ຄ່າຊົດເຊີຽ ທີ່ດິນ ປະຊາຊົນ ທີ່ຖືກກະທົບ ຈາກໂຄງການ ສ້າງທາງລົດໄຟ ລາວ-ຈີນ ຍັງບໍ່ທັນ ຄິດໄລ່ ເຂົ້າໃນມູນຄ່າລວມ ຂອງໂຄງການເທື່ອ ຍ້ອນວ່າ ການສໍາຣວດ
ນັ້ນຍັງບໍ່ສາມາດ ຮູ້ໄດ້ຢ່າງຊັດເຈນ ກ່ຽວກັບ ຂອບເຂດ ກັມມະສິດ ແລະ ຣາຄາທີ່ດິນ ທີ່ຈະຕ້ອງ ຊົດເຊີຽ. ອີງຕາມ ທ່ານສົມສວາດ ເລັງສວັດ ຮອງນາຍົກ ຣັຖມົນຕຣີ ໄດ້ລາຍງານ ຕໍ່ກອງປະຊຸມ ສະພາ ສະໄໝວິສາມັນ ເມື່ອວັນທີ່ 18 ຕຸລາ 2012 ໃນພາກສ່ວນ ບົດວິພາກ ເສຖກິດ ແລະເທັກນິກ.
ມູນຄ່າການກໍ່ສ້າງ ທາງຣົດໄຟ ຄວາມໄວສູງ ລາວ-ຈີນ ທີ່ມີຄວາມຍາວ 418 km ຮວມທັງໝົດ 44 ຕື້ກັບ 250 ລ້ານຢວນ. ຣາຍງານແຈ້ງວ່າ ການຄິດໄລ່ມີແຕ່ ຄ່າຊົດເຊີຽ ການທຸບມ້າງ ສິ່ງປູກສ້າງເຮືອນຊານ ອາຄານ ສະຖານທີ່ ແລະສິ່ງປູກຝັງ ຢູ່ຕາມແລວທາງຣົດໄຟ ທີ່ຖືກຜົນກະທົບ ຈາກໂຄງການ ຄິດເປັນມູນຄ່າ 500 ລ້ານຢວນ ແລະໄດ້ຄິດໄລ່ ຄ່າເກັບກູ້ລະເບີດ ໃນມູນຄ່າ 50 ລ້ານຢວນ.
ຜົນກະທົບ ຕໍ່ສິ່ງແວດລ້ອມ ແລະ ສັງຄົມ ຂອງໂຄງການນີ້ ແມ່ນນອນຢູ່ໃນ ຂອບເຂດ ທາງຣົດໄຟຜ່ານ 5 ແຂວງ ຄື: ຂ.ຫລວງນໍ້າທາ ຂ.ອຸດົມໄຊ ຂ.ຫລວງພຣະບາງ ຂ.ວຽງຈັນ ແລະ ນະຄອນຫລວງ ວຽງຈັນ. ຄອບຄົວ ທີ່ມີຜົນກະທົບ ທັງໝົດ 3,513 ຄອບຄົວ ບ້ານເຮືອນ ທີ່ຖືກກະທົບ ມີ 1,660 ຫລັງ ໂຮງຮຽນ 145 ແຫ່ງ ຮ້ານຄ້າ 83 ແຫ່ງ ໂຮງງານ 110 ແຫ່ງ ວັດ 6 ແຫ່ງ ປ່າຊ້າ 13 ແຫ່ງ ດິນກໍ່ສ້າງ 492 ເຮັກຕາ ກ່ວາໆ ດິນທົ່ງນາ 975 ເຮັກຕາກ່ວາໆ ດິນສວນ 796 ເຮັກຕາ ດິນຄັງ ແລະ ປ່າຫົວນາ 660 ເຮັກຕາ ດິນໝູ່ບ້ານ 1,134 ເຮັກຕາ.
ການສໍາຣວດ ຜົນກະທົບ ຕໍ່ສິ່ງແວດລ້ອມ ຍັງຈະດໍາເນີນ ໃຫ້ລະອຽດຕໍ່ໄປ ຄ່າຊົດເຊີຽທັງໝົດ ຈະໃຊ້ ງົບປະມານ ຂອງໂຄງການ ປະຊາຊົນ ທີ່ຈະຖືກຜົນ ກະທົບ ກໍລໍຖ້າ ເບິ່ງຢູ່ວ່າ ຣັຖບານ ຈະຊົດເຊີຽ ໃຫ້ເຂົາເຈົ້າ ແບບເປັນທັມ ຫລືບໍ່?