ອົງກາຣກາຣຄ້າໂລກ ພົບບັນຫາ

ທ່ານ Pascal Lamy ຜູ້ອຳນວຍກາຣ ອົງກາຣ ກາຣຄ້າໂລກ ຫລື WTO ໄດ້ແຈ້ງຕໍ່ທາງ ສື່ມວລຊົນ ຢູ່ກຸງ Nairobi.

0:00 / 0:00

ກົດຟັງສຽງ

ພາຍຫລັງທີ່ໄດ້ ພົບປະຫາຣື ກັບທາງເຈົ້າໜ້າທີ່ ກ່ຽວຂ້ອງ ຂອງປະເທສ Kenya ໃນມື້ວັນພຣະຫັດ ຜ່ານມານີ້ວ່າ ຂໍ້ຕົກລົງ ຢູ່ກອງປະຊຸມ Doha ເພື່ອເປັນກາຣຊ່ວຍເຫລືອ ບັນດາປະເທສ ທີ່ທຸກຂ໌ຍາກ ໃຫ້ມີຖານະດີຂຶ້ນ ກວ່າເກົ່ານັ້ນ ກຳລັງຈະປະສົບ ກັບຄວາມຫລົ້ມເຫຼວ ຍ້ອນປະເທສ ທີ່ຮັ່ງມີ ຍັງບໍ່ສາມາຖ ທີ່ຈະຕົກລົງກັນໄດ້ເທື່ອ ໃນປັຈຈຸບັນນີ້.

ທ່ານ Lamy ໄດ້ເນັ້ນວ່າ ຄາວທີ່ມີກາຣປະຊຸມ ຂອງຜູ້ນຳໃນກຸ່ມ G20 ຄັ້ງຜ່ານມາຢູ່ທີ່ກຸງ Doha ປະເທສ Qatar ນັ້ນ ມີກາຣຕົກລົງ ທີ່ຈະໃຫ້ມີກາຣ ຍົກເວັ້ນ ກາຣເສັຽພາສີສິນຄ້າ ຕ່າງໆຣະຫວ່າງກັນ ແຕ່ກໍມີບັນຫາ ທີ່ມີຫລາຍປະເທສ ທີ່ເປັນສະມາຊິກ ຂອງອົງກາຣໆຄ້າໂລກ ຍັງບໍ່ທັນ ຕົກລົງກັນໄດ້ເທື່ອວ່າ ປະເທສທີ່ຮັ່ງມີ ເຊັ່ນ: ສະຫະຣັຖ ແລະ ສະຫະພາບຢູໂຣປ ນັ້ນຄວນຈະຫລຸດ ກາຣເກັບຄ່າພາສີ ສິນຄ້າຕ່າງໆ ທາງດ້ານກາຣກະເສຕ ນ້ອຍຫລືຫລາຍ ຂນາດໃດກັນແທ້.

ພ້ອມດຽວກັນນີ້ ທ່ານ Lamy ກໍວ່າທາງບັນດາ ປະເທສທີ່ຈະເຣີນທາງ ອຸຕສາຫະກັມ ກໍເຫັນພ້ອມ ທີ່ຢາກໃຫ້ບັນດາ ປະເທສສະມາຊິກ ຂອງ WTO ໂດຽທົ່ວໄປ ໃຫ້ສາມາຖຕົກລົງ ກັນໄດ້ພາຍໃນປີ 2011 ນີ້ ຊຶ່ງທ່ານ Lamy ກໍເປັນຫ່ວງແລະຢ້ານວ່າ ຈະບໍ່ສາມາຖ ທີ່ຈະຕົກລົງກັນ ໄດ້ເທື່ອແລະຍັງ ຈະຕ້ອງໄດ້ລໍຖ້າ ໄປອີກເສັຽກ່ອນ.