ຊາວບ້ານ ທີ່ຢູ່ໃກ້ສນາມບິນໜອງຄ້າງ ຈະຕ້ອງໄດ້ຍ້າຍອອກ
2023.06.06

ທາງການແຂວງຫົວພັນ ຈະໂຍກຍ້າຍຊາວບ້ານ ບ້ານໜອງຄ້າງ ເມືອງຊໍາເໜືອ ແຂວງຫົວພັນ ທີ່ຢູ່ອ້ອມແອ້ມ ສນາມບິນໜອງຄ້າງ ໄປຢູ່ບ່ອນຈັດສັນທີ່ໄກຈາກສນາມບິນໜອງຄ້າງ ເພື່ອຄວາມປອດພັຍຕໍ່ການແລ່ນ ຂຶ້ນ-ລົງ ຂອງເຮືອບິນ ແລະເພື່ອອຳນວຍຄວາມສະດວກ ໃຫ້ແກ່ໂຄງການພັທນາຕ່າງໆ ທີ່ຈະສ້າງຢູ່ຮອບໆ ສນາມບິນໜອງຄ້າງ ໃນອະນາຄົດ ພາຍຫຼັງໄດ້ມີພິທີ ມອບ-ຮັບ ສນາມບິນດັ່ງກ່າວແລ້ວເມື່ອວັນທີ 15 ພຶສພາ 2023. ອີງຕາມການໃຫ້ສຳພາດ ຂອງທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງ ແຂວງຫົວພັນເຕໍ່ສື່ມວນຊົນແຂວງຫົວພັນເໃນວັນທີ 15 ມິຖຸນາທີ່ຜ່ານມານີ້.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ແຂວງຫົວພັນ ທ່ານນຶ່ງທີ່ຂໍສງວນຊື່ ແລະຕຳແໜ່ງໄດ້ຢືນຢັນວ່າ ສຳລັບຊາວບ້ານ ບ້ານໜອງຄ້າງທີ່ຈະຖືກໂຍກຍ້າຍ ໄປບ່ອນຈັດສັນນັ້ນ ມີປະມານເກືອບ 200 ຄອບຄົວ, ແຕ່ຍັງບໍ່ທັນຍ້າຍໃນໄວໆນີ້ ຍ້ອນຫຼາຍຄອບຄົວ ຍັງບໍ່ທັນຕຣຽມພ້ອມ ສໍາລັບໂຍກຍ້າຍ ໄປບ່ອນໃໝ່. ສ່ວນບ່ອນຈັດສັນໃໝ່ນັ້ນ ກໍຢູ່ຫ່າງໄກ ຈາກບ່ອນເກົ່າປະມານ 2 ກິໂລແມັດ ຊຶ່ງຍັງຢູ່ໃນເຂດບ້ານໜອງຄ້າງໂດຍພາກສ່ວນທີ່ກ່ຽວຂ້ອງ ກຳລັງຫາລືກ່ຽວກັບການຊົດເຊີຍ ແລະຊ່ອຍເຫຼືອອື່ນໆ.
ດັ່ງທ່ານກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 06 ມິຖຸນາ ນີ້ວ່າ:
“ແມ່ນເພິ່ນຄົ້ນຄ້ວາ ມີແຜນຢູ່ບ້ານເພິ່ນກາຈັດສັນຢູ່ແລ້ວ ຍັງບໍ່ທັນມີຄວາມພ້ອມ ທີ່ຈະຍ້າຍອອກຫັ້ນເກືອບຮອດ 200 ຫຼັງຄາເຮືອນ ເພິ່ນຈັດສັນໄວ້ແລ້ວ ສະຖານທີ່ໂຍກຍ້າຍບ້ານຫັ້ນນ່າ ບໍ່ໄກປະມານ 2 ກິໂລນີ້ແຫຼະ.”
ໃນຂະນະທີ່ຊາວບ້ານ ທີ່ຈະຖືກໂຍກຍ້າຍເຮືອນໄປຢູ່ ບ່ອນຈັດສັນນັ້ນ ຈຳນວນນຶ່ງ ກໍບໍ່ຮູ້ສຶກຂັດຂ້ອງ ຕໍ່ການໂຍກຍ້າຍ ເພາະວ່າຈະເຮັດໃຫ້ມີຄວາມປອດພັຍ ຫຼາຍຂຶ້ນ ແຕ່ພາກສ່ວນທີ່ກ່ຽວກໍຕ້ອງໄດ້ມີການຊົດເຊີຍ ຢ່າງເໝາະສົມ ຫຼື ການປຸກສ້າງເຮືອນຫຼັງໃໝ່.
