ການສຶກສາໃນລາວ ພັທນາພາດເປົ້າໝາຍ

ດຣ. ພັນຄໍາ ວິພາວັນ ຣັຖມົນຕຣີ ກະຊວງ ສຶກສາທິການ ແລະ ກິລາ ໄດ້ລາຍງານ ຕໍ່ ກອງປະຊຸມ ສໄມສາມັນ ຄັ້ງທີ 2 ຂອງ ສະພາ ແຫ່ງຊາດ ຊຸດທີ 7 ກ່ຽວກັບ ລະບົບ ການສຶກສາ ໃນ ສປປລາວ.

0:00 / 0:00

ກົດຟັງສຽງ

ບັນຫາ ທີ່ ກົດໜ່ວງ ລະບົບ ການສຶກສາ ແຫ່ງຊາດ ບໍ່ບັນລຸ ເປົ້າໝາຍ ເທົ່າທີ່ຄວນ ກໍຍ້ອນ ການຂຍາຍ ລະບົບ ການສຶກສາ ສູ່ເຂດ ຊົນນະບົດ ຍັງຊັກຊ້າ ແລະ ບໍ່ທົ່ວເຖິງ. ຍັງມີຫຼາຍ ບ້ານ ທີ່ຍັງບໍ່ທັນມີ ຮອດ ໂຮງຮຽນ ຫລື ມີໂຮງຮຽນ ແຕ່ບໍ່ມີ ຄຣູສອນ ເຮັດໃຫ້ ເດັກນ້ອຍ ບໍ່ໄດ້ເຂົ້າ ໂຮງຮຽນ. ຄວາມສາມາດ ໃນການສອນ ຂອງ ຄຣູ-ອາຈານ ຍັງບໍ່ສູງ ເທົ່າທີ່ຄວນ, ວິທີການສອນ ຍັງບໍ່ມີ ຫຼັກການ ຕາຍໂຕ, ຂາດການ ປະດິດ ຄິດສ້າງ, ບໍ່ມີຫຼາຍ ຮູບແບບ, ຂາດການ ສົ່ງເສີມ ໃຫ້ນັກຮຽນ ຄົ້ນຄວ້າຮຽນ ດ້ວຍໂຕເອງ.

ພື້ນຖານ ໂຄງຮ່າງ ການສຶກສາ ຍັງບໍ່ຄົບຖ້ວນ ພຽງພໍ. ແບບແຜນ ຈັດວິຊາ ການຮຽນ ຍັງບໍ່ເປັນ ລະບົບ ທີ່ຊັດເຈນ, ການຄຸ້ມຄອງ ບໍຣິຫານ ການສຶກສາ ບໍ່ເຂັ້ມແຂງ ຍັງມີຫຼາຍຢ່າງ ທີ່ ບໍ່ສອດຄ່ອງ ກັບການ ປ່ຽນແປງ ໃໝ່. ບັນຫາ ດັ່ງກ່າວ ສົ່ງຜົນ ກະທົບໂດຍກົງ ຕໍ່ ລະບົບ ການສຶກສາ ເຮັດໃຫ້ ຄຸນນະພາບ ການສຶກສາ ຕົກຕໍ່າ ບໍ່ບັນລຸ ເປົ້າໝາຍ ທີ່ ໄດ້ວາງໄວ້. ນັກສຶກສາ ຮຽນຈົບໄດ້ ໃບປະກາດ ໃນລະດັບ ຕ່າງໆ ແຕ່ພາກໂຕຈິງ ຍັງເຮັດ ບໍ່ເປັນ. ສະແດງ ໃຫ້ເຫັນວ່າ ບຸກຄົນ ທີ່ຜ່ານ ການສຶກສາ ກໍຍັງຂາດ ຄວາມຮູ້ ຄວາມສາມາດ ບໍ່ສົມກັບ ເນື້ອໃນ ຂອງວິຊາ ທີ່ບັນຈຸ ໃນຫຼັກສູດ.

ເຖິງຢ່າງໃດ ກໍຕາມ ທີ່ຜ່ານມາ ພາກສ່ວນ ກ່ຽວຂ້ອງ ເຄີຍລາຍງານ ວຽກງານ ດ້ານການ ສຶກສາ ວ່າມີ ແຕ່ສິ່ງດີໆ ຊຶ່ງຮ້ອງວ່າ ລາຍງານ “ດອກໄມ້” ຂອງ ເຈົ້າໜ້າທີ່ ກ່ຽວຂ້ອງ ເພື່ອເອົາ ໂຕລອດ.

ຣັຖມົນຕຣີ ກະຊວງ ສຶກສາທິການ ແລະ ກິລາ ໄດ້ລາຍງານ ກ່ຽວກັບ ລະບົບ ການສຶກສາ ໃນລາວ ທີ່ ເຫັນວ່າ ຄວນນໍາເອົາ ມາສຶກສາ ຫາທາງແກ້ໄຂ ຕໍ່ໄປ.