ບໍ່ຄຳເຊໂປນຊ່ອຍພັທນາ ແຕ່ສ້າງມົລພິດ

ໂຄງການ ບໍ່ຄຳ ເຊໂປນ ໄດ້ຊ່ອຍພັທນາ ທ້ອງຖິ່ນ ແຕ່ກໍຍັງ ພົບເຫັນວ່າ ມີຜົລກະທົບ ຕໍ່ສິ່ງ ແວດລ້ອມ ຢູ່ບໍ່ໜ້ອຍ.
ສິດນີ
2013.01.04

ເຈົ້າຫນ້າທີ່ ກະຊວງ ແຜນການ ແລະ ການລົງທຶນ ກ່າວວ່າ ຣັຖບານ ສາມາດ ນຳຣາຍຮັບ ຈາກໂຄງການ ບໍ່ຄຳ ເຊໂປນ ມາຊ່ອຍພັທນາ ທ້ອງຖິ່ນໄດ້ ໃນຫລາຍ ໂຄງການ ແຕ່ໃນຂະນະ ດຽວກັນ ກໍມີຊາວບ້ານ ເປີດເຜີຍວ່າ ພວກຂະເຈົ້າ ໄດ້ຮັບຜົລກະທົບ ຈາກໂຄງການ ດັ່ງກ່າວ ຫລາຍຢູ່. ເລົາເວົ້າວ່າ:

"2012 2013 ມັນຫລາຍເດນີ້ ເພີ່ນໃຫ້ນະ ເມືອງເຊໂປນ ໂຄງການ ກະສີກັມ ປ່າໄມ້ ກໍມີ ໂຄງການ ກໍ່ສ້າງ ຊົລປະທານ ທາງເຂດ ຊາຍແດນ ລາວ-ວຽດນາມ ກໍສ້າງຕະຂ່າຍ ໄຟຟ້າ ຕິດຕັ້ງ ຫມໍ້ແປງເຂົ້າ ຈຸດສຸມ".

ທ່ານໃຫ້ຂໍ້ມູນ ເພີ້ມອີກວ່າ ຣາຍຮັບຈາກ ບໍ່ຄຳເຊໂປນ ໃນປີ 2011 2012 ຣັຖບານ ສາມາດ ນຳມາໃຊ້ ສ້າງໂຄງການ ນ້ຳສະອາດ ໃນເມືອງ ເຊໂປນ ແລະ ເມືອງອື່ນໆ ໃນແຂວງ ສວັນນະເຂດ ໃນຈຳນວນ 12 ຫມູ່ບ້ານ ດ້ວຍຄ່າໃຊ້ຈ່າຍ ປະມານ ນື່ງລ້ານໂດລາ. ສ້າງໂຄງຮ່າງ ພື້ນຖານ ປະເພດຕ່າງໆ ປະມານ 4 ລ້ານໂດລາ ສ້າງຕະຂ່າຍ ໄຟຟ້າ ປະມານ 6 ລ້ານ ໂດລາ ແລະ ໂຄງການ ບໍ່ຄຳເຊໂປນ ຍັງໄດ້ຈ້າງ ແຮງງານ ທ້ອງຖິ່ນ ອີກເຖິງ 45%.

ເຖິງແມ່ນວ່າ ຣັຖບານ ຈະເປີດເຜີຍ ແຕ່ຄວາມດີ ຈາກໂຄງການ ຫລາຍປານໃດ ກໍຕາມ ແຕ່ຍັງມີ ຊາວບ້ານ ທີ່ໄດ້ຮັບ ຜົລກະທົບ ຈາກໂຄງການ ບໍ່ຄຳເຊໂປນ ນັ້ນຢູ່. ຊາວບ້ານຜູ້ນຶ່ງ ເວົ້າວ່າ:

"ເລື້ອງ ບໍ່ຄຳເຊໂປນ ແຕ່ກີ້ບ້ານນາງ ຢູ່ຫນ້າຄອງ ມີຄົນ ອາບນ້ຳ ປະຈຳ ຫລັງຈາກ ໂຄງການເຊໂປນ  ໃນນ້ຳຈະບໍ່ມີຮອດ ປາລອຍ ອາບນ້ຳ ກໍບໍ່ໄດ້".

ນາງເວົ້າວ່າ ໂຄງການ ບໍ່ຄຳເຊໂປນ ສົ່ງຜົລກະທົບ ຕໍ່ສະພາບ ແວດລ້ອມ ແລະ ແມ່ນ້ຳ ລຳທານ ທີ່ ປະຊາຊົນ ໃຊ້ຢູ່ເປັນປະຈໍາ ດຽວນີ້ ຊາວບ້ານ ໃນບາງເຂດ ບໍ່ສາມາດ ໃຊ້ນ້ຳໄດ້. ຊື່ງຣັຖບານ ຄວນເອົາໃຈໃສ່ ຕໍ່ບັນຫາ ດັ່ງກ່າວນີ້ ແລະ ຕໍ່ຊິວິດ ການເປັນຢູ່ ຂອງຊາວບ້ານ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.