ຕິດຕໍ່ຫາພວກເຮົາ

ທ່ານ ສາມາດ ຕິດຕໍ່ ຫາພວກເຮົາໄດ້ ໂດຍທາງ ຈົດໝາຍ, ອີເມລ, ໂທຣະສັບ ແລະ ໂທຣະພິມ ໄປຍັງຫ້ອງການ ທີ່ ກຸງ ວໍຊິງຕັນ ດີ.ຊີ ຫລື ບາງກອກ.

ຕິດຕໍ່ ທາງໄປສນີ:

Radio Free Asia

Lao Service

2025 M Street NW, Suite 300

Washington, DC 20036

USA


Radio Free Asia

Lao Service

P.O. Box 1487

Nana Post Office

Bangkok, 10112

Thailand


ຕິດຕໍ່ ທາງ ໂທຣະສັບ ແລະ ອີເມລ:

Tel:  202-530-4900

Fax:  202-721-7404

laoweb@rfa.org

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Feb 03, 2014 03:36 AM

ສາກົນປຶກສາ ເລື່ອງ ທ່ານ ສົມບັດ ສົມພອນ ຢ່າງໜັກເນາະ ບໍ່ຫນ້າສິເກີດເນາະ ເລື່ອງນິເຮັດໃຫ້ ປະເທດລາວ ເສຍຊື້ສຽງເນາະ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Sep 20, 2011 02:02 PM

ລັດຖະບານລາວປະຕິຮູບການສຶກສາດ້ານວິຊາການຄ່ອນຂ້າງໄດ້ດີ...ແຕ່ຍົກເວັ້ນດ້ານຄ່າຕອບແທນໃຫ້ແກ່ຜູ້ບໍລິຫານການສຶກສາໂດຍສະເພາະແມ່ນຄູໃນຊົນນະບົດເງິນເດືອນຕຳ່...ຄ່າຄອງຊີບສູງ...

Anonymous
Nov 27, 2011 05:32 PM

KIEN PASALAO SAI BORN NEE BOR DAI, RFA LAIR TUK KON BORK DAIR. KOP JAI

Anonymous
Nov 06, 2012 09:20 PM

member


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Mar 22, 2015 02:59 AM

ການສົນທະນາ ລະຫວ່າງ ທ.ບຸນແກ້ວ ແລະ ໄມສຸລີ ຂອງ ວັນທີ 22.03.2015 ທີ່ເວົ້າເລືໍ່ອງ ທ.ສົມບັດ ສົມພອນ ວ່າ: ມີຄົນ ຂອງລັດ ບາງຄົນ ມີສ່ວນຮູ້ເຫັນ ອັນນີ້ຕາມຂໍ້ມູນ ທີ່ ຂ້າພະເຈົ້າ ຮູ້
ມັນແມ່ນແຜນ ຂອງລັດຖະທະບານ 100 ເປີເຊັນ. ມັນບໍ່ມີເອກະຊົນ ວາງແຜນອອກມາ. ດັ່ງນັ້ນ ຂ້າພະເຈົ້າຈຶໍ່ງ ບໍ່ຢາກໃຫ້ ມີຄຳວ່າ "ບາງຄົນຂອງລັດ" ມັນແມ່ນແຜນ ມາຈາກລັດ ໂດຽກົງ.





[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Feb 05, 2012 01:12 PM

ຟ້າເອີຍ ພວກເຈົ້າສັງບໍ່ອາຍເທວະດາແທ້ນໍ! ປະທານ RFA ພວກເຈົ້າ
ໄປໃຫ້ນາມມະຍົດວ່າ ສະດຸດີ ຂອງປະທານ RFA ຄັນບໍ່ຮູ້ຊິບອກໃຫ້
ຄຳວ່າ ສະດຸດີ ແມ່ນເພິ່ນໃຊ້ກັບ ບັນພະບູລຸດລາວ ຜູ້ທີ່ຕໍ່ສູ້ກູ້ຊາດ
ຈາກພວກຮຸກຮານພຸ້ນ ເຊ່ນວ່າ :
ສະດຸດີ ພຣະເຈົ້າຟ້າງຸ່ມ, ສະດຸດີ ພຣະເຈົ້າອະນຸວົງ ແລະອື່ນໆ.
ຂໍເຊີນພວກທ່ານເບິ່ງຄືນແດ່ເນີ ການໃຊສັບພາສາລາວໃຫ້ມັນຖືກຕ້ອງ

