0:00 / 0:00
ກົດຟັງສຽງ
ທ່ານສຸເທພ ເທືອກສຸບັນ ສເນີແນວຄິດ ເພື່ອໃຫ້ທາງ ກາຣກ່ຽວຂ້ອງ ໃນແຕ່ລະ ພັກກາຣເມືອງ ແລະ ປະຊາຊົນ ໂດຽທົ່ວໄປ ນຳເອົາໄປຄິດ ກ່ຽວກັບ ບັນຫາ ກາຣເມືອງ ໃນໄທຽ ທີ່ບໍ່ສາມາຖ ແກ້ໄຂໄດ້ ຈັກເທື່ອ ຈຶ່ງຢາກໃຫ້ ມີກາຣລົງ ປະຊາມັຕຕິ ໃນທົ່ວປະເທສ ໂດຽໃຫ້ມີ ກາຣຍົກໂທສ ບໍ່ແມ່ນແຕ່ ໃຫ້ທ່ານ ທັກສິນ ຊີນວັຕ ເທົ່ານັ້ນ ແຕ່ກໍໃຫ້ກວມ ໄປເຖີງ ນັກໂທສ ກາຣເມືອງ ອື່ນໆນຳດ້ວຍ ແລະ ປ່ອຍໃຫ້ ປະຊາຊົນ ເປັນຜູ້ຕັດສິນ ເພື່ອຄວາມ ປອງດອງຊາຕ.
ທ່ານສຸເທພ ໄດ້ເນັ້ນວ່າ ສະເພາະ ສ່ວນຕົວ ທ່ານເອງ ແມ່ນເຫັນພ້ອມ ໂດຽໃຫ້ມີ ກາຣຕົກລົງ ແລະ ໃຫ້ແຈ່ມແຈ້ງ ໂປ່ງໃສທີ່ສຸດ ແລະ ທຸກພາຄສ່ວນ ທີ່ມີກາຣ ຂັດແຍ່ງກັນນັ້ນ ຈະເປັນ ພັກເພື່ອໄທຽ ພັກ ປະຊາທິປັຕ ຫລື ພັກກາຣເມືອງ ໃດໆ ກໍໃຫ້ມີ ສ່ວນຮ່ວມ ເສັຽສລະເພື່ອ ຜົລປໂຍຊນ໌ ສ່ວນຮວມ ແລ້ວລົງ ປະຊາມັຕຕິ ວ່າຄວນຈະ ໃຫ້ມີກາຣ ຍົກໂທສ ໃຫ້ຜູ້ໃດ ກັນແດ່ ໂດຽໃຫ້ ປະຊາຊົນ ເປັນຜູ້ ຕັດສິນ ຊີ້ຂາດ ເພື່ອຄວາມ ປອງດອງຊາຕ.
