ເຂື່ອນລາວຄືພະລັງງານ ຂອງໄທຍ໌

ໄທຍ໌ ຝາກຄວາມຫວັງ ໃນ ພະລັງງານ ໄຟຟ້າ ໄວ້ກັບ ເຂື່ອນ ໄຊຍະບຸຣີ.
ຫວາດ ສີມູນ
2012.11.13
F-XD-Protest-Ubon ຊາວໄທລຸ່ມ ແມ່ນໍ້າຂອງ ທີ່ ພະຍາຍາມ ຮຽກຮ້ອງ ປ່າວເຕືອນ ໃຫ້ຮັບຮູ້ ເຖີງຜົນ ເສັຍຫາຍ ຂອງເຂື່ອນ ໃນ ແມ່ນໍ້າຂອງ
RFA/Nontarat

ໃນການເດີນທາງ ໄປສໍາຣວດ ຢ້ຽມແລະໃຫ້ ນະໂຍບາຍ ກັບການໄຟຟ້າ ຝ່າຍຜລິດແຫ່ງ ປະເທດໄທຍ໌ ທ່ານ ພົງສັກ ຣັກຕະພົງໄພສານ ຣັຖມົນຕຣີ ວ່າການກະຊວງ ພະລັງງານຂອງໄທຍ໌ ເປິດເຜີຍ ຕໍ່ສື່ມວນຊົນ ວ່າ ປັຈຈຸບັນ ປະເທດໄທຍ໌ ໃຊ້ໄຟຟ້າ ທີ່ໄດ້ຈາກ ແກັສ ທັມມະຊາດ ເປັນອັດຕຣາສູງ ເຖີງຮ້ອຍລະ70 ຈີ່ງມີຄວາມກັງວົນ ວ່າຖ້າຫາກ ການຂົນສົ່ງ ແກັສ ທັມມະຊາດ ໂດຍຜ່ານທໍ່ສົ່ງ ເກີດມີບັນຫາ ຈະສົ່ງຜົນ ສະທ້ອນ ໃຫ້ປະເທດໄທຍ໌ ຂາດແຄນໄຟຟ້າ.

ເມື່ອຮູ້ຂ່າວ ຄວາມຄຶບໜ້າ ຂອງໂຄງການ ເຂື່ອນ ໄຊຍະບູຣີ ທີ່ຫາກໍເຣີ້ມຕົ້ນ ດໍາເນີນ ການກໍ່ສ້າງ ຢ່າງເປັນ ທາງການ ໃນວັນທີ 7 ພຶສຈິກາ ຜ່ານມານີ້ ຈີ່ງມີຄວາມຫວັງ ທີ່ຈະເພີ່ງ ໄຟຟ້າ ທີ່ຜລິຕ ຈາກໂຄງການ ດັ່ງກ່າວ ໂດຍໄທຍ໌ ຕັ້ງເປົ້າໝາຍ ຈະຊື້ໄຟຟ້າ ຈາກເຂື່ອນ ໄຊຍະບຸຣີ ພາຍໃນ 7 ປີຂ້າງໜ້າ ຊື່ງຄິດວ່າ ເຂື່ອນນັ້ນ ຈະສ້າງ ສໍາເຣັດ ຕາມສັນຍາ ເປົ້າໝາຍ.

ໃນຂະນະດຽວກັນ ທ່ານ ສະເໝີໃຈ ສຸກສຸເມກ ຮອງ ຜູ້ອໍານວຍການ ສໍານັກງານ ນະໂຍບາຍ ແລະພະລັງງານ ກະຊວງພະລັງງານ ໄດ້ກ່າວ ໃນມື້ດຽວກັນ ວ່າໂຄງການ ເຂື່ອນ ໄຊຍະບູຣີ ຈະຊ່ວຍເສີມສ້າງ ຄວາມໝັ້ນຄົງ ດ້ານ ພະລັງງານ ໃຫ້ກັບ ປະເທດໄທຍ໌ ອີກປະການນື່ງ ຍັງຈະເຮັດໃຫ້ ຕົ້ນທຶນ ໃນການຜລິຕ ໄຟຟ້າຕໍ່າ ແລະ ມີສັນຍາ ຍາວນານເຖີງ 25 ປີ. ເຖີງຢ່າງໃດກໍດີ ທ່ານເວົ້າວ່າ ໄທຍ໌ ຈະຊື້ໄຟຟ້າ ຈາກໂຄງການ ເຂື່ອນ ດັ່ງກ່າວ ກໍ່ຕໍ່ເມື່ອ ໂຄງການນັ້ນ ສາມາດ ແກ້ບັນຫາ ທຸກຢ່າງໄດ້ ທ່ານກ່າວວ່າ:

“ຈະຊື້ກໍຕໍ່ເມື່ອ clear ໝົດແລ້ວ ໃນເຣື້ອງຂອງ ສີ່ງແວດລ້ອມ ກໍດີ ໃນເຣື້ອງ MRC ໃນເຣື້ອງ ຂໍ້ຕົກລົງ ຣະຫວ່າງ ແມ່ນໍ້າຂອງ ກໍຕ້ອງໄປ clear ກັນໃຫ້ໝົດ”.

ເຖີງແມ່ນວ່າ ຣັຖບານໄທຍ໌ ຈະມີທ່າທີ່ວ່າ ຈະບໍ່ຄັດຄ້ານ ໂຄງການ ເຂື່ອນດັ່ງກ່າວ ແລະ ຍັງເຫັນພ້ອມ ໃນການດໍາເນີນ ກໍ່ສ້າງເຂື່ອນ ກໍຕາມ ແຕ່ຍັງມີ ວຸທິສະມາຊິກ NGO ແລະ ຊາວບ້ານໄທຍ໌ ແຄມຝັ່ງຂອງ ທີ່ຍັງເດີນໜ້າ ຕໍ່ຕ້ານໂຄງການ ເຂື່ອນ ໄຊຍະບຸຣີ ແລະ ຍັງດໍາເນີນຄະດີ ຟ້ອງຮ້ອງຕໍ່ສານ ເພື່ອໃຫ້ຍົກເລີກ ສັນຍາ ຊື້ໄຟຟ້າ ຍ້ອນເຫັນວ່າ ຜົນກະທົບ ທີ່ຈະຕາມມາ ຈະມີຫລາຍ ກ່ວາ ຜົນປະໂຫຍດ ຈາກການໄຊ້ ໄຟຟ້າ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.