ຊາວລາວກັງວົນ ຜົນກະທົບຈາກເຂື່ອນ

ຊາວລາວ ທີ່ອາສັຍ ຢູ່ຕາມແຄມ ແມ່ນ້ຳຂອງ ເປັນຫ່ວງ ເຣື່ອງຜົລກະທົບ ຕາມມາ ຖ້າຫາກ ເຂື່ອນ ໄຊຍະບູຣີ ສ້າງແລ້ວ.
ຫວາດ ສີມູນ
2012.08.23
F-Thai-villagers ທ່ານ Raphael Glement ເຈົ້າໜ້າທີ່ IUCN ປະຈຳ ສປປລາວ
RFA/BM

ໃນຣະຫວ່າງ ທີ່ມີກາຣແຖລງຂ່າວ ຂອງເຈົ້າໜ້າທີ່ ຈາກ ສະຫະພາບ ນາໆຊາຕ ເພື່ອກາຣອະນຸຮັກ ທັມຊາຕ ແລະ ຊັພຍາກອນ ທັມຊາຕ ຫລື IUCN ທີ່ຈັດຂຶ້ນ ຢູ່ບາງກອກ ໃນວັນພຸທ ຜ່ານມາ ກ່ຽວກັບກາຣປະຊຸມ ນັກອະນຸຮັກ ທັມຊາຕ ນາໆຊາຕປີ 2012 ທີ່ມີກຳໜົດ ຈັດຂຶ້ນຢູ່ ເກົາຫລີໃຕ້ ໃນເດືອນກັນຍາ ນີ້ນັ້ນ ກໍມີກາຣນຳສເນີ ໃນເຣື່ອງ ສະພາບແວດລ້ອມ ລຸ່ມແມ່ນ້ຳຂອງ ຣະຫວ່າງ ແຂວງ ຫລວງພຣະບາງ ລົງມາຮອດ ນະຄອນຫຼວງວຽງຈັນ ໃຫ້ກອງປະຊຸມ ຮັບຮູ້ນຳ.

ໃນຂນະດຽວກັນ ທາງຜູ້ສື່ຂ່າວ ເອເຊັຽເສຣີ ກໍໄດ້ຖາມເຖີງ ດ້ານຄວາມຮູ້ສຶກ ຂອງຊາວບ້ານ ກ່ຽວກັບ ໂຄງກາຣກໍ່ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຊື່ງທາງ ເຈົ້າໜ້າທີ່ ກໍໃຫ້ຄຳເຫັນວ່າ ຊາວລາວທີ່ອາສັຍ ຢູ່ຕາມແຄມ ແມ່ນ້ຳຂອງ ສ່ວນໜຶ່ງ ກໍມີຄວາມເປັນຫ່ວງ ກັງວົນນຳ ຜົລກະທົບ ຖ້າຫາກມີກາຣ ສ້າງເຂື່ອນ. ທ່ານ Raphael Glement ເຈົ້າໜ້າທີ່ IUCN ປະຈຳລາວ ໄດ້ກ່າວວ່າ:

“They concern about the future Yeah! Like everybody…” ທ່ານວ່າ: “ຈາກກາຣສຳຮວຈ ສະພາບແວດລ້ອມ ແມ່ນ້ຳຂອງ ແລ້ວທາງ IUCN ກໍໄດ້ສັມພາສ ຊາວບ້ານ ຕາມແຄມແມ່ນ້ຳຂອງ ເຖີງຄວາມຮູ້ສຶກ ຄວາມຄິດເຫັນ ກ່ຽວກັບ ໂຄງກາຣສ້າງເຂື່ອນ ໃສ່ແມ່ນ້ຳຂອງ ໃນອະນາຄົຕ ແລະ ພົບເຫັນ ວ່າ ຊາວບ້ານສ່ວນຫລາຍ ໂດຽສະເພາະ ຜູ້ອຸໂສ ທີ່ອາສັຍຢູ່ຕາມ ແມ່ນ້ຳຂອງ ມາດົນນານແລ້ວນັ້ນ ຈະມີຄວາມກັງວົນ ແລະຢ້ານວ່າ ຖ້າມີກາຣສ້າງເຂື່ອນ ແລ້ວນັ້ນ ຈະສົ່ງຜົລກະທົບ ຢ່າງຫລວງຫລາຍ ພ້ອມກັບ ຈະເຮັດໃຫ້ມີ ກາຣປ່ຽນແປງ ໃນວິຖີຊີວີຕ ຂອງເຂົາເຈົ້າ”.

ກ່ຽວກັບ ຄຳຖາມວ່າ ຊາວບ້ານ ມີຄວາມເຫັນພ້ອມ ນຳໂຄງກາຣ ສ້າງເຂື່ອນ ໃສ່ແມ່ນ້ຳຂອງ ຫລືບໍນັ້ນ ທ່ານກໍວ່າ:

“There are lots of questions…” ທ່ານວ່າ “ມີຄຳຖາມຫລາຍຢ່າງ ແຕ່ກໍບອກ ບໍ່ໄດ້ວ່າ ເຂົາເຈົ້າເຫັນພ້ອມ ຫລືບໍ່ເຫັນພ້ອມ ໄດ້ແຕ່ຢ່າງໃດ ເຂົາເຈົ້າ ກໍມີແຕ່ ເປັນຫ່ວງວ່າ ນ້ຳຈະຖ້ວມບ້ານເຮືອນ ຂອງເຂົາເຈົ້າຫລືບໍ? ຍັງຈະມີປາ ໃນນໍ້າຂອງຫຼືບໍ? ເພາະເຂົາເຈົ້າເປັນ ຊາວປຣະມົງ ອາສັຍແມ່ນ້ຳຂອງ ເປັນບ່ອນ ທຳມາຫາກິນ”.

ທ່ານ Glement ໄດ້ກ່າວເນັ້ນວ່າ ທາງເຈົ້າໜ້າທີ່ ກໍບໍ່ສາມາຕ ທີ່ຈະໃຫ້ຄຳຕອບ ແກ່ເຂົາເຈົ້າໄດ້ ທຸກຢ່າງ ພຽງແຕ່ວ່າ ຈະໃຫ້ມີກາຣ ສຶກສາສຳຣວຈ ໃນເຣື່ອງ ຜົລກະທົບ ຢ່າງຄັກແນ່ ເພື່ອຮັກສາພັນປາ ໄວ້ໃຫ້ໄດ້ ຫລາຍທີ່ສຸດ ເທົ່າທີ່ ຈະເຮັດໄດ້ ຖ້າຫາກວ່າ ຍັງຈະມີກາຣ ສ້າງເຂື່ອນ ໃສ່ແມ່ນ້ຳຂອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.