ດັ່ງຊາວບ້ານ ບ້ານໜອງຄ້າງ ທ່ານນຶ່ງກ່າວວ່າ:
“ແມ່ນແຫຼະ. ໂອເພິ່ນຍັງບໍ່ທັນໄດ້ຍ້າຍເທື່ອ ຍັງບໍ່ຮູ້ຈັກເທື່ອ ຄັນໂຍກຍ້າຍ ກາພໍໃຈຍ້າຍ ນຳເພິ່ນແຫຼະ.”
ສ່ວນຊາວບ້ານ ບ້ານໜອງຄ້າງ ອີກທ່ານນຶ່ງກ່າວວ່າ ທ່ານເອງກໍຍັງບໍ່ຮູ້ຢ່າງຄັກແນ່ນວ່າ ຈະຖືກໂຍກຍ້າຍເມື່ອໃດ ແລະໄດ້ຮັບກາຊົດເຊີຍແນວໃດ ເນື່ອງຈາກຍັງບໍ່ມີພາກສ່ວນໃດ ຊີ້ແຈງກ່ຽວກັບການຊົດເຊີຍ ມີແຕ່ໂອ້ລົມກັບຊາວບ້ານ ໃນກ່ອນໜ້ານີ້ ເພື່ອໃຫ້ໂຍກຍ້າຍໄປຢູ່ບ່ອນໄກ ຈາກສນາມບິນໜອງຄ້າງ.
ດັ່ງທ່ານກ່າວວ່າ:
“ຍັງບໍ່ຮູ້ຫວາ ມີແຕ່ເຈົ້າແຂວງລົງມາ ລຸລ່ວງໃຫ້ແຖວເດີ່ນບິນຫັ້ນ ຈະໃຫ້ຍັບລົງທາງກ້ອງ ຢູ່ແຖວນັ້ນດອກແຖວບ້ານນີ້ດອກ ລົງໄປທາງກ້ອງຫັ້ນ ເອີເພິ່ນກາຊິໃຫ້ຍ້າຍສື່ໆ ນີ້ແຫຼະ.”
ທາງດ້ານຊາວບ້ານ ຢູ່ເມືອງຊຳເໜືອອີກທ່ານນຶ່ງ ກ່າວວ່າທ່ານເອງກໍໄດ້ຍິນຂ່າວ ທີ່ຈະໃຫ້ມີການໂຍກຍ້າຍຊາວບ້ານ ໄປຢູ່ບ່ອນໃໝ່ ມາຕັ້ງແຕ່ດົນແລ້ວ ເພື່ອຄວາມປອດພັຍ ຂອງຊາວບ້ານເນື່ອງຈາກເຮືອນຊາວບ້ານ ຢູ່ເຂດດັ່ງກ່າວ ຍັງບໍ່ທັນມີຮ້ານອາຫານ, ເຮືອນພັກ, ໂຮງແຮມ ແຕ່ຢ່າງໃດ.
ດັ່ງທ່ານກ່າວວ່າ:
“ເອີ ອັນນັ້ນມີແຜນແລ້ວຕຣຽມຍ້າຍແລ້ວ ບ້ານໜອງຄ້າງຫັ້ນນ່າ ໄປທາງອອກຈາກບ້ານເກົ່ານີ້ ໄປຫາບ້ານໃໝ່ນີ້ ປະມານ 2 ກິໂລ. ຮ້ານອາຫານ, ເຮືອນພັກ, ໂຮງແຮມ ຍັງບໍ່ທັນມີຢູ່ຫັ້ນນ່າ.”
ນອກຈາກນີ້ ຜູ້ປະກອບການ ດ້ານການທ່ອງທ່ຽວ ຂອງເມືອງຊຳເໜືອອີກນາງນຶ່ງ ກ່າວວ່າການໂຍກຍ້າຍບ້ານດັ່ງກ່າວ ໄປຢູ່ບ່ອນຈັດສັນນັ້ນ ນອກເໜືອຈາກເຫດຜົລ ຄວາມປອດພັຍແລ້ວ ພາກສ່ວນທີ່ກ່ຽວຂ້ອງກໍມີແຜນພັທນາ ເຂດດັ່ງກ່າວໃຫ້ເປັນແຫຼ່ງທ່ອງທ່ຽວ, ຄ້າຂາຍ ແລະ ເຮັດທຸຣະກິຈ ຫຼາຍຢ່າງຄືກັນກັບເຂດພັທນາເສຖກິຈ.
