ຍ້ອນໂຄວິດ-19 ບໍ່ເຊົາ ບຸນທາດຫຼວງ ຈຶ່ງເຫງົາ

ພູວົງສ໌
2021.11.20
ພາບ​ເລື່ອນ ບຸນ​ພ​ຣະ​ທາດ​ຫຼວງ ໑

ທາງດ້ານໜ້າ ຂອງພຣະທາດຫຼວງວຽງຈັນ ໃນມື້ບຸນທາດຫຼວງ

ພາບ​ເລື່ອນ ບຸນ​ພ​ຣະ​ທາດ​ຫຼວງ ໒

ແມ່ຄ້າ ຂາຍດອກໄມ້ບູຊາ ແລະ ໝາກເບັງ ທີ່ເຮັດຈາກໃບຕອງ ປະດັບດ້ວຍດອກດາວເຮືອງ ເໜັບດອກຂີ້ເຜິ້ງ ໃຫ້ແກ່ຜູ້ທີ່ຈະມາໄຫວ້ພຣະທາດຫຼວງ

ພາບ​ເລື່ອນ ບຸນ​ພ​ຣະ​ທາດ​ຫຼວງ ໓

ຊາວພຸທລາວ ພາກັນປະກອບພິທີວຽນທຽນ ບໍຣິເວນດ້ານຂ້າງ ຂອງພຣະທາດຫຼວງ ຕາມຄວາມເຊື່ອ ທີ່ໄດ້ປະຕິບັດ ສືບທອດກັນມາ ແຕ່ບູຮານນະການ

ພາບ​ເລື່ອນ ບຸນ​ພ​ຣະ​ທາດ​ຫຼວງ ໔

ປ້າຍບອກເຕືອນ ໃຫ້ຜູ້ມາຮ່ວມງານບຸນ ມີສະຕິລະວັງໂຕ ປ້ອງກັນໂຄວິດ-19 ບໍຣິເວນທາງເຂົ້າ ກ່ອນໄຫວ້

ພາບ​ເລື່ອນ ບຸນ​ພ​ຣະ​ທາດ​ຫຼວງ ໕

ບັນດາຊາວພຸທລາວ ພວມຕັກບາດບຸນທາດຫຼວງ ໃນຍາມເຊົ້າ ຂອງມື້ຂຶ້ນ ໑໕ ຄ່ຳເດືອນ ໑໒ ພ.ສ ໒໕໖໔

ພາບ​ເລື່ອນ ບຸນ​ພ​ຣະ​ທາດ​ຫຼວງ ໖

ການຍາດນ້ຳ ຂອງບັນດາຊາວພຸທລາວ ພາຍຫຼັງທີ່ຕັກບາດແລ້ວ

ພາບ​ເລື່ອນ ບຸນ​ພ​ຣະ​ທາດ​ຫຼວງ ໗

ບັນດາຊາວພຸທລາວ ພວມຕັກບາດບຸນທາດຫຼວງ ໃນຍາມເຊົ້າ ຂອງມື້ຂຶ້ນ ໑໕ ຄ່ຳເດືອນ ໑໒ ພ.ສ ໒໕໖໔

ພາບ​ເລື່ອນ ບຸນ​ພ​ຣະ​ທາດ​ຫຼວງ ໘

ເຈົ້າໜ້າທີ່ທະຫານ ພວມປະຕິບັດໜ້າທີ່ ປ້ອງກັນເວນຍາມ ພາຍໃນງານບຸນ

ພາບ​ເລື່ອນ ບຸນ​ພ​ຣະ​ທາດ​ຫຼວງ ໙

ບັນດາຊາວພຸທລາວ ພວມຕັກບາດບຸນທາດຫຼວງ ໃນຍາມເຊົ້າ ຂອງມື້ຂຶ້ນ ໑໕ ຄ່ຳເດືອນ ໑໒ ພ.ສ ໒໕໖໔

ພາບ​ເລື່ອນ ບຸນ​ພ​ຣະ​ທາດ​ຫຼວງ ໑໐

ແມ່ຄ້າຂາຍເຂົ້າຫຼາມຍາມບຸນ ແລະ ເດັກນ້ອຍແມ່ຍິງນາງນຶ່ງ ທີ່ອາຈເປັນລູກສາວ ຫຼືຫຼານສາວລາວເອງ ກະບໍ່ຮູ້ຈັກຄັກແນ່ ທີ່ພວມນັ່ງຂາຍເຂົ້າຫຼາມ, ເຊິ່ງຖືເປັນຂອງກິນ ທີ່ຢູ່ຄູ່ເກືອບທຸກບຸນ ໃນປະເທດລາວ

