ກົດຟັງສຽງ
ມີຊາວບ້ານ ບາງສ່ວນ ບໍ່ເຫັນດີນໍາ ແຜນການ ຂອງຣັຖບານ ທີ່ຢາກທ້ອນໂຮມ ຫລາຍໆໝູ່ບ້ານນ້ອຍ ເຂົ້າກັນ ໃຫ້ເປັນບ້ານໃຫຍ່ ເພື່ອຄວາມສະດວກ ໃນການພັທນາ ຂອງ ຣັຖບານ ຍ້ອນວ່າ ການຖ້ອນໂຮມ ເຂົ້າກັນ ສ້າງຄວາມ ເດືອດຮ້ອນ ໃຫ້ພວກຂະເຈົ້າ. ດັ່ງຊາວບ້ານ ຈາກເຂດພາກເໜືອ ຂອງລາວ ຜູ້ບໍ່ປະສົງ ອອກຊື່ ເວົ້າວ່າ:
"ເຂົາເອີ້ນວ່າ ຍຸທສາດ ໃນການໂຮມບ້ານ ຂອງຣັຖບານ ຈາກບ້ານນ້ອຍ ໄປເປັນບ້ານໃຫຍ່ ເນ໋າະ ແຕ່ວ່າປະຊາຊົນ ມີແນວຄິດ ຄອນແຄນບັດນີ້ ກໍມີບັນຫາ ບາງເທື່ອ ຜູ້ທີ່ວ່າ ຮັ່ງມີເນ໋ະ ຜູ້ທີ່ວ່າມີ ຢູ່ແລ້ວ ຢູ່ບ້ານນັ້ນ ຍ້າຍມາຢູ່ ບ້ານໃໝ່ ບາງເທື່ອກໍ໋ ກໍທຸກຍາກ ບາງເທື່ອເນ໋າະ ບໍ່ມີດິນ".
ຊາວບ້ານຜູ້ນີ້ ເວົ້າຕໍ່ໄປວ່າ ຣັຖບານໄດ້ ເລີ້ມໃຊ້ ນະໂຍບາຍ ນີ້ແດ່ແລ້ວ ສ່ວນຫລາຍແມ່ນ ໝູ່ບ້ານ ຕາມເຂດ ຊົນນະບົດ ທີ່ມີຄົນ ອາສັຍ ຢູ່ໜ້ອຍ ຊຶ່ງຕາມມາຕຖານ ຂອງ ຣັຖບານ ຈະເອົາ ປະມານ 10 ບ້ານ ມາໂຮມກັນ ເພື່ອໃຫ້ໄດ້ ປະມານ 200 ຄອບຄົວ ຊຶ່ງໝູ່ບ້ານ ໃນລາວ ໂດຍສະເລັ່ຍ ຈະມີ 20 ຫາ 30 ຄອບຄົວ ເທົ່ານັ້ນ. ຜູ້ທີ່ໄດ້ຖືກ ໂຍກຍ້າຍ ມີບັນຫາ ຫລາຍຢ່າງ ເຊັ່ນບາງຄົນ ກໍມີພື້ນທີ່ດິນ ນ້ອຍລົງ ບາງຄົນ ກໍມີເຮືອນນ້ອຍ ກວ່າເກົ່າ ບາງຄົນກໍບໍ່ມີ ຮອດພື້ນທີ່ ໃນການປູກຝັງ ແລ້ວຫລາຍຄອບຄົວ ກໍຕ້ອງໄດ້ ປ່ຽນແປງ ຊີວິດການ ເປັນຢູ່ ໃນບ້ານໃໝ່.
ຊາວບ້ານຜູ້ນີ້ ກໍເວົ້າ ສລຸບວ່າ ຫາກໂຍກຍ້າຍ ໄປແລ້ວ ມີໂຮງຮຽນ ໂຮງໝໍ ມີລະບົບ ນໍ້າລິນ ແລະ ເຄື່ອງອໍານວຍ ຄວາມສດວກອື່ນໆ ຊາວບ້ານ ທີ່ຖືກໂຍກຍ້າຍ ກໍຄົງພໍໃຈ ກັບນະໂຍບາຍ ພໍສົມຄວນ ແຕ່ຕາມ ປົກກະຕິ ການພັທນາ ຈະຕິດຕາມມາ ຕາມຫລັງ ຊຶ່ງເມື່ອໂຍກຍ້າຍ ມາກໍຈະຂາດເຂີນ ບໍ່ມີຄວາມ ສະດວກສະບາຍ ເທົ່າທີ່ຄວນ.