ຊາວລາວບໍ່ຢາກໃຫ້ມີ ຄາຊີໂນ

ຊາວລາວ ສ່ວນໃຫຍ່ ບໍ່ເຫັນດີນໍາ ການຕັ້ງໂຮງ ຄາຊີໂນ ເພາະເຫັນວ່າ ເປັນການ ສົ່ງເສີມ ໃນເຣື່ອງ ອະບາຍມຸກ.

0:00 / 0:00

ກົດຟັງສຽງ

ການຕັ້ງ ໂຮງຫລີ້ນ ການພນັນ ຄາຊີໂນ ເປັນບ່ອນ ຫາລາຍໄດ້ ຂອງກຸ່ມ ເອກກະຊົນ ແລະ ເປັນການ ສນັບສນູນ ໃຫ້ຄົນຫລີ້ນ ການພນັນ ແລະ ສ້າງ ບັນຫາ ໃນ ສັງຄົມ. ດັ່ງ ຊາວລາວ ຄົນນື່ງ ໄດ້ສະແດງ ຄວາມຄິດເຫັນ ຂອງຕົນວ່າ:

"ບໍ່ຢາກໃຫ້ມີ ມັນກໍບໍດີ ແຫລະ ກໍເຮັດໃຫ້ ຄົນສ່ວນໃຫ່ຽ ໄປຕິດ ແລະ ກໍບາງຄົນ ມີແລ້ວ ກໍເຮັດໃຫ້ ບໍ່ມີ, ຫລີ້ນ ກໍໄດ້ຢູ່ ກໍມີສ່ວນ ຕ້ອງຕິດ ໄປນໍາ ທີ່ແທ້ ກໍບໍ່ຢາກ ໃຫ້ມີ ຄັ້ນເປີດ ເປັນຮ້ານ ອາຫານ ຮ້ານບັນເທິງ ອີ່ຫຍັງນີ້ ກໍດີ".

ນາງເວົ້າ ຕໍ່ໄປວ່າ ນາງເອງ ບໍ່ຮູ້ຈັກ ຫລິ້ນ ການພນັນ ຈຶ່ງບໍ່ຮູ້ວ່າ ຢູ່ໃນ ຄາຊີໂນ ນັ້ນມີຫຍັງ ເກີດຂື້ນ, ແຕ່ຄິດວ່າ ມັນມີຜົນ ເສັຽຫາຍ ຫລາຍຢ່າງ ນອກຈາກ ເຮັດໃຫ້ຄົນລາວ ຕິດພນັນ ແລ້ວ, ຄາຊີໂນ ຍັງເປັນ ອັນຕຣາຍ ເພາະອາດ ມີສິ່ງທີ່ ຜິດກົດໝາຍ ຊຸກເຊື່ອງໄວ້, ຫລາຍຄົນ ກໍຮູ້ ແຕ່ບໍ່ສາມາດ ເວົ້າຫຍັງໄດ້ ເພາະມັນເປັນ ບໍຣິເວນ ຂອງຜູ້ມີ ອິດທິພົນ. ຄົນລາວ ອີກ ຜູ້ນື່ງ ກໍສະແດງ ຄວາມຄິດເຫັນ ເວົ້າເປັນ ພາສາໄທ ວ່າ:

"ຄາຊີໂນ ນີ້ມັນບໍ່ດີ ແກ່ ເດັກເລັກ ເດັກນ້ອຍ ຢ້ານເດັກນ້ອຍ ເຂົ້າໄປຫລີ້ນ ເຂົ້າໄປເບິ່ງ ແລ້ວ ຈະຕິດ ການພນັນ ຈັ່ງໃດ ກໍເປີດແລ້ວ ແລະ ຢາກໃຫ້ ທາງການ ເຂັ້ມງວດແດ່".

ປັດຈຸບັນ ສປປ ລາວ ມີສະຖານທີ່ ຄາຊີໂນຢູ່ 3 ແຫ່ງ ຢູ່ແຂວງ ຫລວງນໍ້າທາ ແຂວງບໍ່ແກ້ວ ແລະ ແຂວງ ສວັນນະເຂດ. ຄາຊີໂນ ເລົ່ານັ້ນຕັ້ງຢູ່ ໃນເຂດ ເສຖກິດ ພິເສດ ທີ່ຣັຖບານ ໃຫ້ ຕ່າງປະເທດ ສັມປະທານ ພື້ນທີ່ ໂດຍສະເພາະ ຄາຊີໂນ ຢູ່ໃນເຂດ ເສຖກິດ ພິເສດ ແຂວງບໍ່ແກ້ວ ກັບ ແຂວງ ຫຼວງນໍ້າທາ ຣັຖບານລາວ ໃຫ້ ສັມປະທານ ພື້ນທີ່ ອັນກວ້າງໃຫ່ຽ ໃຫ້ແກ່ ນັກລົງທືນ ຈາກ ປະເທດຈີນ ເປັນເວລາ ເກືອບ 100 ປີ. ການດໍາເນີນ ເຣື່ອງ ທຸຣະກິດ ຕ່າງໆ ຣັຖບານລາວ ບໍ່ມີສິດ ກວດກາໄດ້ ໝົດທຸກຢ່າງ. ເມື່ອສັປດາ ຜ່ານມາ ນີ້ ຣັຖບານ ໄດ້ ອະນຸມັດ ໃຫ້ ບໍຣິສັດ ສວັນເວກັສ ໃນແຂວງ ສວັນນະເຂດ ຕັ້ງ ຄາຊີໂນ ຄົບວົງຈອນ ຢູ່ໃນ ບໍຣິເວນ ດຽວກັນ ກັບໂຄງການ ເຂດ ເສຖກິດ ພິເສດ ແຂວງ ຄໍາມ່ວນ.