ຕໍາລາ ຄ້າໄມ້ດູ່ ລັບຫຼັງ ເລກ 15/ນຍ

ອຸ່ນແກ້ວ ສຸກສະຫວັນ
2021.03.02
ຕໍາລາ ຄ້າໄມ້ດູ່ ລັບຫຼັງ ເລກ 15/ນຍ ໄມດູ່ ທີ່ນາຍໜ້າຄົນຈີນ ແລະ ຄົນລາວ ມາຊື້ຢູບ້ານໃໝ່ ເມືອງສນາມໄຊ ແຂວງອັດຕະປື. ຮູບຖ່າຍທ້າຍເດືອນ ກຸມພາ 2021 ໂດຍນັກຂ່າວພົລເມືອງ
ຮູບຖ່າຍທ້າຍເດືອນ ກຸມພາ 2021 ໂດຍ: ນັກຂ່າວພົລເມືອງ

ມີການຮັບຊື້ໄມ້ດູ່ ຈາກຊາວບ້ານ ຢູ່ເມືອງສນາມໄຊ ແຂວງອັດຕະປື, ແຕ່ມີການເຊື່ອງໄມ້ ທີ່ຖືກຕັດອອກມາຈາກ ປ່າສງວນ ເຊປຽນ -ເຊນ້ຳນ້ອຍ.

ຊາວແຂວງອັດຕະປື ຜູ້ທີ່ຮູ້ເຫດການ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 2 ມີນາ ວ່າ:

ເຈົ້າໜ້າທີ່ແຂວງອັດຕະປື ອະນຸຍາດໃຫ້ເອກກະຊົນ ຮັບຊື້ໄມ້ເກົ່າ ຫຼື ທີ່ຮູ້ຈັກກັນດີວ່າເປັນ ໄມ້ນອນ-ຂອນຕາຍ ທີ່ຕົກຄ້າງຢູ່ ແຂວງອັດຕະປື ເມືອງສນາມໄຊ, ແຕ່ມີການເອົາໄມ້ ທີ່ຖືກຕັດໄວ້ກ່ອນໜ້ານີ້ ອອກມາປົນກັບໄມ້ ທີ່ຮັບຊື້ ແລ້ວສົ່ງເຂົ້າໂຮງງານ.

ຊາວແຂວງອັດຕະປື ທ່ານນີ້ ກ່າວຕື່ມວ່າ:

ໂຮງງານໄມ້ຢູ່ແຂວງອັດຕະປື ໝົດໂຄຕາ ທີ່ຈະຕັດໄມ້ອອກແລ້ວ, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງອະນຸຍາດ ເອກກະຊົນຮັບຊື້ໄມ້ນຳ ຊາວບ້ານ ສ່ວນນຶ່ງກໍເປັນໄມ້ເກົ່າ ແລະ ອີກສ່ວນນຶ່ງ ກໍເປັນໄມ້ມາຈາກ ປ່າສງວນແຫ່ງຊາດ ເຊປຽນ-ເຊນ້ຳນ້ອຍ.

ການຮັບຊື້ໄມ້ ມີຢູ່ບ້ານໂຄກກ່ອງ, ບ້ານໃໝ່, ບ້ານຫາດໃຫຍ່, ບ້ານສົ້ມປ່ອຍ ແລະບ້ານປາກບໍ່ ທີ່ຂຶ້ນກັບເມືອງສນາມໄຊ ແຂວງ ອັດຕະປື ທີ່ຢູ່ບໍ່ຫ່າງຈາກ ປ່າສງວນແຫ່ງຊາດ ເຊປ່ຽນ-ເຊນ້ຳນ້ອຍ.

ຊາວແຂວງອັດຕະປື ທ່ານນີ້ ກ່າວວ່າ:

ຜູ້ຮັບຊື້ ແມ່ນຄົນຈີນແທ້ ແລ້ວອອກຊື່ຄົນລາວ ໃຫ້ຮັບຊື້ ແລະຫຼັງຈາກນັ້ນ ຈະນຳໄມ້ເຂົ້າໄປໂຮງເລື່ອຍ ຢູ່ເຂດເມືອງໄຊເສດຖາ ແຂວງອັດຕະປື. ຊຶ່ງມາຮອດປັດຈຸບັນ ມີການຮັບຊື້ ໄມ້ດູ່ ປະມານ 3,000 ແມັດກ້ອນ.