Anonymous
May 17, 2016 03:04 PM

ສະບາຍດິ ທ່ານຜູ້ຈັດລາຍການ ວິທຍຸ ເອເຊັຍເສຣີ ໃນລາຍການວິທະຍຸ ຂອງທ່ານທີ່ອອກອາກາດ ວັນທີ 18 ພຶສະພາ 2016 ນີ້ ມີຂ່າວຄືບຫນ້າທີ່ຫລາຍຄົນສົນໃຈ ຄືການຫາຍໂຕ ຂອງທ້າວສຸກັນ ແລະຫມູ່ເພື່ອນ ດັ່ງນັ້ນຈຶ່ງຂໍໃຫ່ທ່ານຈົ່ງກະຣຸນາ ແຍກຂ່າວເລື້ອງຄອບຄົວ ຂອງທ້າວສຸກັນ ຄົນງານລາວ ທີ່ຖືກຈັບເພື່ອຈະສາມາດໂຫລດເຜີຍແຜ່ ທາງ ເຟສບຸກໃຫ້ສັງຄົມທົ່ວໄປທີ່ສົນໃຈ ໄດ້ຮັບຮູ້ແລະເປັນການຊ່ອຍທວງຖາມຫາ ຊາຕາກຳຂອງລາວ ຊ່ວຍກັນຂໍຂອບໃຈມາໃນທີ່ນີ້ ຂໍຂອບໃຈ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Mar 12, 2010 01:04 AM

In Laos many Chineses and Vietnameses.

Anonymous
Sep 05, 2011 01:27 AM

อยากได้พาสาลาวที่ส้างเว็บไซ้ ทำจากฟ้อนหยัง

Anonymous
Jan 26, 2014 06:51 AM

ສະບາຍດີ ຂ້ອຍໄດ້ຟັງຂ່າວ ຂອງ ເອເຊຍເສລີ ທຸກໆມື້ ແລະ ມີຄວາມຮູ້ສຶກວ່າ ການອ່ານຂ່າວ ຂອງພວກເຈົ້ານັ້ນ ຍັງອ່ອນແອຫຼາຍ ອ່ານຜິດອ່ານຖຶກຢູ່ ປານຄົນບໍ່ມີການສຶກສາ ມາອ່ານຂ່າວ ໃຫ້ຄົນຟັງ ຢາກໃຫ້ມີ ການປັບປຸງ ໃໝ່ແດ່ ແລະ ປ່ຽນຄົນອ່ານຂ່າວ ໃໝ່ແດ່ ຂ້ອຍລະອາຍແທນ ພວກເຈົ້າເດ ວິທະຍຸ ເອເຊຍເສລີ ເອີ້ຍ . ໂດຍ ສະເພາະ ບັກ ອຸ່ນແກ້ວ ມັກແຕ່ອ່ານຜິດ ບອກມັນເຊົາອ່ານຊະ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Nov 28, 2018 07:50 PM

