ລາວໄດ້ເງິນກູ້ປັບປຸງຖນົນ

ສິດນີ
2015.04.27
F-Bokeo ທະນາຄານ ພັທນາ ເອເຊັຽ ອະນຸມັດ ເງິນກູ້ ໃຫ້ ສປປລາວ ເພື່ອ ປັບປຸງຖນົນ
RFA

ທະນາຄານ ພັທນາ ເອເຊັຽ ອະນຸມັດ ເງິນກູ້ ໃຫ້ ແກ່ ສປປ ລາວ ປະມານ 24 ລ້ານ ໂດລາ ສະຫະຣັດ ເພື່ອ ປັບປຸງ ຖນົນ ຫລາຍສາຍ ນຶ່ງໃນ ນັ້ນ ກໍແມ່ນ ໂຄງການ ປັບປຸງ ຖນົນ ແລະ ສ້າງ ໂຄງຮ່າງ ພື້ນຖານ ປະເພດ ຕ່າງໆ ທີ່ ເມືອງ ຫ້ວຍຊາຍ ແຂວງ ບໍ່ແກ້ວ ເພຶ່ອ ພັທນາ ໃຫ້ເປັນ ແຫລ່ງ ທ່ອງທ່ຽວ.

ທະນາຄານ ພັທນາ ເອເຊັຽ ໃຫ້ ເງິນກູ້ ແກ່ ແຂວງ ບໍ່ແກ້ວ ໃນ ຈຳນວນ ເງິນ ປະມານ 24 ລ້ານ ໂດລາ ແລະ ຣັຖບານ ລາວ ອອກ ໃຫ້ 1 ລ້ານ ໂດລາ ຕາມ ທັມມະດາ ແລ້ວ ທະນາຄານ ພັທນາ ເອເຊັຽ ຈະໃຫ້ເງິນ ຊ່ອຍເຫລືອ ລ້າ ແຕ່ ເທື່ອນີ້ ໃຫ້ ເປັນເງິນກູ້ ຣະຍະ ຍາວ ດ້ວຍ ດອກເບັ້ຽ ຕ່ຳ.

ໃນ ໂຄງຮ່າງ ພື້ນຖານ ຈະ ມີການ ສ້າງ ກຳແພງ ກັນ ຕະລິ່ງ ເຈື່ອນ ທີ່ ເມືອງ ຫ້ວຍຊາຍ ຕົງກັນຂ້າມ ກັບ ແຂວງ ຊຽງຮາຍ ຂອງໄທ ຍົກຣະດັບ ທ່າເຮືອ ສ້າງ ສວນ ສາທາຣະນະ ໃນ ເນື້ອທີ່ ປະມານ 7 ເຮັກຕາ ແລະ ສ້າງ ຖນົນ ປະມານ 3 ກິໂລແມັດ ເຊື່ອມຕໍ່ ເມືອງ ຫ້ວຍຊາຍ ໄປຫາ ຂົວ ມິຕພາບ ລາວ-ໄທ ແຫ່ງ ທີ່ 4 ຣະຫວ່າງ ແຂວງ ບໍ່ແກ້ວ ກັບ ແຂວງ ຊຽງຮາຍ ຂອງໄທ. ນອກຈາກ ນັ້ນ ກໍຈະມີ ການສ້າງ ຣະບົບ ນ້ຳເສັຽ ໃນ ຕົວເມືອງ ແລະ ປັບປຸງ ຖນົນ ນ້ອຍ ຈຳນວນ 16 ເສັ້ນ ໃນ ເມືອງ ຫ້ວຍຊາຍ ເພື່ອ ຍົກຣະດັບ ການ ທ່ອງທ່ຽວ ແລະ ສ້າງ ຣາຍໄດ້ ໃຫ້ ແກ່ ຣັຖບານ ແລະ ປະຊາຊົນ ທ້ອງຖີ່ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.