ຊາວບ້ານໄດ້ຮັບອະນຸຍາດ ໃຫ້ເອົາໄມ້ຢູ່ໃນເຂດປ່າສງວນ ແລ້ວເອົາມາຂາຍໃຫ້ນາຍໜ້າ ທີ່ເປັນຄົນລາວໃນລາຄາ 1,000 ກີບ ຕໍ່ກິໂລກຼັມ ແລ້ວນາຍໜ້າຂາຍຕໍ່ ໃຫ້ພໍ່ຄ້າຄົນຈີນ ໃນລາຄາ 1,300 ກີບ ຕໍ່ກິໂລກຼັມ.

ຊາວແຂວງອັດຕະປື ທ່ານນີ້ ກ່າວຕື່ມອີກວ່າ:

ແຂວງອື່ນກໍຍັງບໍ່ທັນມີການ ປະກາດຂາຍໄມ້ ຊຶ່ງມີແຕ່ແຂວງອັດຕະປີ ເຮັດແລະບໍ່ໄດ້ປະຕິບັດ ຄຳສັງເລກທີ 15 ນຍ. ການຕັ້ງ ສນາມໄມ້ ແລະຮັບຊື້ໄມ້ ໂດຍໃຫ້ຊາວບ້ານໄປ ຊອກຫາໄມ້ມາຂາຍ.

ໃນຂນະທີ່ ຊາວເມືອງສນາມໄຊ ກ່າວວ່າ ຢູ່ເຂດບ້ານໃໝ່ ກໍມີການເປີດຮັບຊື້ໄມ້ ກັນຢ່າງແຜ່ຫຼາຍ ແລະ ມີປະຊາຊົນໄປເອົາໄມ້ ມາຂາຍ:

"ເຫັນເຂົາເອົາໄປໄມ້ອັນນັ້ນນ່າ ເປັນໄມ້ກິໂລ ໂອຫຼາຍໆ ຈັກມັນເປັນໄມ້ໂລ ຈັກມັນເປັນໄມ້ຫຍັງ ບໍ່ອຶດບໍ່ຢາກ ເປັນພັນໆ ແມັດກ້ອນ ຢູ່ບ້ານໃໝ່ຫັ້ນເດ້ ເຂົາເຮັດຢູ່ບ້ານໃໝ່ຫັ້ນເດ້."

ຊາວເມືອງສນາມໄຊ ທ່ານນີ້ ກ່າວຕື່ມອີກວ່າ ມີຄົນຈີນ, ຄົນວຽດນາມ ແລະ ຄົນລາວ ເຂົ້າມາຊື້:

"ເຮັດໂປເຮັດຫຍັງຢູ່ຫັ້ນ ພວກຈີນ ພວກລາວ ພວກວຽດ ຢູ່ຫັ້ນໝົດ ມີຈີນ, ມີວຽດ, ມີລາວ ເຂົາມີຂຸດຄົ້ນໄມ້ຢູ່ຫັ້ນ ຊື້ໄມ້."

ມີການຮັບຊື້ໄມ້ ເລີ່ມມາແຕ່ຕົ້ນ ເດືອນກຸມພາ 2021 ເປັນຕົ້ນມາ ແລະ ປະຊາຊົນເຂົ້າໃຈວ່າ ເຈົ້າໜ້າທີ່ຣັຖເປັນຜູ້ອະນຸຍາດ. ຊາວເມືອງສນາມໄຊ ອີກທ່ານນຶ່ງ ກ່າວຕໍ່ເອເຊັຽເສຣີ ວ່າ:

"ກະຢູ່ບ້ານໃໝ່ນີ້ ເຂົາຕັ້ງໂປ [ເປີດຮັບຊື້ໄມ້] ກະມີ ຢູ່ບ້ານໃໝ່ນີ້ ຈີນ ຕັ້ງໂປຢູ່ຫັ້ນ ຈີນຕັ້ງໂປຢູ່ຫັ້ນມີ ເຂົ້າຕັ້ງໂປຢູ່ຫັ້ນ ມີແຕ່ຈີນ ມາຕັ້ງໂປຢູ່ຫັ້ນ ມີແຕ່ເປັນຈັ່ງຊີ້ຫົວໜ້າເດີ ເຂົາເອົາໄມ້ ມາຕັ້ງໄວ້ຢູ່ບ້ານໃໝ່ນີ້ ຢູ່ຂ້າງທາງປູຢາງນີ້ນ່າ ແຕ່ວ່າ ເຂົາມາຕັ້ງ ຈັ່ງວ່າແຫຼ ກະຊິຂຶ້ນກັບພັກ ກັບຣັຖບໍ ທາງບ້ານນີ້ ບໍ່ຮູ້ຫັ້ນນ່າ."

ເຈົ້າໜ້າທີ່ຂັ້ນເມືອງແລະແຂວງ ເປັນຜູ້ອະນຸຍາດ ໃຫ້ມີການຮັບຊື້ໄມ້ໃນຄັ້ງນີ້, ຊາວເມືອງສນາມໄຊ ທ່ານນີ້ ກ່າວຕື່ມອີກວ່າ:

"ແມ່ນລະຄົນຈີນຫັ້ນແຫຼະ ມາຕັ້ງໂປ ຢູ່ຫັ້ນ ເຈົ້າເມືອງເຈົ້າແຂວງຫັ້ນແຫຼະເຫັນດີ ໂອມີແຕ່ໄມ້ດູ່ ໄມ້ດູ່ນີ້ແມ່ນໄມ້ທ່ອນຕັນ ໄມ້ປິກ ລະກະໄມ້ກະຕໍຫັ້ນ ທ່ອນສັ້ນ ທ່ອນຍາວຫັ້ນ ແມ່ນລະເຂົາໄປຕັດຢູ່ປ່າຢູ່ດົງ ຫັ້ນແຫຼະ ຈັ່ງວ່າຕີ້ ເຂົາຫ້າມຄືກັນ ກະມີການຕົກລົງ ຂອງຂັ້ນເຈົ້າເມືອງ ເຈົ້າແຂວງຫັ້ນແຫຼະ."

ສ່ວນວ່າ ທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າຜແນກກະສິກັມ ແລະປ່າໄມ້ ແຂວງອັດຕະປື ກ່າວຕໍ່ເອເຊັຽເສຣີວ່າ: ເປັນ ການເກັບຊື້ໄມ້ ແບບເສດຢູ່ເຂດພື້ນທີ່ ພັຍພິບັດຕາມ ການຕົກລົງຂອງຣັຖບານ, ແຕ່ບໍ່ໄດ້ໄປຕັດໄມ້ຢືນຕົ້ນ. ດັ່ງທ່ານໃຫ້ສໍພາດວ່າ:

ນັກຂ່າວ: ຄືວ່າ ມີການຮັບຊື້ໄມ້ກັນຢູ່ ເມືອງສນາມໄຊ ໂຕນີ້ ມັນເປັນຈັ່ງໃດ ທ່ານ?

ທ່ານ ພອນປະເສີດ: ເພິ່ນຫັ້ນຕີ້ ເກັບກູ້ໄມ້ຢູ່ເຂດພັຍພິບັດ ເມືອງສນາມໄຊ ໂຕນີ້.

ນັກຂ່າວ: ໂຕນີ້ ຄືວ່າ ມີການເກັບຊື້ກັນ ຄືວ່າຄຳສັ່ງນາຍົກ ເພິ່ນອອກມາຄືວ່າ ສັ່ງຫ້າມ?

ພອນປະເສີດ: ບໍ່ແມ່ນ ໂຕນີ້ ມັນນອນໃນອັນຂໍ້ ອັນນັ້ນເດ້ ຣັຖບານ ເພິ່ນຕົກລົງຫັ້ນເດ້ ເກັບກູ້ໄມ້ໃນເຂດພັຍພິບັດ ທີ່ຖືກຜົນ ກະທົບຈາກພັຍພິບັດ ເລກທີ ທໍ່ໃດນໍ້ 919 ເບາະ.