ສະບາຍດີ ທ່ານບັນນາທິການຂອງວິທະຍຸເອເຊຍເສລີ,

ຂ້າພະເຈົ້າແມ່ນຜູ້ໜຶ່ງທີ່ມັກຟັງວິທະຍຸຂອງທ່ານ ແລະ ອ່ານຂ່າວຂອງເອເຊຍເສລີເປັນປະຈຳ ເພາະມີການນຳສະເໜີຂ່າວແບບກົງໄປກົງມາ ແລະ ທັນເຫດການສົມຄວນ. ແຕ່ມີບັນຫາໜຶ່ງທີ່ຂ້າພະເຈົ້າສົນໃຈ ແລະ ຢາກສະເໜີກ່ຽວກັບການໃຊ້ພາສາລາວໃຫ້ຖືກຕ້ອງ ແລະ ເໜາະສົມ. ຜ່ານມາຂ້າພະເຈົ້າເຫັນວ່າ ພວກທ່ານຍັງໃຊ້ພາສາລາວທີ່ບໍ່ຖືກຕ້ອງໂດຍສະເພາະ ແມ່ນການສະກົດຄຳ ແລະ ໃຊ້ພາສາທີ່ສັບສົນ ເຊີ່ງເຮັດໃຫ້ຜູ້ອ່ານມີຄວາມສັບສົນ ແລະ ບໍເຂົ້າໃຈເນື້ອໃນຂອງຂ່າວ. ຕົວຢ່າງການສະກົດຄຳທີ່ບໍ່ຖືກຕ້ອງຕາມຫຼັກການໃຊ້ພາສາລາວໃນປັດຈຸບັນເຊັ່ນຄຳວ່າ: ຮັບຜົລ/ຜົລກະທົບ(ຮັບຜົນ/ຜົນກະທົບ), ເສັຽຊີວິດ (ເສຍ), ປະເທສ (ປະເທດ), ຊີວິຕ (ຊີວິດ), ພລັງງານ (ພະລັງງານ), ສເນີ (ສະເໜີ), ພັຍ (ໄພ), ພັທນາ (ພັດທະນາ), ວິສາຫະກິຈ (ວິສາຫະກິດ), ຣັຖ (ລັດ), ຜແນກ (ພະແນກ). ແລະ ຕົວຢ່າງ ການໃຊ້ຄຳທີ່ບໍ່ຖືກຕ້ອງເຊັ່ນຊື່ເດືອນຕ່າງໆໃນພາສາລາວ ພວກທ່ານມັກນຳໃຊ້ຄຳທີ່ມາຈາກພາສາອື່ນເຊັ່ນ ເດືອນ ກໍຣະກະດາ (ເດືອນກໍລະກົດ ແລະ ພຶສຈິກາ (ເດືອນພະຈິກ). ຂ້າພະເຈົ້າບໍ່ເຂົ້າໃຈເປັນຫຍັງທ່ານຈິ່ງໃຊ້ພາສາລາວແບບນີ້ ໂດຍບໍ່ຄຳນຶງເຖີງຜູ້ອ່ານ ແລະ ກົກເຄົ້າຂອງພາສາ, ເພາະພວກທ່ານເປັນສືທີ່ມີການນຳສະເໜີເລື່ອງລາວຕ່າງໆ ຜ່ານທັງທາງການໃຊ້ສຽງ ແລະ ອັກສອນ. ເຊີ່ງຂ້າພະເຈົ້າຄິດວ່າທ່ານຄວາມເອົາໃຈໃສຕື່ມ.

ຂ້າພະເຈົ້າເຂົ້າໃຈຢູ່ວ່າບາງຄຳທີ່ທ່ານສະກົດ ແມ່ນຍັງໃຊ້ການສະກົດຄຳແບບເກົ່າ ເຊັ່ນຄຳວ່າ ເສັຽຊີວິດ (ເສຍ), ປະເທສ (ປະເທດ) ແລະ ອື່ນໆ ທີ່ມັນສາມາດອ່ານອອກໄດ້, ແຕ່ໃນປັດຈຸບັນ ແມ່ນບໍ່ນິຍົມຊົມໃຊ້ແລ້ວ. ຍ້ອນແນວນັ້ນຈິ່ງເຮັດໃຫ້ຄົນລຸ້ນຫຼັງ ທີ່ມາອ່ານເກີດຄວາມສັບສົນ ແລະ ບໍ່ເຂົ້າໃຈ ເພາະບໍ່ຄຸ້ນເຄີຍກັບການໃຊ້ພາສາລັກສະນະນີ້.
ຂ້າພະເຈົ້າກໍ່ເຄີຍເປັນນັກສຶກສາທີ່ມະຫາໄລແຫ່ງຊາດລາວ, ໃນຕອນຂຽນບົດຈົບຊັ້ນ ກໍ່ເຄີຍປະສົບບັນຫາໃນການໃຊ້ພາສາຂຽນທີ່ຖືກຕ້ອງ ເພາະບາງຄັ້ງການໃຊ້ບາງຄຳແມ່ນຍັງບໍ່ເປັນເອກະພາບ ແລ້ວແຕ່ໃຈຜູ້ຂຽນ ຫຼື ອາຈານຜູ້ຊີ້ນຳ. ແຕ່ສຸດທ້າຍເພີ່ນກໍ່ໄດ້ກຳນົດມາດຕະຖານທີ່ສາມາດນຳໃຊ້ທົ່ວໄປອອກໂດຍສະເພາະ ແມ່ນການສະກົດຄຳແບບປະຈຸບັນ.