ດັ່ງຍານາງກ່າວວ່າ:
“ເພິ່ນຈະຍ້າຍໄປຢູ່ບ້ານຈັດຕັ້ງນ່າ ມັນເປັນຮ່ອງບ່ອນລົງຍົນຫັ້ນນ່າ ກາຍັບຍ້າຍໄປອີກເຂດນຶ່ງວ່າຊັ້ນສາ ເຂດຫັ້ນແຫຼະເພິ່ນຊິເຮັດເຂດເສຖກິຈ ເຄີຍໄປແຕ່ຕອນເພິ່ນກໍ່ສ້າງ ແຕ່ເພິ່ນເປີດສນາມບິນຍັງ ບໍ່ໄດ້ໄປ.”
ອີງຕາມການໃຫ້ສຳພາດ ຂອງທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງ ແຂວງຫົວພັນ ຍັງໄດ້ລະບຸຕື່ມວ່າ ສຳລັບໃນໄລຍະກາງ ຫາ ໄລຍະຍາວ ທາງການແຂວງຫົວພັນ ມີແຜນຈະພັທນາ ເຂດອ້ອມແອ້ມສນາມບິນ ໜອງຄ້າງ ໃຫ້ເປັນເຂດບໍຣິການ ທ່ອງທ່ຽວ, ອຳນວຍຄວາມສະດວກ ໃຫ້ແກ່ການດຶງດູດນັກລົງທຶນ ພາຍໃນ ແລະຕ່າງປະເທດ ເຂົ້າມາສຶກສາຄວາມເປັນໄປໄດ້ ເພື່ອດຳເນີນທຸຣະກິຈຕ່າງໆ ເປັນຕົ້ນປູກຝັງ-ລ້ຽງສັດ, ກໍ່ສ້າງໂຮງຈັກ-ໂຮງງານ, ກໍ່ສ້າງເຮືອນພັກ-ໂຮງແຮມ ແລະ ອື່ນໆ ແລະ ຫາກໃນອະນາຄົດ ມີຜູ້ໃຊ້ບໍຣິຫານຫຼາຍຢູ່ ສນາມບິນໜອງຄ້າງ ກໍອາຈຂຍາຍໃຫ້ກາຍ ເປັນສນາມບິນສາກົລທີ່ມີຖ້ຽວບິນ ໄປ-ມາ ລະຫວ່າງປະເທດໄກ້ຄຽງ.
ມາຮອດປັດຈຸບັນ ສນາມບິນໜອງຄ້າງ ກຳລັງຢູ່ໃນລະຫວ່າງການໂຈະ ຊົ່ວຄາວ ໄປຈົນຮອດທ້າຍເດືອນຕຸລາປີ 2023 ຍ້ອນກຳລັງຢູ່ໃນຂັ້ນຕອນ ຢັ້ງຢືນຮັບຮອງ ຂຶ້ນທະບຽນ ແລະ ປະເມີນຄວາມປອດພັຍ ຊຶ່ງກ່ອນຈະໂຈະການບິນ ກໍເຄີຍເປີດໃຫ້ບໍຣິການ ເປັນເວລາ 2 ມື້ ໂດຍມີແຕ່ຖ້ຽວບິນລະຫວ່າງນະຄອນຫຼວງວຽງຈັນ-ແຂວງຫົວພັນ ທີ່ບິນມາລົງຢູ່ສນາມບິນແຫ່ງນີ້ ແຕ່ຖ້າກັບມາເປີດໃຫ້ບໍຣິການອີກ ເທື່ອນຶ່ງກໍອາດເພີ່ມຖ້ຽວບິນຕື່ມອີກ ຫຼາຍເສັ້ນທາງເປັນຕົ້ນ ຫົວພັນ-ຫຼວງພຣະບາງ, ຫົວພັນ-ຊຽງຂວາງ ແລະ ຫົວພັນ-ຈຳປາສັກ.