ທ່ານ ຊຸ່ງກິມ ເອກອັຄຣາຊທູຕ ສະຫະຣັຖ ອະເມຣິກາ ປະຈຳ ເກົາຫລີໃຕ້ ກ່າວ ໃນກອງປະຊຸມ ເສຖກິດ ທີ່ ນະຄອນຫລວງ ໂຊນ ເມືອງຫລວງ ຂອງ ເກົາຫລີໃຕ້ ມື້ວານນີ້ວ່າ ເກົາຫລີເໜືອ ຄວນຖອດຖອນ ບົດຮຽນ ກ່ຽວກັບ ການປະຕິຮູບ ທັງທາງດ້ານ ເສຖກິດ ແລະ ການເມືອງ ຈາກ ພະມ້າ ເພື່ອປັບປຸງ ຊີວິດ ການເປັນຢູ່ ຂອງ ປະຊາຊົນ ເກົາຫລີເໜືອ ໃຫ້ດີຂື້ນ ແລະ ຖ້າຍັງບໍ່ຍອມ ປະລະ ໂຄງການ ຜລິດອາວຸດ ນິວເຄລັຽ ເກົາຫລີເໜືອ ກໍແຮງ ຈະໂດດດ່ຽວ.
ທ່ານ ຊຸ່ງກິມ ກ່າວອີກວ່າ ຜ່ານມາ ພະມ້າ ແລະ ເກົາຫລີເໜືອ ມີແນວຄ້າຍຄືກັນ ຫລາຍໆຢ່າງ ແລະ ປະກົດວ່າມີແຕ່ ແນວບໍ່ດີ ທັງນັ້ນ ແຕ່ເມື່ອ ບໍ່ດົນຜ່ານມາ ພະມ້າ ໄດ້ຕັດສິນໃຈ ປະຕິຮູບ ຣະບົບ ເສຖກິດ ແລະ ການເມືອງ ຂອງຕົນ ຢ່າງຈິງຈັງ ເພື່ອປັບປຸງ ຊີວິດ ການເປັນຢູ່ ຂອງຊາວພະມ້າ ໃຫ້ດີຂື້ນ. ສະຫະຣັຖ ສນັບສນູນ ການປະຕິຮູບ ຂອງພະມ້າ ຢ່າງເຕັມທີ່ ເຊັ່ນດຽວກັນ ແລະ ສະຫະຣັຖ ພ້ອມແລ້ວ ທີ່ຈະສນັບສນູນ ເກົາຫລີເໜືອ ຖ້າຜູ້ນຳ ປະເທດ ຫາກຕັດສິນໃຈ ຈະປະຕິຮູບ ໄປສູ່ ປະຊາທິປະໄຕ.
ນັກການທູດ ສະຫະຣັຖ ກ່າວອີກວ່າ ສະຫະຣັຖ ເສັຍໃຈຫລາຍ ທີ່ເກົາຫລີເໜືອ ລະເມີດສັນຍາ ທີ່ເຊັນກັນ ເມື່ອເດືອນ ກຸມພາ ຕົ້ນປີນີ້. ພາຍໃຕ້ສັນຍາ ສະບັບນັ້ນ ເກົາຫລີເໜືອ ຈະຍຸຕິ ໂຄງການ ສ້າງ ອາວຸດ ນິວເຄລັຽ ສ່ວນສະຫະຣັຖ ຈະໃຫ້ການ ຊ່ວຍເຫລືອ ທາງດ້ານອາຫານ ແກ່ ເກົາຫລີເໜືອ ແຕ່ເມື່ອເດືອນ ທີ່ແລ້ວ ເກົາຫລີເໜືອ ລະເມີດສັນຍາ ດັ່ງກ່າວ ດ້ວຍການຍິງ ທົດລອງ ຈະຣວດ ອີກ ຄັ້ງໃໝ່.