ທັງໝົດຂ້າພະເຈົ້າບໍ່ໄດ້ມີເຈດຕະນາປະຈານ ຫຼື ຕຳນິ ໃຫ້ທາງວິທະຍຸຂອງທ່ານເສື່ອມເສຍ, ພຽງແຕ່ມີຈຸດປະສົງຢາກແລກປ່ຽນຄວາມຄິດເຫັນເທົ່ານັ້ນ. ຖ້າທ່ານເຫັນວ່າມີປະໂຫຍດ ກໍ່ຂໍໃຫ້ທ່ານນຳໄປພິຈາລະນາ ແລະ ປັບປຸງ, ແຕ່ຖ້າທ່ານບໍ່ເຫັນວ່າຂໍ້ຄວາມນີ້ມີປະໂຫຍດກໍ່ໃຫ້ເມີນເສີຍຕໍ່ມັນ.

ຮຽນມາດ້ວຍຄວາມເຄົາລົບຢ່າງສູງ

Anonymous
Jan 04, 2014 10:05 PM

how many people in the foreign land


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Feb 18, 2010 03:14 PM

I love Free radio Asia I'll be your power

Anonymous
Jan 31, 2012 12:35 PM

ຂ້າພະເຈົ້າບໍ່ຮູ້ວ່າຂ່າວທີຂ້າພະເຈົ້າໄດ້ຮັບໃນເວັນໄຊ www.hmongle.com ກ່ຽວກັບເດັກນ້ອຍມົ້ງຄົນນຶ່ງທີຖືກຄົນຈີນຂ້າເພືອໄປບູຊາໂຮງງານຂອງລາວ ຢາກ ຮູ້ວ່າຂາວດັ່ງກ່າວມີມຸນຄວາມຈີງບໍ່

Anonymous
Sep 12, 2013 06:18 AM

ສະບາຍດີ RFA ນ້ອງແມ່ນນັກສຶກສາ ນ້ອງມັກຟັງ RFA ມາຕະຫລອດ ນ້ອງເຫັນວ່າມືນຫລາຍ ເພາະວ່າມີແພງ ແລະ ຂ່າວແດ່ ຂໍ້ໃຫ້ວິທະຍຸຂອງພວກເຈົ້າເຕີບໃຫຍ່ ຕະຫລອດໄປ, Thanks.


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Feb 25, 2013 03:12 AM

Sported


edited_by_staff

Anonymous
Apr 03, 2012 11:26 PM

Fang khao

Anonymous
Jan 19, 2012 11:57 AM

ນ້ອງເອງຂໍມີເລື່ອງຄາໃຈຢາກສອບຖາມ ກ່ຽວກັບການຊໍ້ລາດບັງຫຼວງ
ນ້ອງຢາກຖາມ ທ່ານນາງໄມເຊີລີວ່າ ຊີຕິດຕໍ່ຫາຝ່າຍໄດຢູ່ໃນ ສ ປ ປ ລາວ ແລະ ຕິດຕໍ່ແບບໄດຈຶ່ງຈະມີໜວຍງານໄດມາກວດກາ ແລະ ແກ້ໄຂ ຫວັງວ່ສທ່ານຍ່ານາງຈະຮັບຜິດຈາລະນາ ຂໍຂອບໃຈ

Anonymous
Sep 29, 2013 12:21 PM

ຢາກສະເຫນີໃຫ້ເວປນີ້ເປີດ ບ່ອນໃຫ້ສະແດງ ຄວາມຄິດເຫັນຢ່າງເສຣິແດ່ ເພືອເປິດໂອກາດ ໃຫ້ຄົນຕຳນິວິຈານ ປະກົດການຫຍໍ້ທໍ້ ໃນສັງຄົມ

