ທາງການລາວ ຈະເອົາດິນ ຈາກຊາວບ້ານ ຈຳນວນ 137 ຄອບຄົວ ຢູ່ບ້ານໜອງຄ້າງ ເມືອງຊຳເໜືອ ແຂວງຫົວພັນ ໃຫ້ໂຄງການ ສ້າງ ສູນການຄ້າ ຂນາດໃຫຍ່ ຂອງ ນັກລົງທຶນ ວຽດນາມ ຊຶ່ງ ຈະຕ້ອງມີການ ໂຍກຍ້າຍ ຊາວບ້ານ. ຕາມຄຳເວົ້າ ຂອງ ເຈົ້າໜ້າທີ່ ເມືອງ ຊຳເໜືອ ໃນວັນທີ 19 ພຶສພາ 2016:
"ສູນການຄ້າຂະເຈົ້າ ລະແມ່ນວ່າ ຢາກຕັ້ງບ່ອນ ບ້ານປະຊາຊົນ ທຸກມື້ນີ້ນະ ຈໍານວນ 137 ຄອບຄົວ ປະຊາຊົນ ຍົກຍ້າຍ ເຂົາກະສິ ມາຕັ້ງ ຂອງຄົນລາວ ບໍ່ຂອງຄົນວຽດ ເຮົາບໍ່ຮູ້ເດີ".
ທ່ານກ່າວວ່າ ແຕ່ກ່ອນ ມີຂ່າວວ່າຊາວບ້ານ ຈະຕ້ອງໄດ້ ເສັຽດິນ ໃຫ້ໂຄງການ ສ້າງສນາມບິນ ສາກົລ ໜອງຄ້າງ ຂອງ ບໍຣິສັດ ຮອງແອັງຍາລາຍ ຂອງ ວຽດນາມ. ແຕ່ມາ ປັຈຈຸບັນ ທາງ ບໍຣິສັດນີ້ ປ່ຽນໃຈ ບໍ່ຂຍາຍ ການກໍ່ສ້າງ ມາຮອດດິນ ຂອງ ປະຊາຊົນ ແລ້ວ. ແຕ່ ທາງການລາວ ຈະມອບດິນ ເຂດນັ້ນໃຫ້ ໂຄງການ ສ້າງສູນ ການຄ້າ ແລະ ວ່າຈະຈ່າຍ ຄ່າຊົດເຊີຍ ພ້ອມທັງ ໃຫ້ ບ້ານຈັດສັນ ແກ່ ປະຊາຊົນ.
ທ່ານກ່າວອີກວ່າ ເຖິງຢ່າງໃດ ກໍຕາມ ຊາວບ້ານ 137 ຄອບຄົວ ກໍຍັງເວົ້າ ເປັນ ສຽງດຽວກັນວ່າ ພວກເຂົາເຈົ້າ ຈະບໍ່ຍອມ ເສັຽ ທີ່ດິນ ໃຫ້ແກ່ ໂຄງການ ດັ່ງກ່າວ ຢ່າງ ເດັດຂາດ ເພາະ ບໍ່ເຊື່ອວ່າ ເມື່ອໂຍກຍ້າຍ ໄປຢູ່ບ່ອນໃໝ່ແລ້ວ ຊີວິດ ການເປັນຢູ່ ຂອງ ພວກເຂົາເຈົ້າ ຈະດີຂຶ້ນ ກວ່າເກົ່າ. ຜ່ານມາ ທາງການລາວ ກໍຍັງບໍ່ໄດ້ ຊີ້ແຈງ ເຣື່ອງ ການຊົດເຊີຍ ຄວາມເສັຽຫາຍ ໃຫ້ຊາວບ້ານ ໄດ້ຮັບຮູ້ ແຕ່ຢ່າງໃດ, ດັ່ງນັ້ນ ຊາວບ້ານຫຼາຍຄົນ ຈຶ່ງບໍ່ໝັ້ນໃຈ ໃນເຣື່ອງນີ້.
ຂໍ້ມູນເພີ່ມຕື່ມ ຂອງ ເຈົ້າໜ້າທີ່ ຣະບຸວ່າ ແຜນການສ້າງ ສູນການຄ້າ ດັ່ງກ່າວ ເປັນສ່ວນນຶ່ງ ຂອງ ໂຄງການ ເຂດເສຖກິດ ພິເສດ ໜອງຄ້າງ ເມືອງຊໍາເໜືອ ແຕ່ຍັງບໍ່ ສາມາດ ເປີດເຜີຍ ໄດ້ວ່າໃຜ ຈະເປັນຜູ້ສ້າງ ແລະ ຈະເລີ່ມສ້າງ ເມື່ອໃດ. ໂຄງການນີ້ ຢູ່ ໃກ້ສນາມບິນ ສາກົລ ໜອງຄ້າງ ທີ່ ກໍາລັງກໍ່ສ້າງ ແລະ ຈະສໍາເຣັດ ໃນຕົ້ນປີ 2018.