດ້ວຍ ທິທທິ ກາຣຈັດສັນ ທີ່ດິນ ແລະ ຊັພຍາກອນ ທັມມະຊາຕ ໃນບັນດາ ປະເທສ ອາຊ໊ຽນ ຕລອດຮອດ ກາຣພັທນາ ເສຖກິຈ ແລະ ສິທທິ ໃນກາຣພັທນາ ປະຊາຊົນ ສິທທິ ເດັກນ້ອຍ ສິທທິ ສັຕຣີ ສິທທິ ຄົນພິກາຣ ແລະ ສິທທິ ຂອງ ກຸ່ມຊາຕພັນ ແລະ ຜູ້ລີ້ພັຍ ພ້ອມກັບ ສິທທິ ຂອງ ບັນດາ ພວກແຮງງານ ຂ້າມຊາຕ ໃນບັນດາ ປະເທສ ອາຊ໊ຽນ ທີ່ຈະຕ້ອງ ໃຫ້ມີກາຣ ປະຕິບັຕ ພາຍໃຕ້ ກົດຣະບຽບ ດຽວກັນ.
ຂໍ້ຣະບຽບ ກາຣດັ່ງກ່າວ ຈະສົ່ງ ຜົລເຖິງ ບົທສຣູບ ໃນອະນາຄົຕ ໃນເຣື່ອງ ກາຣເສີມສ້າງ ສິທທິ ແລະ ກາຣມີສ່ວນຮ່ວມ ຂອງ ປະຊາຊາ ສັງຄົມ ໃຫ້ເກີດ ເປັນຮູປທັມ ໃນອາຊ໊ຽນ ຢ່າງແທ້ຈິງ.
