ນັກຂ່າວລາວອົບຮົມ ຖ່າຍຮູປປະກອບຂ່າວ

ສະຖານທູດ ສະຫະຣັດ ອະເມຣິກາ ປະຈໍາລາວ ອຸປຖັມ ເປີດການ ອົບຮົມ ການຖ່າຍຮູປ ໃຫ້ ບັນດາ ສື່ມວລຊົນ ລາວ.

0:00 / 0:00

ກົດຟັງສຽງ

ສະຖານທູດ ສະຫະຣັດ ອະເມຣິກາ ປະຈໍາ ນະຄອນຫຼວງ ວຽງຈັນ ໄດ້ເປີດອົບຮົມ ການຖ່າຍຮູບ ແລະ ໃນພາກ ປະຕິບັດ ໂຕຈິງ ໃຫ້ນັກ ສື່ມວລຊົນ ລາວ, ເລີ້ມແຕ່ ວັນທີ່ 17 ຫາ 21 ຕຸລາ ນີ້ ຊື່ງທໍາການ ອົບຮົມ ໂດຍ ທ່ານ Andrew Craft ນັກຖ່າຍຮູບ ຈາກ ສະຫະຣັດ ອະເມຣິກາ.

ການຝຶກ ອົບຮົມ ມີຂື້ນທີ່ ສໍານັກງານ ສະມາຄົມ ນັກຂ່າວ ນະຄອນຫລວງ ວຽງຈັນ ໃນຫົວເຣື້ອງ "ນັກຖ່າຍຮູບຂ່າວ ທຸກມື້ນີ້". ຕາມລາຍງານ ຂ່າວ ໃນເວັບໄຊທ ຂອງ ສະຖານທູດ ສະຫະຣັດ ປະຈໍາລາວ ແຈ້ງວ່າ, ໃນການ ອົບຮົມ ນັກຂ່າວລາວ ໄດ້ຝຶກ ລື້ມຄືນ ພື້ນຖານ ໃນການ ຖ່າຍຮູບ ໃຫ້ແຂງແກ່ງ ຕລອດເຖິງ ການບຸກເບີກ ຮຽນຮູ້ ກ່ຽວກັບ ການລາຍງານ ຂ່າວ ຜ່ານທາງ ຮູປພາບ-ສຽງ (social media) ເພື່ອໃຫ້ ນັກຂ່າວ ລາຍງານຂ່າວ ໃຫ້ໜ້າສົນໃຈ ຕື່ມຂື້ນອີກ.

ມີຜູ້ຕາງໜ້າ ຈາກ ໜັງສືພິມ ພາກສ່ວນ ຕ່າງໆ ທັງໝົດ 15 ຄົນ ເຂົ້າຮ່ວມ, ຍານາງ Karen stewart ເອກອັຄຣາຊທູຕ ສະຫະຣັດ ປະຈໍາ ລາວ ກ່າວຕໍ່ຜູ້ ເຂົ້າຮ່ວມ ໃນພິທີເປີດ ການອົບຮົມ ວ່າ: ນັກຂ່າວ ມີຄວາມຮັບ ຜິດຊອບ ທີ່ສໍາຄັນ, ຮູບພາບ ທີ່ຖ່າຍນັ້ນ ຄວນໃຫ້ ຄວາມຮູ້ ຄວາມ ກະຈ່າງແຈ້ງ ຂອງຂ່າວ ແລະ ໃຫ້ກະຕູ້ນ ຄົນທີ່ເບິ່ງ ໜັງສືພິມ ຫຼື ວາຣະສານ ນັ້ນໃຫ້ ຕື່ນເຕັ້ນ ກະຕືລືລົ້ນ, ຮູບທີ່ຖ່າຍນັ້ນ ມັນຄວນ ເລີ້ມການ ສົນທະນາກັນ ໄປໃນໂຕ, ການອົບຮົມ ເທື່ອນີ້ ຈະຊ່ວຍໃຫ້ ພວກທ່ານ ຖ່າຍຮູບ ໃນ ລັກສນະ ນັ້ນໄດ້.