ກົດຟັງສຽງ
ໃນ ປັຈຈຸບັນ ກາຣຈັດສັນ ສັມປະທານ ໃຫ້ ບໍຣິສັທ ພາຍນອກ ເຂົ້າມາ ໃຊ້ພື້ນທີ່ ໃນ ປະເທສລາວ ມີຫລາຍ ເພີ່ມຂື້ນ ເລື້ອຍໆ ພ້ອມກັບ ບັນຫາ ກາຣ ຂັດແຍ່ງ ກໍເພີ່ມຂຶ້ນ ເຊັ່ນກັນ ຍ້ອນ ປະຊາຊົນ ໃນເຂຕ ພື້ນທີ່ ສັມປະທານ ບາງຄອບຄົວ ບໍ່ໄດ້ ຮັບເງິນ ຄ່າຊົດເຊີຽ ແຕ່ຢ່າງໃດ ແລະ ທີ່ດິນ ບ່ອນເຄີຽໃຊ້ ທຳມາ ຫາກິນ ມາແຕ່ກ່ອນ ກໍຖືກ ສັມປະທານ ໄປແລ້ວ. ດັ່ງເຈົ້າໜ້າທີ່ ກ່ຽວຂ້ອງ ເວົ້າວ່າ:
"ຂະເຈົ້າ ເຮັດ ສັມປະທານ ຣັຖບາລ ອາຈຈະ ຊົດເຊີຽ ກໍມີເນາະ ແຕ່ວ່າ ບາງເຂຕ ທີ່ວ່າ ແບບວ່າ ບໍ່ໄດ້ຮັບ ກາຣຊົດເຊີຽ ຈັ່ງຊີ້ນາ ປະຊາຊົນ ຂະເຈົ້າ ຈະບໍ່ໄດ້ ຕໍ່ສູ້ ແບບໃຫຍ່ໆ ແຕ່ວ່າມັນ ກໍຕ້ອງ ມີກາຣ ໃຫ້ ປະຊາຊົນ ຮູ້ ສິທທິ ຂອງຕົນເອງ ຈັງຊີ້ນ໋າ".
ຍານາງ ເວົ້າອີກວ່າ ທີ່ຜ່ານມາ ກໍມີ ກໍຣະນີ ພິພາທ ຂັດແຍ່ງກັນ ຣະຫວ່າງ ປະຊາຊົນ ແລະ ບໍຣິສັທ ເອກກະຊົນ ຢູ່ເລື້ອຽໆ ຍ້ອນວ່າ ປະຊາຊົນ ບາງຄົນ ບໍ່ໄດ້ ຮັບຄ່າ ຊົດເຊີຽ ທີ່ດິນ ຢ່າງ ເປັນທັມ ແລະ ປະຊາຊົນ ກໍບໍ່ຮູ້ ວິທີກາຣ ຮຽກຮ້ອງ ຫລື ຕໍ່ສູ້ ທາງດ້ານ ກົດໝາຍ ຈຶ່ງຕ້ອງ ເປັນຝ່າຍ ເສັຽປຽບ ແລະ ອີກຢ່າງນື່ງ ຊາວບ້ານ ທີ່ເຄີຽເປັນ ເຈົ້າຂອງ ທີ່ດິນນັ້ນ ບາງຄົນ ຊໍ້າພັດ ບໍ່ມີ ໃບຕຣາດິນ ເພື່ອຢືນຢັນ ກັມມະສິທ ຂອງກາຣ ຄອບຄອງ ທີ່ດິນ ຢ່າງຖືກ ຕ້ອງຕາມ ກົດໝາຍ ຈຶ່ງກາຍເປັນ ຂໍ້ອ້າງ ທີ່ນາຍທຶນ ຫລື ຜູ້ມີ ອິທທິພົລ ສວຍໂອກາສ ເອົາປຽບ ປະຊາຊົນ.
ຍານາງ ໄດ້ເນັ້ນ ອີກວ່າ ທາງຫ້ອງກາຣ ກ່ຽວຂ້ອງ ກໍໄດ້ ສົ່ງ ເຈົ້າໜ້າທີ່ ໄປໃຫ້ ກາຣແນະນຳ ທາງດ້ານ ກົດໝາຍ ທີ່ດິນ ເພື່ອໃຫ້ ປະຊາຊົນ ສາມາດ ປົກປ້ອງ ສິທທິ ແລະ ຮຽກຮ້ອງ ເອົາຄວາມ ເປັນທັມ ແຕ່ສິ່ງທີ່ ປະຊາຊົນ ຕ້ອງກາຣ ຫລາຍ ທີ່ສຸດນັ້ນ ກໍຄືກາຣ ດຳເນີນກາຣ ຂອງທາງ ຣັຖບາລ ໃນເຣື່ອງ ກາຣອອກ ໃບຕຣາດິນ ຫລື ເອກກະສາຣ ທີ່ຖືກຕ້ອງ ເພື່ອ ປະຊາຊົນ ຈະນຳ ໄປໃຊ້ ຢືນຢັນ ການເປັນ ເຈົ້າຂອງ ທີ່ດິນ.