ເມື່ອເດືອນສິງຫາ 2012 ຊາວໄທ ຈາກ 8 ແຂວງ ແມ່ນ້ຳຂອງ ໄດ້ຍື່ນ ກ້ານຟ້ອງ ຮຽກຮ້ອງ ໃຫ້ ສານຕັດສິນ ສັ່ງໃຫ້ອີກັດ ຍົກເລີກ ສັນຍາ ຊື້ໄຟຟ້າ ຈາກເຂື່ອນ ໄຊຍະບູຣີ. ແຕ່ທາງ ທະນາຍຄວາມ ຂອງຊາວໄທ ເຫລົ່ານັ້ນ ກ່າວເມື່ອບໍ່ດົນ ຜ່ານມາວ່າ ສານປົກຄອງ ຍັງບໍ່ທັນ ຕັດສິນໃຈ ວ່າຈະຮັບ ພິຈາຣະນາ ການສົ່ງຟ້ອງ ດັ່ງກ່າວນັ້ນ ຫລືບໍ່?
ເຄືອຂ່າຍ ຊາວໄທ ຜູ້ສົ່ງຟ້ອງ ເວົ້າວ່າ ສານຕ້ອງຮັບ ພິຈາຣະນາ ຢ່າງຮີບດ່ວນ ເພາະ ຣັຖບານລາວ ໄດ້ເລິ້ມສ້າງ ເຂື່ອນ ໄຊຍະບູຣີ ແລ້ວ. ທະນາຍຄວາມ ຂອງຊາວໄທ ເວົ້າອີກວ່າ ນັບແຕ່ ຣັຖບານລາວ ເລິ້ມສ້າງເຂື່ອນ ພວກເຮົາຊາວໄທ ກໍມີຄວາມ ວິຕົກກັງວົນ ຫລາຍຂື້ນ ຢ້ານວ່າ ສານປົກຄອງ ຈະຮັບ ພິຈາຣະນາ ຄະດີ ດັ່ງກ່າວນີ້ ຊ້າເກີນໄປ.
ສ່ວນ ທ່ານ ນິວັດ ຣ້ອຍແກ້ວ ຜູ້ຕາງໜ້າ ຊາວໄທ ທີ່ອາສັຍ ຢູ່ຕາມແຄມ ແມ່ນ້ຳຂອງ ເວົ້າວ່າ ຣັຖບານໄທ ປະກາດ ສນັບສນູນ ການສ້າງ ເຂື່ອນ ໄຊຍະບູຣີ ໂດຍທີ່ບໍ່ຄຳນຶງ ເຖິງ ຜົນກະທົບ ທີ່ຈະມີຕໍ່ ປະຊາຊົນ ທີ່ອາສັຍ ຢູ່ທາງ ພາກລຸ່ມ ແມ່ນ້ຳຂອງ ນັ້ນເລີຍ.
ຫລັງຈາກ ໄດ້ຂ່າວວ່າ ຣັຖບານລາວ ເລີ້ມສ້າງ ເຂື່ອນ ໄຊຍະບູຣີ ຢ່າງເປັນທາງການ ຊາວໄທ ຕາມແຄມ ແມ່ນ້ຳຂອງ ກໍບໍ່ໄດ້ ຢຸດຢັ້ງ ຍັງຈະເຄື່ອນໄຫວ ຄັດຄ້ານ ສືບຕໍ່ໄປ ເຊັ່ນຜູ້ນຳ ຂອງເຄືອຂ່າຍ ກໍໄດ້ເຂົ້າ ຮ່ວມປະຊຸມ ກັບຄະນະ ສະມາຊິກ ສະພາສູງ ຂອງໄທ ແລະ ກໍໄດ້ອະທິບາຍ ເຫດຜົນ ເພີ້ມອີກວ່າ ເປັນຫຍັງ ຈຶ່ງຕ້ອງຄັດຄ້ານ ການສ້າງເຂື່ອນ ໄຊຍະບູຣີ ຂອງລາວ.
