ກຸ່ມຄົນຈີນຢູ່ສາມຫຼ່ຽມຄຳ ຍົກພວກຕີກັນ

ອຸ່ນແກ້ວ ສຸກສະຫວັນ
2020.10.30
F-Bokeo-SEZ ປະຊາຊົນຄົນຈີນ ທີ່ ເຂົ້າມາຝັງຮາກຖານ ເປີດຮ້ານອາຫານຮ້ານຄ້າ ຢູ່ເຂດເສຖກິດພິເສດ ສາມຫຼ່ຽມຄໍາ ຂ.ບໍ່ແກ້ວ
RFA

ໃນວັນທີ 27 ຕຸລາ ຜ່ານມາ, ສື່ສັງຄົມ ອອນລາຍ ໄດ້ເຜີຍແຜ່ ຄລິບ ວີດີໂອ ແກັງຄົນຈີນ ຈຳນວນຫຼາຍ 10 ຄົນ ຕະລຸມບອນ ຕີກັນ ຢູ່ໃນເຂດ ເສຖກິດພິເສດ ສາມຫຼ່ຽມຄຳ ເມືອງຕົ້ນເຜິ້ງ ແຂວງ ບໍ່ແກ້ວ.

ເຫດການຕີກັນຂອງແກັງຄົນຈີນ ດັ່ງກ່າວ ເກີດຂຶ້ນໃນວັນທີ 26 ຕຸລາ ກ່ອນທີ່ຈະຖືກເຜີຍແຜ່ ທາງສື່ສັງຄົມອອນລາຍ ໃນມື້ຕໍ່ມາ, ແຕ່ເຈົ້າ ໜ້າທີ່ຍັງບໍ່ສາມາດ ເປີດເຜີຍສາເຫດຂອງການຕີກັນໃນຄັ້ງນີ້.

ເຈົ້າໜ້າທີ່ຕຳຣວດແຂວງບໍ່ແກ້ວ ກໍຢືນຢັນ ຕໍ່ເອເຊັຽເສຣີ ໃນວັນທີ 29 ຕຸລາ ວ່າ ມີແກ໋ງຄົນຈີນຕີກັນແທ້ ແຕ່ຍັງບໍ່ໄດ້ຮັບຣາຍງານ ຣາຍລະອຽດ.

"ກະໂຕນີ້ເນາະ ມັນຍັງບໍ່ໄດ້ມີບົດຣາຍງານ ຫຍັງເທື່ອ ຄືວ່າ ແຫຼ່ງຂ່າວຂະເຈົ້າວ່າມີເນາະ ມີແຕ່ມັນບໍ່ເຫັນບົດຣາຍງານ ຫັ້ນເທື່ອ ຣາຍລະອຽດ ກະເຂດຂະເຈົ້າຮັບຜິດຊອບ."

ໃນຂນະທີ່ ຊາວບ້ານທີ່ອາໃສຢູ່ໃກ້ ເຂດເສຖກິດພິເສດ ສາມຫຼ່ຽມຄຳ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ກຸ່ມຄົນຈີນ ຕີກັນກັບ ກຸ່ມຄົນ ພະມ້າ.

"ໄດ້ຍິນຮູ້ວ່າຂະເຈົ້າຕີກັນ ໜ້າຈະແມ່ນພະມ້າເບິ່ງນິ ຕີກັບຈີນເດ້ ລປພ ຫຼື ເຈົ້າໜ້າທີ່ຮັກສາຄວາມປອດໄພ ບໍ່ສ່ວນຫຼາຍກະມີແຕ່ພະມ້າ."

ໃນຂະນະທີ່ ຊາວບ້ານຢູ່ເມືອງຕົ້ນເຜິ້ງ ກ່າວຕໍ່ເອເຊັຽເສຣີ ວ່າ ເຫດການທີ່ມັນສົ່ງຜົນກະທົບ ຕໍ່ທຸຣະກິດ ຄົນຈີນ ພາຍໃນເຂດເສຖກິດ ພິເສດສາມຫຼ່ຽມຄຳ ເຂົາຈະບໍ່ອະນຸຍາດໃຫ້ເຜີຍແຜ່:

"ອໍ ເຂົາບໍ່ ຂ່າວປະເພດນີ້ ບໍ່ອອກມາດອກ ໃນຄາຊິໂນ ມັນເສຣີ ມັນເປັນເຂດປົກຄອງຕົນເອງເນາະ ສາມາດເຮັດໄດ້ທຸກຢ່າງ ບໍ່ຮູ້ວ່າ ຣັຖບານຂະເຈົ້າມີມາດຕະການ ຄຸ້ມຄອງ ເຂົາແນວໃດ."

