ນະຄອນຫລວງວຽງຈັນ ຢູ່ຣະດັບ 1 ໃນ 10

ນະຄອນຫລວງ ວຽງຈັນ ເປັນ 1 ໃນ 10 ເມືອງ ທີ່ໜ້າຢູ່ ໃນເຂດ ເອເຊັຍ-ປາຊີຟິກ.
ຈໍາປາທອງ
2012-09-06
ອີແມວລ໌
ຄໍາເຫັນ
ໃຊ້ຮ່ວມກັນ
ພິມ
  • ພິມ
  • ໃຊ້ຮ່ວມກັນ
  • ຄໍາເຫັນ
  • ອີແມວລ໌
F-Donchanh-palace
ໂຮງແຮມ ດອນຈັນ ພາເລສ ທີ່ສາມາດ ຮອງຮັບ ບໍຣິການ ແຂກ ຕ່າງປະເທດ ຣະດັບຊາຕ
Donchanh-palace

ໜັງສືພິມ Financial Times ແລະ ວາຣະສານ FDI ທີ່ໄດ້ເກັບກໍາ ຂໍ້ມູນ ຂອງ 141 ຕົວເມືອງ ໃນພາກພື້ນ ເອເຊັຍ-ປາຊີຟິກ ເຫັນວ່າ ນະຄອນຫລວງ ວຽງຈັນ ເປັນເມືອງ ທີ່ໜ້າຢູ່ ເມືອງ 1 ໃນ 10 ຕົວເມືອງ ໃນຂົງເຂດນີ້. ຕາມຣາຽງານ ຂອງຫ້ອງວ່າການ ນະຄອນຫລວງ ວຽງຈັນ ເມື່ອມໍ່ໆມານີ້.

ການຄັດເລືອກ ຕົວເມືອງທີ່ວ່ານັ້ນ ໄດ້ເລີ່ມມາແຕ່ປີ 2008 ໂດຍມີຫົວຂໍ້ວ່າ “ ການຈັດລໍາດັບຕົວເມືອງ ແຫ່ງອະນາຄົດ ”. ໄດ້ມີການຄັດເລືອກ ເປັນກູ່ມ ຄື: ຄວາມສາມາດ ທາງເສຖກິດ ຊັພຍາກອນມະນຸດ ມູນຄ່າ ປະສິດທິຜົນ ຄຸນນະພາບ ຂອງການດໍາລົງຊີວິດ ແລະ ຄວາມເປັນມິດ ໃນການລົງທຶນ.

ສາລັບ ນະຄອນຫຼວງ ວຽງຈັນ ແມ່ນຢູ່ໃນອັນດັບ ທີ 6 ໃນ 10 ຕົວເມືອງ ທີ່ມີຄວາມສາມາດ ທາງມູນຄ່າ ປະສິດທິຜົນ ເນື່ອງຈາກວ່າ ເປັນຕົວເມືອງທີ່ມີ ການລົງທຶນຕໍ່າ ແຕ່ມີ ປະສິດທິຜົນສູງ ຊຶ່ງວັດແທກ ຈາກເງື່ອນໄຂຫລາຍຢ່າງ ຄື: ຈາກການຈົດທະບຽນ ມູນຄ່າຊັພສິນ ມູນຄ່າທີ່ກ່ຽວຂ້ອງ ກັບການກໍ່ສ້າງ ກໍາໄລ ຈາກພາສີ ຄ່າໂຮງແຮມ ອັດຕຣາຄ່າແຮງງານ ຕໍ່າສຸດ ຄ່າເຊົ່າຫ້ອງການ ສໍານັກງານ ຄ່າເຊົ່າເຂດ ອຸດສາຫະກັມ ແລະ ຄວາມສາມາດ ຂອງແຮງງານ ໃນສັງຄົມນໍາດ້ວຍ.