ຕລາດຫລັກຊັພ ອອສເຕຣເລັຍ ທີ່ ບໍຣິສັດ ຂຸດຄົ້ນບໍ່ແຮ່ PanAust ເປັນສະມາຊິກ ໄດ້ລາຍງານ ໃນວັນສຸກ ທີ 18 ພຶສພາ 2012 ນີ້ວ່າວຽກງານ ຂຸດຄົ້ນສໍາຣວດ ແຮ່ທາດຢູ່ພູຄໍາ ໃນລາວ ໄດ້ພົບເຫັນແຮ່ທາດ ໃນທາງບວກ ຢ່າງໜ້າພໍໃຈ.
ໃນການສໍາຣວດ ແຮ່ປະສົມ ຈາກ 4 ບ່ອນໄດ້ຮັບຜົນ ຕອບແທນທີ່ດີ ໃນການສໍາຮວດ ພື້ນທີ່ 5 ຫາ 11 ສ່ວນຮ້ອຍ ສາມາດກັ່ນ ທາດທອງໄດ້ 7.5 ສ່ວນຮ້ອຍ ສ່ວນຄໍາ ໃນການສໍາຣວດ ພື້ນທີ່ 11 ຫາ 20 ສ່ວນຮ້ອຍ ສາມາດກັ່ນທາດຄໍາ ໄດ້ຫລາຍກວ່າ ທີ່ໄດ້ກະຕວງໄວ້ ຄືໄດ້ຮອດ 15.8 ສ່ວນຮ້ອຍ.
ການຄົ້ນພົບເທື່ອນີ້ ຈະສາມາດເພີ້ມ ປະຣິມານ ຂອງອັດຕຣາ ສເລັ່ຍທອງແລະຄໍາ ຈາກບໍ່ພູຄໍາໄດ້ ຊຶ່ງຈະຍືດລະຍະ ເວລາຂອງການ ຂຸດຄົ້ນທອງ ຂຶ້ນຈາກ 77 ສ່ວນຮ້ອຍ ເປັນຢ່າງໜ້ອຍ 83 ສ່ວນຮ້ອຍ ແລະ ຍືດລະຍະເວລາ ຂອງການ ຂຸດຄົ້ນຄໍາ ຂຶ້ນຈາກ 47 ສ່ວນຮ້ອຍ ເປັນຢ່າງໜ້ອຍ 53 ສ່ວນຮ້ອຍ.
ບໍຣິສັດ ຂຸດຄົ້ນບໍ່ແຮ່ PanAust ໄດ້ຕັ້ງຂໍ້ ສັງເກດວ່າ ຫາກອັດຕຣາ ແຮ່ທາດສົດ ທີ່ກັ່ນຕອງມາໄດ້ ເກີນ ຄວາມຄາດໝາຍ ແຮ່ທາດ ທີ່ຂຸດຄົ້ນໄດ້ ອາດຈະກາຍ 16 ຕັນ ຕໍ່ປີກໍເປັນໄດ້.
ການເພີ້ມຂຶ້ນ ຂອງອັດຕຣາສເລັ່ຍ ຂອງແຮ່ທາດ ທີ່ກັ່ນຕອງແລ້ວ ໄດ້ມາຈາກ ຜົນຂອງການວິໄຈ ແລະການປະເມີນຜົນ ໃຊ້ເວລາສອງປີ ໂດຍໃຊ້ ເທັກໂນໂລຢີ ແບບຕ່າງໆ ຊຶ່ງເຮັດໃຫ້ການ ຂຸດຄົ້ນແຮ່ທາດໃນພູຄໍາ ມີສັກກະຍາພາບ ສູງຂຶ້ນ.
ບໍຣິສັດ ຂຸດຄົ້ນບໍ່ແຮ່ PanAust ກະຕວງວ່າ ການຜລິດທອງ ຈະໄດ້ 63 ຫາ 65 ພັນຕັນຕໍ່ປີ ແລະ ການຜລິດຄໍາ ຈະໄດ້ 50 ຫາ 55 ພັນ ອອນຊິສ ຕໍ່ປີ ພາຍໃນເວລາ 3 ປີຕໍ່ໄປນີ້. ແຕ່ການຜລິດຈະເພີ້ມຂຶ້ນໃນ ແຕ່ລະປີ.
