ເງື່ອນໄຂ ການນຳໃຊ້

ການຕົກລົງ ຮັບເງື່ອນໄຂ

ກະຣຸນາ ອ່ານເງື່ອນໄຂ ກ່ຽວກັບການນຳໃຊ້ ກ່ອນຈະໃຊ້ web site www.rfa.org ຫລື ສ່ວນໃດສ່ວນນຶ່ງ ຂອງ web site ຂອງວິທຍຸເອເຊັຍເສຣີ ຮວມທັງ ກະດານ ຝາກ ຂໍ້ຄວາມ ຂອງວິທຍຸເອເຊັຍເສຣີ, ຣາຍການອອກອາກາດ ແລະ “web site ຂອງວິທຍຸເອເຊັຍເສຣີ” ຫລື “ບໍຣິການ.” ເມື່ອທ່ານ ໃຊ້ບໍຣິການ ກໍ່ໝາຍຄວາມວ່າ ທ່ານຕົກລົງ ຍອມຮັບປະຕິບັດ ຕາມເງື່ອນໄຂ ການນຳໃຊ້ດັ່ງກ່າວ. ເມື່ອເຫັນສົມຄວນ ວິທຍຸ ເອເຊັຍເສຣີ ມີສິດ ທີ່ຈະດັດແປງ ເງື່ອນໄຂ ດັ່ງກ່າວໄດ້ ທຸກເວລາ ໂດຍນຳເອົາເງື່ອນໄຂ ກ່ຽວກັບ ການນຳໃຊ້ ທີ່ດັດແປງໃໝ່ ໄປລົງໃນ web site ຂອງ ວິທຍຸເອເຊັຍເສຣີ.


ທ່ານ ຕົກລົງວ່າ ຈະປະຕິບັດ ຕາມຂໍ້ຜູກມັດ ທີ່ບົ່ງໄວ້ ໃນເງື່ອນໄຂ ດັດແປງໃໝ່ ຊຶ່ງຈະມີຜົນບັງຄັບ ໃນທັນທີ ທີ່ນຳໄປລົງໃນ web site.


ລິຂະສິດ

ກົດໝາຍ ວ່າດ້ວຍລິຂະສິດ ຂອງສະຫະຣັຖອາເມຣິກາ ແລະ ສາກົນປົກປ້ອງ ເນື້ອໃນໃຈຄວາມ ທີ່ລົງ ໃນ web site. ວິທຍຸ ເອເຊັຍເສຣີ ຍິນດີອະນຸຍາດ ໃຫ້ຜູ້ມີຄວາມປະສົງ ຢາກນຳເອົາ ສິ່ງພິມ ໃນ Web site ໃຊ້ພິມ ຫລື ແຈກຢາຍຕໍ່ ແຕ່ມີເງື່ອນໄຂວ່າ ຕ້ອງບອກວ່າ ໄດ້ມາຈາກ RFA ໂດຍໃຫ້ຂໍ້ມູນ ດັ່ງຕໍ່ໄປນີ້:

ລິຂະສິດ 2006 RFA. ພິມຕໍ່ ໂດຍໄດ້ຮັບອະນຸຍາດ ຈາກວິທຍຸເອເຊັຍເສຣີ 2025 M St. NW,

Suite 300, Washington DC 20036. https://www.rfa.org. ຖ້າໃຊ້ຕອນໃດຕອນນຶ່ງ ຊຶ່ງຄັດເລືອກ ມາຈາກ web site ຂອງ RFA. ກໍ່ຕ້ອງບົ່ງວ່າ ຕັດອອກມາ ຈາກ web site ແລະ ໃນການໃຊ້ກໍ່ບໍ່ມີສິດປ່ຽນແປງ ຫລື ດັດແປງ ເນື້ອໃນໃຈຄວາມເດີມ.