ສ່ວນວ່າເຈົ້າໜ້າທີ່ຫ້ອງການປົກຄອງເມືອງຕົ້ນເຜິ້ງ ຜູ້ທີ່ບໍ່ປະສົງອອກຊື່ ແລະ ຕຳແໜ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ບໍ່ຮູ້ເລື່ອງແກ໋ງຄົນຈີນ ຕີກັນເລີຍ ເພາະວ່າມັນເປັນເຂດປົກຄອງເຂົາ:

"ເພາະວ່າ ມັນເປັນເຂດຂອງຂະເຈົ້າ ຮັບຜິດຊອບ ແຕ່ຖ້າແມ່ນຫຍັງເກີດຂຶ້ນນີ້ ຄັນເຂົາບໍ່ແຈ້ງມາ ເຮົາກະບໍ່ຮູ້ຫຍັງນຳເຂົາ ຖ້າວ່າເຮົາໄປ ເອົາເລື່ອງ ໄປສອບ ໄປຖາມ ແລ້ວມັນຈະເປັນການຜິດ ທາງເມືອງເຮົາ ນັ້ນ ບໍ່ມີສິດໄປ່ ກ່ຽວຂ້ອງ ສ່ວນຫຼາຍຂ່າວຢູ່ພີ້ ເຂົາປິດເດ້ ຢູ່ໃນເຂດຂະເຈົ້ານະ ແຖວນີ້ສ່ວນຫຼາຍບໍ່ໄດ້ຍິນຫຍັງແຫຼະ ຂະເຈົ້າບໍ່ເປີດເຜີຍແມ່ນຫຍັງເລີຍ."

ເຈົ້າໜ້າທີ່ກະຊວງແຜນການ ແລະ ການລົງທຶນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ ທຸກເຂດເສຖກິດ ຢູ່ໃນປະເທດລາວ ມີສະພາບໍຣິຫານ ແລະ ຄຸ້ມຄອງເລື່ອງຕ່າງໆ ແຕ່ຕົວຈິງ ກໍບໍ່ສາມາດເຂົ້າໄປ ປະຕິບັດງານຕົວຈິງ:

"ຕາມທຳມະດາ ກະມີສະພາບໍຣິຫານໄທເຮົາ ໃນການຄຸ້ມຄອງ ເປັນຂົວຕໍ່ລະຫວ່າງ ຣັຖໄທເຮົາ ກັບຜູ້ສຳປະທານຫັ້ນ ຈຸດໂຕນັ້ນ ເວລາ ບໍຣິຫານໂຕຈິງເປັນແນວໃດ ບໍ່ເຂົ້າໃຈລົງເລິກ ເຂົ້າໄປຢູ່ໃນ ຂອບເຂດ ໂຕນັ້ນຄືກັນ."

ຕ່າງປະເທດ ໄດ້ຂຶ້ນບັນຊີ ເຂດເສຖກິດ ພິເສດ ສາມຫຼ່ຽມຄຳ ເປັນອົງການອາຊຍາກັມຂ້າມຊາດ.

ໃນວັນທີ 30 ມົກກະຣາ 2019, ກະຊວງການຄັງຂອງສະຫະຣັຖອະເມຣິກາ ໄດ້ອອກຖແລງການ ຂຶ້ນບັນຊີດຳ ບໍຣິສັດ ຄິງໂຮມັນເຈົ້າຂອງ ເຂດເສຖກິດພິເສດ ສາມຫຼ່ຽມຄຳ ໃຫ້ອົງການອາຊຍາກັມຂ້າມຊາດ ໂດຍມີການຄ້າຂາຍຢາເສບຕິດ, ການຄ້າມະນຸດ ແລະ ການຄ້າສັດປ່າ ແລະ ອະວັຍວະສັດປ່າທີ່ຢູ່ໃນບັນຊີຫວງຫ້າມ.

ທ້າຍປີ 2019 ອົງການກວດສອບດ້ານສິ່ງແວດລ້ອມ ຫຼື EIA ທີ່ມີຫ້ອງການໃຫຍ່ຢູ່ ປະເທດອັງກິດ ໄດ້ລາຍງານວ່າ ມີເສືອປະມານ 1,000 ໂຕ ຢູ່ໃນເຂດເສຖກິດພິເສດ ສາມຫຼ່ຽມຄຳ ເພື່ອເອົາໄວ້ຜລິດ ເຫຼົ້າວາຍດູກເສືອ ແລ້ວສົ່ງອອກໄປ ປະເທດຈີນ.

ເຂດເສຖກິດພິເສດ ສາມຫຼ່ຽມຄຳ ໄດ້ສຳປະທານ ທີ່ດິນ 3,000 ເຮັກຕາ ໃນປີ 2007, ມີອາຍຸ ສຳປະທານ 50 ປີ ແລະ ສາມາດຕໍ່ ສຳປະທານໄດ້, ມູນຄ່າການລົງທຶນປະມານ 86 ລ້ານໂດລາ. ແຕ່ການໃຫ້ ສຳປະທານ ໃນ 2007 ນັ້ນຍັງບໍ່ມີກົດໝາຍຮອງຮັບຈົນມາ ຮອດປີ 2009 ຣັຖບານລາວຈຶ່ງມີກົດໝາຍ ວ່າດ້ວຍການສົ່ງເສີມການລົງທຶນ ແລະ ໄດ້ລະບຸບາງມາດຕາ ກ່ຽວກັບການຄຸ້ມຄອງເຂດ ເສຖກິດ ພິເສດ ເອົາໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.