ຮຽນຈົບປະຣິນຍາຕຣີ ບໍ່ມີວຽກເຮັດ ແຖມຖືກຕ່າງດ້າວ ຍາດອາຊີບ: ມາຟັງ ນຳກັນ
2023.07.17
ນັກສຶກສາ ທີ່ຮຽນຈົບປະຣິນຍາຕຣີ ໄດ້ເປີດໃຈ ໃຫ້ສັມພາດວ່າ ຮຽນຈົບ ບໍ່ມີວຽກເຮັດ, ບໍ່ມີເງິນ, ບໍ່ມີເສັ້ນສາຍ ສມັກວຽກຍາກ. ພ້ອມດຽວກັນນີ້ ມາຄ້າຂາຍ ເພື່ອຫາລ້ຽງຕົນເອງ ແຕ່ກໍຖືກ ຄົນຕ່າງດ້າວ ໃນປະເທດ ຍາດອາຊີບ ທັງທີ່ວ່າ ກົດໝາຍ ຂອງສປປລາວມີ ແຕ່ກໍປ່ອຍປະລະເລີຍ ບໍ່ປະຕິບັດ ສົ່ງຜົລໃຫ້ຄົນລາວ ທຳມາຫາກິນ ລຳບາກ ໃນຍຸກເສຖກິຈລາວ ຖົດຖອຍ.
ໄມຊູລີ: ສະບາຍດີ ທ່ານຜູ້ຟັງທີ່ເຄົາຣົບ… ຂໍຕ້ອນຮັບທ່ານຜູ້ຟັງ ສູ່ຣາຍການ “ມາຟັງນຳກັນ”. ດຳເນີນ ຣາຍການໂດຍ ໄມຊູລີ ແລະ ໄຊຍາ. ທ່ານຜຸູ້ຟັງ ສັປດານີ້ ຫົວຂໍ້ກໍແມ່ນ “ຮຽນຈົບ ປະຣິນຕຣີ ບໍ່ມີວຽກເຮັດ ແຖມຖືກຕ່າງດ້າວ ຍາດອາຊີບ.”
ສໍາລັບຫົວຂໍ້ ໃນມື້ນີ້ ກໍມີຊາວໜຸ່ມລາວ ໄດ້ເປິດໃຈ ໃຫ້ສັມພາດ ຕໍ່ຣາຍການ ຂອງພວກເຮົາ ກ່ຽວກັບສະພາບ ຄວາມເປັນຈິງ ໃນການທຳມາຫາກິນ ໃນປັດຈຸບັນວ່າ ພົບກັບ ຄວາມລຳບາກຫຼາຍ. ການສັມພາດເທື່ອນີ້ ຊາວໜຸ່ມລາວ ກໍໄດ້ເວົ້າ ໃນປະເດັນ ທີ່ມີຄວາມເປັນຈິງເກີດຂຶ້ນ ໃນສະພາບ ປັດຈຸບັນ. ທ່ານຜູ້ຟັງ ກໍລອງພິຈາຣະນາ ໄປນຳກັນ ທ່ານສາມາດ ອອກຄຳເຫັນ ຊ່ອຍພວກເຮົາ ເພື່ອເປັນການແລກປ່ຽນ ຄວາມຄິດຄວາມເຫັນ ນຳກັນ. ຕອນນີ້ ພວກເຮົາ ເຂົ້າສູ່ຣາຍການກັນເລີຍ ສະບາຍດີ ໄຊຍາ.
ໄຊຍາ: ສະບາຍດີ ທ່ານຜູ້ຟັງ ແລະ ໄມຊູລີ ຣາຍການ ຂອງພວກເຮົາ ສໍາລັບສັັປດານີ້ ພວກເຮົາ ກໍໄດ້ຮັບກຽດ ຈາກຜູ້ຟັງ ເປີດໂອກາດ ໃຫ້ສັມພາດ ເພື່ອແລກປ່ຽນຄວາມເຫັນ ແລະ ສົ່ງບັນຫາໄປຍັງພາກສ່ວນ ທີ່ກ່ຽວຂ້ອງ ເພື່ອແກ້ໄຂ. ກໍຄື ດັ່ງພວກເຮົາ ຮູ້ສະພາບເສຖກິຈ ຂອງລາວ ໃນຕອນນີ້ ຢູ່ໃນໄລຍະທົດຖອຍ ປະຊາຊົນ ຫາກິນ ແລະ ລຳບາກ ເຖິງແມ່ນວ່າ ຈະມີກອງປະຊຸມສະພາ ເຊິ່ງມີ ສສຊ ເປັນໂຕແທນ ປະຊາຊົນ ເຂົ້າໄປຊ່ອງແສງ ບັນຫາ ແຕ່ບັນຫາ ທີ່ສເນີ ກໍຍັງບໍ່ເລິກ ເຖິງຜົລກະທົບ ທີ່ປະຊາຊົນ ຜະເຊີນຢູ່ ໂດຍສະເພາະ ແມ່ນຜູ້ທີ່ມີລາຍໄດ້ໜ້ອຍ ເວົ້າຕາມ ພາສາບ້ານເຮົາ ກາຄົນຫາເຊົ້າກິນຄໍ່າ. ບໍ່ຈັກຄ່າ ອາຫານການກີນ, ຄ່ານໍ້າ, ຄ່່າໄຟ, ຄ່ານໍ້າມັນຣົຖ ແລະ ອີກຫຼາຍ ຄ່າໃຊ້ຈ່າຍ ແຕ່ລາຍຮັບ ພັດຍັງຕໍ່າຢູ່. ເຊິ່ງກໍຕ່າງຈາກ ພະນັກງານການນຳ ທີ່ມີພ້ອມ ທັງເງິນຄຳ ຖານະທາງຕຳແໜ່ງ ແຕ່ກໍຍັງບໍ່ສາມາດ ແກ້ໄຂບັນຫາ ໃຫ້ປະຊາຊົນໄດ້ ເຊັ່ນ ບັນຫາເງິນເຟີ້ ມັນເປັນມາຫຼາຍສິບປີແລ້ວ, ສໍ້ຣາສບັງຫຼວງ ແລະ ອື່ນໆ ເຖິງຈະປະຊຸມກັນ ຕາມວາລະ ກໍຍັງແກ້ໄຂບໍ່ໄດ້.
…
(ເຊີນທ່ານ ຟັງຣາຍລະອຽດ ຈາກສຽງ ທີ່ໄດ້ບັນທຶກໄວ້ ຂ້າງເທິງນັ້ນ)