ຫ້າມເດັດຂາດ ບໍ່ໃຫ້ນຳເອົາສຽງ ຊຶ່ງເປັນຂອງ RFA ໄປອອກອາກາດ ຫລື ໄປອອກອາກາດຕໍ່ ຫລື ໃຊ້ຮູບພາບ ຫລື ສິ່ງທີ່ເຫັນໃນ web site ຂອງ RFA ຫລື web site ຂອງຜແນກທັງເກົ້າ ຂອງ RFA.


ຊື່ສະເພາະ

ຊື່ Radio Free Asia, RFA, ແລະ ຊື່ຂອງຣາຍການຕ່າງໆ ຂອງວິທຍຸເອເຊັຍເສຣີ ເປັນ ຊື່ ສະເພາະ ຂອງບໍຣິສັດ Radio Free Asia, Inc. ວິທຍຸເອເຊັຍເສຣີ ສງວນລິຂະສິດ ທັງໝົດ.

ບໍ່ມີຜູ້ໃດ ມີສິດໃຊ້ຊື່ສະເພາະ ອັນໃດອັນນຶ່ງ ເຄື່ອງໝາຍ ຫລື ຮູບຂອງ RFA ໂດຍບໍ່ໄດ້ຮັບ ອະນຸຍາດ ເປັນລາຍລັກອັກສອນ ເສັຍກ່ອນ. ແລະ ຖືເປັນກໍຣະນີ ຍົກເວັ້ນ ເມື່ອເຄື່ອງໝາຍຂອງ RFA ມີຢູ່ໃນ RSS feed ຊຶ່ງໃນກໍຣະນີ ດັ່ງກ່າວ ກໍ່ຕ້ອງປະຕິບັດ ຕາມເງື່ອນໄຂ ທີ່ບົ່ງໄວ້ ໃນກົດຣະບຽບ ການໃຊ້ RSS feed ຂອງ RFA ທີ່ຈະກ່າວໃນຂັ້ນຕໍ່ໄປ.


ໃຊ້ໃນທາງ ບໍ່ຖືກຕ້ອງ

RFA ບໍ່ອານຸຍາດ ໃຫ້ໃຊ້ web sites ທັງໝົດ ຂອງບໍຣິສັດ ໄປໃນທາງບໍ່ຖືກຕ້ອງ.


ເຊື່ອມຕໍ່ເຂົ້າ web site ວິທຍຸເອເຊັຍເສຣີ

RFA ເປັນອົງການຈັດຕັ້ງ ທີ່ມີມາຕຖານ ແລະ ຫລັກຈັນຍາສູງ ໃນດ້ານສື່ ແລະ ການປະກອບ ວຽກງານຂ່າວ ແບບເປັນເອກຣາດ ແລະ ບໍ່ມີຜົນ ທາງການຄ້າ. ດ້ວຍເຫດນີ້ ການເຊື່ອມຕໍ່ບໍ່ຄວນ (ກ) ພາໃຫ້ຄິດວ່າ RFA ສົ່ງເສີມ ຫລື ເຫັນພ້ອມກັບ ຄວາມມຸ້ງໝາຍ ແນວຄິດ web sites ການໂຄສນາການເມືອງ ຜລິດຕະພັນ ຫລື ການປະຕິບັດງານ ຂອງບຸກຄົນ ຫລື ການຈັດຕັ້ງໃດໆ ຫລື (ຂ) ໃຊ້ຂໍ້ມູນ ແລະ ທຸກຢ່າງ ທີ່ເປັນກັມມະສິດ ຂອງ RFA ເພື່ອຜົນປໂຍດ ທາງການຄ້າ. RFA ສງວນສິດ ທີ່ຈະຖອນ ອະນຸຍາດຈາກ link ໃດ ກໍ່ໄດ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.

ຄວາມເຫັນ

Anonymous
Jun 26, 2013 02:16 PM

ເລື່ອງນີ້ ຢາກໃຫ້ ຕຳຫຼວດລາວ ໃຊ້ຫົວຄິດແນ່ ບໍ່ແມ່ນເຫັນແກ່ ແຕ່ລາຍໄດ້ ໂດຍບໍ່ຄຳນືງ ເຖິງປະຊາຊົນ ຕ້ອງມີການ ໄຕ່ຕອງ ລະອຽດ ຕ້ອງສືບສວນ ລະອຽດ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Jul 22, 2010 05:08 PM

Please rfa to help us for checking the problem ruber planting in Attapeu province of vietnam's company.
tank you so much.

