ກົດຟັງສຽງ
ໂຄງການ ຣົດໄຟ ຄວາມໄວສູງ ລາວ-ຈີນ ທີ່ ທາງການ ຂອງ ທັງສອງ ປະເທດ ມີແຜນວາງ ສີລາເລີກ ເພື່ອລົງມື ການກໍ່ສ້າງ ໃນ ເດືອນ ເມສາ ຜ່ານມາ ແຕ່ໄດ້ຢຸດ ຊງັກໄປ ນັ້ນ, ມີຂ່າວລ້າສຸດ ມື້ວັນທີ່ 2 ພືສຈິກາ ນີ້ ເຈົ້າໜ້າທີ່ ທາງການລາວ ຜູ້ບໍ່ປະສົງ ອອກຊື່ ບອກວ່າ ໂຄງການນີ້ ຈະກັບມາ ເລີ້ມຄືນໃໝ່ ຢ່າງ ແນ່ນອນ ດັ່ງທີ່ ທ່ານ ໄດ້ກ່າວວ່າ:
"ສີ່ສ້າງ ແນ່ນອນ ແຕ່ບໍ່ທັນຣູ້ ມື້ໃດ ແຫລະ ແຕ່ວ່າຊີ່ ແນ່ນອນ ຢູ່ ຣັຖບານ ເຊັນກັນ ຍັງບໍ່ຮູ້ ຍັງບໍ່ໄດ້ ເຊັນ Agreement ກັນເນາະ".
ໃນຄໍາຖາມ ທີ່ວ່າ ໃນລະຍະ ຜ່ານມາ ເປັນຫຍັງ ໂຄງການສ້າງ ທາງຣົດໄຟ ຈື່ງຢຸດ ຊງັກໄປ? ເຈົ້າໜ້າທີ່ ລາວ ກໍບໍ່ສາມາດ ໃຫ້ລາຍ ລະອຽດໄດ້ ເພາະທ່ານ ຖືວ່າ ເປັນເຣື້ອງ ຂອງ ຂັ້ນເທິງ, ແຕ່ແຫ່ລງຂ່າວ ທີ່ ເຊື່ອຖືໄດ້ ເວົ້າວ່າ ຜູ້ຮັບ ຜິດຊອບ ຂັ້ນເທິງ ຫລັງຈາກໄດ້ ສືກສາ ຜົນປະເມີນ ຫລາຍດ້ານ ຂອງ ນັກວິຊາການ ລາວ ທາງດ້ານ ເທັກນິກ ເສຖກິດ ກົດໝາຍ ສິ່ງແວດລ້ອມ ຈຸດດີ ແລະ ຈຸດເສັຽ ຂອງ ຂໍ້ຕົກລົງ ທີ່ ຈີນ ໄດ້ສະເໜີມາ ສົມທົບກັບ ບັນຫາ ປັ່ນປ່ວນ ພາຍໃນ ອົງການ ຣົດໄຟ ຂອງຈີນ ເອງ ທາງການລາວ ກໍບໍ່ລົງນາມ ໃນສັນຍາ ນັ້ນ ອັນເຮັດໃຫ້ ໂຄງການ ກໍ່ສ້າງ ຈື່ງຖືກຢຸດ ຊງັກລົງ.
ລາຍງານ ໜັງສືພິມ ມະຕິຊົນໄທ ເມື່ອວັນທີ່ 26 ກໍຣະກະດາ ຜ່ານມາ ວ່າ ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ ໄດ້ຢຸດຊງັກລົງ ນັ້ນ ແມ່ນຍ້ອນ ທາງການລາວ ບໍ່ສາມາດ ຮັບເງື່ອນໄຂ ຂອງ ທາງການ ຈີນ ໃນການ ນໍາເອົາ ຄົນງານ, ການທີ່ ຈີນ ບໍ່ຢາກຈ້າງ ແຮງງານລາວ, ການທີ່ ຈີນ ຂໍສັມປະທານ ທີ່ດິນ ເບື້ອງລະ 5 km ຕຣອດຄວາມຍາວ ຂອງ ທາງຣົດໄຟ 421 km, ຊື່ງເຣື່ອງນີ້ ທ່ານ ສົມສວາດ ເລັງສວັດ ຮອງ ນາຍົກ ຣັຖມົນຕຣີ ໄດ້ ປະຕິເສດ ໄປແລ້ວ ວ່າ ບໍ່ມີມູນ ຄວາມຈິງ. ເຖິງຢ່າງໃດ ກໍດີ ປະຊາຊົນ ໃນແຂວງ ຫລວງນໍ້າທາວ່າ ພວກຕົນ ບໍ່ຮູ້ຈັກວ່າ ໂຄງການນີ້ ຈະຖືກ ຟື້ນຟູ ຄືນໃໝ່ ຮູ້ແຕ່ວ່າ ເລີກລົ້ມ ໄປແລ້ວ. ຖ້າຫາກ ຈະມີຄືນ ໃໝ່ນີ້ ພວກຕົນ ກໍດີໃຈ.