ໝາຍເຫດ: ທາງເຮົາພ້ອມສເມີ ເວັບໄຊ RFA ເປັນຂອງທ່ານທຸກຄົນ "ຄໍາເຫັນ ຕໍານິວິຈານ ປະກົດການຫຍໍ້ທໍ້ ໃນສັງຄົມ" ພວກທ່ານມີສິດອອກສຽງ ທາງເຮົາຂໍພຽງໃຫ້ຢູ່ໃນ "ເງື່ອນໄຂຂອງການນໍາໃຊ້" ກໍພໍແລ້ວ. ດ້ວຍຄວາມນັບຖື


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Dec 08, 2011 01:55 PM

ກະລຸນາເອົາຄວາມເປັນຈິງມາອອກແດ່ຢ່າເນັ້ນແຕ່ແນວປະທ້ວງທຳລາຍກັນຫຼາຍ ອັນທີ່ດີດີກະມີເປັນຫຍັງບໍ່ເຫັນເອົາມາອອກນຳແດ່ ໃຫ້ເບີ່ງຄືນເດີ້ ຖ້າບໍ່ຈັງຊັ້ນກະຢຸດຊະຢ່າ ມາເຮັດປັນປ່ວນເລີຍ ຂອບໃຈ

Anonymous
Jul 01, 2010 09:04 AM

ໂຄງການເຂື່ອນໄຟຟ້າ ແຂວງໄຊຍະບຸຣີ ຖືກຂັດຄ້ານ
ແຕ່ໃດມາ ເພຶ່ນຂຽນວ່າ ຄັດຄ້ານ ຂັດຂ້ອງ ບໍ່ແມ່ນ ຂັດຄ້ານ

Anonymous
Jun 29, 2012 10:03 PM

In the past few days, news/emails from laolink service stops coming in, wondering why? Is this a preparation for ASEM Public Forum in Vientiane at the end of this year? Can you find out, I want to remain anonymous.

Anonymous
May 21, 2014 01:23 PM

ຊົມເຊີຍ ການໃຊ້ພາສາລາວ ທີ່ຖືກຕ້ອງເໝາະສົມ ທີ່ສຸດ 'ປະເທດເຂດ ແມ່ນໍ້າຂອງ'ເຊິ່ງກາຍເປັນແບບຢ່າງທີ່ດີ ໃຫ້ສື່ ທັງຂອງທາງການລາວເອງ ທີ່ມັກໃຊ້ 'ປະເທດ ລຸ່ມແມ່ນໍ້າຂອງ' ໂດຍບໍ່ເຂົ້າໃຈຊໍ້າວ່າ ລຸ່ມ ມີຄວາມໝາຍແນວໃດ. ດ້ວຍຄວາມເຄົາຣົບ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Sep 20, 2011 02:07 PM

ຝາກ rfa ຊ່ວຍບອກ ດຣ ພັນຄຳ ວິພາວັນ ຂື້ນເງິນເດືອນໃຫ້ຄູລາວໄວໆຍ່າໃຫ້ຄອຍເກີ້...ລໍຖ້າມາຫຼາຍສິບປີແລ້ວວ່າຊິເພີ່ມບໍ່ເຫັນເກີດ...ເປັນພຽງຄຳຫຼອກລວງຂອງນັກການເມືອງເທົ່ານັ້ນ...

Anonymous
Sep 13, 2013 12:56 PM

ການພັດທະນາ ຂອງລາວ ມາເກືອບ100 ປີແລ້ວ ປານໃດຊີຂະເລີນ ປານໃດກົດໝາຍລາວ ຈະເຂັ້ມງວດ ການເຂັ້ມງວດ ຕ້ອງເລີມຈາກ ຂັ້ນເທີງລົງມາ ທູກມື້ນີ້ ແມ່ນການທຳລາຍ ຫລາຍກວ່າ ເຊັ່ນວ່າ ກໍ່ສ້າງທາງ ໃນນະຄອນຫຼວງ ທາງຕອນນືງ ກໍ່ສ້າງ 2-5 ປີ ທັ້ງທີທາງບໍ່ ເຖີງ 5 KM ລົດດ້າມຂົນດິນ ຈິກໄປຂາຍ ຫຼື ໄປໃສ່ທາງຂີ່ຝູ່ນທົ່ວວຽງຈັນ ຄວນຕີຕາເບີ່ງ ປະເທດອ້ອມຂ້າງແດ່ ຂໍໂທດຖ້າຂ້າພະເຈົ້າ ເວົ້າຜິດການນຳ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]