ສອງຜູ້ນໍາຫາລື ການໃຊ້ແມ່ນໍ້າຂອງ

ຜູ້ນໍາ ສປປລາວ ແລະ ວຽດນາມ ປຶກສາ ຫາລືກັນ ກ່ຽວກັບ ການໃຊ້ ນໍ້າໃນ ແມ່ນໍ້າຂອງ.

0:00 / 0:00

ກົດຟັງສຽງ

ທ່ານ ຈູມມະລີ ໄຊຍະສອນ ເລຂາທິການ ໃຫຍ່ ຂອງພັກ ປະຊາຊົນ ປະຕິວັດລາວ ພ້ອມທັງເປັນ ປະທານ ປະເທດ ສປປລາວ ພົບປະກັບ ທ່ານ ຫງຽນ ຟູຈອງ ເລຂາທິການ ໃຫຍ່ ພັກ ຄອມມຸຍນິສ ວຽດນາມ ແລະ ປະທານ ສະພາ ແຫ່ງຊາດ ວຽດນາມ ໃນມື້ກ່ອນ ທີ່ ນະຄອນຫລວງ ວຽງຈັນ ແລະ ຜູ້ນຳ ທັງສອງ ໄດ້ຫາລືກັນ ກ່ຽວກັບ ການໃຊ້ນ້ຳ ໃນ ແມ່ນ້ຳຂອງ.

ຂ່າວສານ ທາງການ ວຽດນາມ ບໍ່ໄດ້ແຈ້ງ ຣາຍລະອຽດ ວ່າ ຜູ້ນຳລາວ ແລະ ວຽດນາມ ໄດ້ປຶກສາ ຫາລືກັນ ກ່ຽວກັບ ບັນຫາ ໃດແທ້, ເຊັ່ນວ່າ ໄດ້ເວົ້າເຖິງ ບັນຫາ ທີ່ ຣັຖບານ ລາວ ຢາກສ້າງ ເຂື່ອນ ແມ່ນ້ຳຂອງ ຢູ່ແຂວງ ໄຊຍະບຸຣີ ນັ້ນບໍ່?

ເມື່ອສອງສາມ ເດືອນ ກ່ອນ ວຽດນາມ ໄດ້ສະແດງ ທ່າທີ ຢ່າງ ແຂງຂັນ ຂັດຄ້ານ ການສ້າງ ເຂື່ອນ ໄຊຍະບຸຣີ ຂອງລາວ ເພາະຢ້ານ ຊາວນາ ໃນພາກໃຕ້ ວຽດນາມ ໂດຍສະເພາະ ໃນເຂດ ສາມລ່ຽມ ປາກ ແມ່ນ້ຳຂອງ ໄດ້ຮັບຜົນ ກະທົບ. ການຂັດຄ້ານ ຂອງ ວຽດນາມ ສົມກັບການ ບໍ່ເຫັນດີ ເຫັນພ້ອມ ຂອງປະເທດ ແມ່ນ້ຳຂອງ ອື່ນໆ ໄດ້ກົດດັນ ໃຫ້ສປປ ລາວ ໂຈະ ການສ້າງ ເຂື່ອນ ໄຊຍະບຸຣີ ນັ້ນໄວ້ກ່ອນ ແລະ ຈະເຮັດການ ສຶກສາ ສຳຣວດ ເພີ້ມເຕີມ.

ໃນການ ຫາລືກັນ ເທື່ອນີ້ ທ່ານ ຈູມມະລີ ໄຊຍະສອນ ແລະ ທ່ານ ຫງຽນ ຟູຈອງ ໄດ້ຕົກລົງ ຈະຮ່ວມມື ກັນຢ່າງ ໃກ້ຊິດ ໃນການ ປົກປັກ ຮັກສາ ແມ່ນ້ຳຂອງ ແລະ ຈະໃຊ້ນ້ຳ ຢ່າງມີ ປະສິດທິພາບ ແລະ ຢ່າງຍືນຍົງ.

ແຫຼ່ງຂ່າວ ທາງການ ຂອງ ວຽດນາມ ແຈ້ງອີກວ່າ ຜູ້ນຳ ທັງສອງ ຕົກລົງ ເພິ້ມການ ຮ່ວມມື ດັ່ງກ່າວ ກໍເພື່ອ ປະຊາຊົນ ຕາມລຳ ແມ່ນ້ຳຂອງ ຈະໄດ້ໃຊ້ ແມ່ນ້ຳຂອງ ເພື່ອທຳມາ ຫາກິນ ສືບຕໍ່ໄປ ແລະ ເພື່ອບໍ່ໃຫ້ ສະພາບ ແວດລ້ອມ ປ່ຽນແປງ ຫລາຍເກີນໄປ.