Anonymous
Oct 03, 2013 08:09 PM

ປະຈຸບັນ ຊາວເມືອງບາຈຽງ ນັບມື້ທຸກຍາກ ເນື່ອງຈາກວ່າ ເຂດທຳມາຫາກິນ ຂອງປະຊາຊົນ ຖືກວຽດນາມ ປູກຢາງພາລາ ໃສ່ຫມົດແລ້ວ; ຕາມການຊີ້ແຈງ ຂອງເຈົ້າຫນ້າທີ່ ວ່າຈະລົດຜອ່ນ ຄວາມທຸກຍາກ ຂອງປະຊາຊົນ ຊ້ຳພັດແຫ່ງທຸກ ກວ່າເກົ່າ; ຜູ້ທີ່ມີກໍມີແຕ່ ເຈົ້າຫນ້າທີ່ ຈຳນວນນ້ອຍນຶ່ງ ເທົ່ານັ້ນ, ສ່ວນປະຊາຊົນ ກໍຖືກະບຸງກະຕ່າ ຫາຂໍທານ ຕາມໃນເມືອງ ຫຼື ຕາມເມືອງອື່ນ


[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]

Anonymous
Jul 10, 2017 05:37 AM

ຈົດໝາຍຈາກຜູ້ຟັງ ເຖີງ ໄມໂສລີ, ໄດ້ຕີດຕາມວິທະຍຸເອເຊັຍເສຣີໃນວັນທີ ໓/໗/໑໗, ຢາກຂໍຕິເພື່ອກໍ່ ມາຍັງໄມໂຊລີ ຜູ້ຈັດຣາຍການຈົດໝາຍຈາກທ່ານຜູ້ຟັງ ພະແນກພາກພາສາລາວ: ກ.ນັກຂ່າວທີມີຊື່ວ່າ ສຸພັດຕາ ແລະສີວິໄລ ໄດ້ອ່ານຊື່ຂອງ ສະຖານນີບໍ່ຕຮົງຕໍ່ການຂຽນ ອ່ານຕາມໃຈ ແທນທີຈະອ່ານ “ເອເຊັຍເສຣີ“ ອ່ານອອກເປັນ “ເອເຊັຍເສລີ“. ຂ.ສຸພັດຕາ ໄດ້ຈັດເພງ “ຈະຮັກໃຜດີ“ ຈະກ່າວເຖີງແຕ່ນັກຮ້ອງທີ່ເອົາເພັງອາຈານສີລາວົງມາຮ້ອງ ວ່າ “ຈາກຜົນງານຂອງນັກຮ້ອງຄົນໃໝ່ ແຕ່ບໍ່ກ່າວເຖີງນັກຮ້ອງຕົ້ນສບັບທັ້ງໆທີ່ນັກຮ້ອງຕົ້ນສບັບ ກໍຍັງມີຊິວີດຢູ່ ຖ້າບໍ່ນັບຖືນັກຮ້ອງແລ້ວ ບໍ່ຄວນຈະຈັດເພງຂອງເພີ່ນ. ຢ່າເຮັດ ແລະອ່ານຕາມໃຈ ຕ້ອງຮູ້ຈັກຂໍ້ມູນທີແທ້ ແລະອ່ານຕຮົງຕໍ່ການຂຽນ ຖ້າມີຄວາມສາມາດອ່ານ-ຂຽນ ພາສາລາວໄດ້ດີ.

[ຄໍາເຫັນນີ້ໄດ້ຖືກກວດແກ້ ໂດຍບັນນາທິການ ເອເຊັຽເສຣີ ອີງຕາມເງື່ອນໄຂການນໍາໃຊ້ ]