ບຸນນະມັສການ ພຣະທາດຫຼວງວຽງຈັນ ຫຼືທີ່ຮູ້ຈັກກັນດີວ່າ ບຸນທາດຫຼວງ ປະຈຳ​ປີ ພ.ສ 2564, ດຳເນີນໄປແບບງຽບເຫງົາ ເນື່ອງຈາກຍັງມີການແຜ່ຣະບາດ ຂອງໂຄວິດ-19 ໃນຊຸມຊົນ ຢ່າງຮຸນແຮງຢູ່, ເຊິ່ງທາງການລາວ ໄດ້ອະນຸຍາດໃຫ້ສເລີມສລອງ ຕາມຮີດຄອງປະເພນີ ພຽງແຕ່ 3 ມື້ 3 ຄືນເທົ່ານັ້ນ ຄືນັບແຕ່ວັນທີ 17 ຫາ 19 ພຶສຈິກາ 2021 ແລະ ໃຫ້ງົດທຸກກິຈກັມມ່ວນຊື່ນ ແລະ ການຂາຍສິນຄ້າຕ່າງໆ ຕາມມາຕການປ້ອງກັນໂຄວິດ-19.

ອຳນາດການປົກຄອງ ນະຄອນຫຼວງວຽງຈັນ ໄດ້ຮັບອະນຸຍາດ ໃຫ້ຈັດງານບຸນທາດຫຼວງ 3 ມື້  ແລະ ເນັ້ນໃຫ້ຈັດເປັນປະເພນີ ທາງສາສນາເທົ່ານັ້ນ, ອີງຕາມແຈ້ງການ ຈາກຫ້ອງວ່າການ ສໍານັກງານນາຍົກຣັຖມົນຕຣີ ເລຂທີ 1445/ຫສນຍ, ລົງວັນທີ 11 ພຶສຈິກາ 2021.

ຕາມປົກກະຕິແລ້ວ, ບຸນທາດຫຼວງ ນັບວ່າເປັນປາງບຸນໃຫຍ່ປະຈຳປີ ຂອງຊາວລາວບັນດາເຜົ່າ ທີ່ຢູ່ທົ່ວທຸກສາລະທິດ ຕ່າງກໍຕ້ອງຫາໂອກາດ ມາບູຊາ ແລະ ຂາບໄຫວ້ພຣະທາດຫຼວງ ໃນແຕ່ລະປີ, ແຕ່ເນື່ອງຈາກມີການຣະບາດ ຂອງໂຄວິດ-19 ແລະ ຫຼາຍແຂວງ ຍັງຢູ່ໃນພາວະ ທີ່ມາຕການປ້ອງກັນໂຄວິດ-19 ຍັງເຂັ້ມງວດຢູ່ ການໄປມາຫາສູ່ກໍລຳບາກ ຈຶ່ງເຮັດໃຫ້ຫຼາຍຄົນ ບໍ່ສະດວກ ທີ່ຈະເດີນທາງ ມາຮ່ວມບຸນທາດຫຼວງໄດ້.

ໃນປີນີ້, ບໍ່ມີການຈັດຂະບວນ ແຜ່ຜະສາດເຜິ້ງ ຢ່າງຄຶກຄື້ນ ແລະ ໃຫຍ່ໂຕມະໂຫລານ ຄືດັ່ງທີ່ໄດ້ປະຕິບັນກັນມາ ໃນແຕ່ລະປີນັ້ນ, ແຕ່ໃນຕອນກາງຄືນ ຂອງວັນທີ 18 ພຶສຈິກາ, ບັນດາຊາວພຸທລາວ ກໍພາກັນນຳດອກໄມ້, ທູບ, ທຽນ ແລະ ໝາກເບັງ ປະດັບດ້ວຍດອກດາວເຮືອງ ເໜັບດອກຂີ້ເຜິ້ງ ເພື່ອໄປນະມັສການ ພຣະທາດຫຼວງ ແລະ ວຽນທຽນອ້ອມ ພຣະທາດຫຼວງ ຕາມຄວາມເຊື່ອ ທີ່ໄດ້ປະຕິບັດ ສືບທອດກັນມາ ແຕ່ບູຮານນະການ.

ສ່ວນໃນຕອນເຊົ້າ ຂອງວັນທີ 19 ພຶສຈິກາ, ກົງກັບມື້ເພັງ ຫຼືມື້ຂຶ້ນ 15 ຄ່ຳເດືອນ 12, ກໍມີພິທີຕັກບາດ ແລະ ຢາດນ້ຳ ເພື່ອສັກກະລະບູຊາ ພຣະທາດຫຼວງ ແລະ ຖືເປັນອັນສິ້ນສຸດ ບຸນທາດຫຼວງປະຈຳປີ ພ.ສ 2564 ນີ້.

ສ່ວນວ່າການຫຼິ້ນກິລາ “ຕີຄີ”, ອັນເປັນສັນຍາລັກອີກອັນນຶ່ງ ປະຈຳບຸນທາດຫຼວງນັ້ນ, ປີນີ້ກໍງົດເຊັ່ນກັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.