ຊາວດອນສະໂຮງຄືນຫາປາ ຄືເກົ່າ

0:00 / 0:00

ຊາວບ້ານ ໃນເຂດ ກໍ່ສ້າງ ເຂື່ອນ ດອນສະໂຮງ ເປີດເຜີຍ ວ່າ ປັຈຈຸບັນ ພວກເຂົາ ຍັງ ຫາປາ ໃນ ເຂດ ດອນ ສະໂຮງ ດອນ ສະດໍາ ແລະ ຮູ ຊ້າງເຜືອກ ຢູ່ ເຖິງ ທາງການ ລາວ ຈະ ໄດ້ ສັ່ງຫ້າມ ບໍ່ໃຫ້ ມີການ ຫາປາ ແລ້ວ ກໍຕາມ ເພາະ ບໍ່ ສາມາດ ຫາ ອາຊີບ ໃໝ່ ມາ ທົດແທນ ການ ຫາປາ ໄດ້ ເທື່ອ:

"ກໍເຮັດໄປ ຫັ້ນ ແຫລະ ເຂົາ ກໍເຄີຍເຮັດ ກໍເຮັດໄປ ຈົນກວ່າ ເພິ່ນ ສິມີ ການ ພັທນາ ມັນ ລົບກວນ ເພິ່ນຫຍັງ ເຮົາ ກໍຈັງສິ ເຊົາ ໃນເມື່ອ ເພິ່ນ ຍັງ ບໍ່ທັນໄດ້ ລົງມື ເຮົາກໍເຮັດ ໄປ ຕອນນີ້ ຕາມ ເຄີຍເຮັດ ເພາະວ່າ ການ ທໍາມາ ຫາກິນ ເຮົາກໍຍັງ ບໍ່ທັນ ໄດ້ ມີ ວິຊາຊີບ ອີ່ຫຍັງ ຍັງຄືເກົ່າ ຢູ່ ບໍ່ຕິ ດອກ ຄົນ ບ້ານນອກ ເດ້".

ທ່ານ ເວົ້າວ່າ ທໍາອິດ ທີ່ ມີການ ສັ່ງຫ້າມ ນັ້ນ ຊາວບ້ານ ກໍເຊົາ ຫາປາ ໄປຕາມ ຄໍາສັ່ງ ແຕ່ ມາຮອດ ປັຈຈຸບັນ ເມື່ອ ເຫັນວ່າ ໂຄງການ ຍັງບໍ່ໄດ້ ກໍ່ສ້າງ ແລະ ພາກັນ ຂາດ ຣາຍໄດ້ ບໍ່ທັນມີ ອາຊີບ ໃໝ່ ຈຶ່ງຕ້ອງ ກັບ ມາ ຫາປາ ຄືນ ອີກ.

ການໃຊ້ຫລີ່ ໃຊ້ມອງ ກາຍເປັນສິ່ງ ຕ້ອງຫ້າມ ນັບແຕ່ມີ ໂຄງການ ດອນ ສະໂຮງ ແລະ ທາງ ໂຄງການ ກໍເລີ່ມ ປັບປຸງ ສະພາບ ຮູ ສະດໍາ ແລະ ຮູ ຊ້າງເຜືອກ ເພື່ອໃຫ້ ເປັນທາງ ປາ ຜ່ານ. ນັບເປັນ ຣະຍະ ເວລາ ປີ 2 ປີ ມາແລ້ວ ທີ່ ປະຊາຊົນ ໃນເຂດ ກໍ່ສ້າງ ເຂື່ອນ ດອນສະໂຮງ ຖືກສັ່ງຫ້າມ ຫາປາ ແບບ ວິທີ ທີ່ ຊາວບ້ານ ເຄີຍ ເຮັດມາ ບາງຄົນ ທີ່ມີ ອາຊີບ ຫລັກ ຄືການ ຫາປາ ນັ້ນ ຈຶ່ງຈໍາຕ້ອງ ໄປ ຮັບຈ້າງ ຫລື ຍ້າຍໄປ ເຮັດ ວຽກ ໃນ ປະເທດໄທ.

ເຣື່ອງ ຄໍາ ສັນຍາ ຂອງ ໂຄງການ ທີ່ ວ່າຈະ ຫາອາຊີບ ທົດແທນ ການ ຫາປາ ໃຫ້ ຊາວບ້ານ ໂດຍ ສົ່ງເສີມ ການລ້ຽງ ປາ ກະຊັງ ຫລື ລ້ຽງສັດ ອື່ນໆ ນັ້ນ ທີ່ ຜ່ານມາ ມີພຽງແຕ່ ການນໍາ ຊາວບ້ານ 40-50 ຄົນ ໄປ ອົບຮົມ ສ້ອມແປງ ເຄື່ອງ ຈັກ ເທົ່ານັ້ນ ຍັງບໍ່ມີ ການ ຊ່ວຍເຫລືອ ສົ່ງເສີມ ອາຊີບ ໃໝ່ ໃຫ້ ຢ່າງຈິງຈັງ.

ໃນປີ 2008 ອົງການ TERRA ຂອງໄທ ຮ່ວມກັບ ອົງການ Mekong Watch ຂອງ ຍີ່ປຸ່ນ ແລະ ກຸ່ມດອກ ຈໍາປາຂອງ ລາວ ລົງພື້ນທີ່ ສຶກສາ ການປະມົງ ຂອງ ຊາວບ້ານ ໃນເຂດ ສີ ພັນດອນ ເຂດ ທີ່ຈະ ສ້າງ ເຂື່ອນ ດອນສະໂຮງ ນັ້ນ ພົບວ່າ ໃນ ແຕ່ລະປີ ຊາວບ້ານ ຈະ ສາມາດ ຂາຍປາ ທີ່ ຫາໄດ້ ໃນ ເຂດນັ້ນ ໃນມູລຄ່າ ສູງ ເຖິງ 12 ຕື້ ກີບ ຕໍ່ປີ.