ນັກຂ່າວ: ເພິ່ນອອກດົນປານໃດ ຄຳສັ່ງໂຕນີ້?

ພອນປະເສີດ: ເພິ່ນເກັບກູ້ໄມ້ ທີ່ຖືກຜົນກະທົບ ພັຍພິບັດ ເລກທີ 919 ຫັ້ນນ່າ.

ນັກຂ່າວ: ເພິ່ນອອກດົນລະເບາະ ທ່ານ?

ພອນປະເສີດ: ປີນີ້ລະ, ປີ 2019, 2020.

ນັກຂ່າວ: ໂອ, ຣັຖບານເປີດໃຫ້ແມ່ນບໍ່?

ພອນປະເສີດ: ເຈົ້າມັນມີໜັງສືລະກະ ເກັບກູ້ ຢູ່ໃນເຂດນັ້ນ.

ນັກຂ່າວ: ແຕ່ວ່າ ໄມ້ອັນນັ້ນ ມັນເປັນໄມ້ແດງໄດ໋ ທ່ານ ມັນເປັນໄມ້ຫວງຫ້າມໄດ໋ ໄມ້ດູ່ ໄມ້ແດງ ໄດ໋ ໂຕນັ້ນນະທີ່ວ່າເຫັນ ຫັ້ນນະ?

ພອນປະເສີດ: ເອີ, ໄມ້ຕະໂຫຼດ ໂຕດເດດ ໄມ້ປີດ ໄມ້ປາຍ ຢູ່ນຳໃນບ້ານເຂົາ ຫັ້ນແຫຼວ. ບໍ່ແມ່ນເຮົາຊິໄປຕັດໄມ້ຢືນຕົ້ນ ຫຍັງ.

ນັກຂ່າວ: ອັນເຂົາເຈົ້າເວົ້າມານີ້ ເຂົາວ່າ ມັນມີຄົນເຊື່ອງໄມ້ໄວ້ແລ້ວ ແລ້ວຈັ່ງຄ່ອຍໄປມີການ...?

ພອນປະເສີດ: ບໍ່ ບໍ່ ບໍ່ແມ່ນ ບໍ່ແມ່ນ.

ນັກຂ່າວ: ຊາວບ້ານເບາະ ເປັນຜູ້ເກັບຊື້ທ່ານ?

ພອນປະເສີດ: ຊາວບ້ານ ຊາວບ້ານ ຊາວບ້ານ. ດຽວນີ້ຖືວ່າ ປັດຈຸບັນ ພວກເຮົາກະໄດ້ສັ່ງຢຸດລະ.

ນັກຂ່າວ: ໂອ, ສັ່ງຢຸດລະ. ອັນຈຳນວນເທົ່າໃດ ທີ່ວ່າ ເພິ່ນເກັບຊື້ ຢູ່ຫຼາຍໆ ຈຸດຫັ້ນ ທີ່ວ່າ ຢູ່ສນາມໄຊ ຄືວ່າ ມີ 5 ຈຸດ, 6 ຈຸດ ພຸ້ນ?

ພອນປະເສີດ: ຍັງບໍ່ທັນຮູ້, ດຽວນີ້ ກຳລັງໃຫ້ວິຊາການ ເຂົາກຳລັງສະຫຼຸບຢູ່.

ນັກຂ່າວ: ອັນເຂົາເຈົ້າສະຫຼຸບລະ ໄດ້ຂໍ້ມູນມາຈັ່ງໃດລະທ່ານ?

ພອນປະເສີດ: ຍັງບໍ່ທັນໄດ້ສະຫຼຸບລະອຽດ ມອບໃຫ້ທາງເມືອງ ກັບຂະແໜງການກ່ຽວຂ້ອງ ຍັງໄປເຮັດຢູ່.

ນັກຂ່າວ: ເພາະວ່າ ເຫັນເຂົາເຈົ້າຂາຍກັນວຶ່ນວັ່ນ ວຶ່ນວັ່ນ ປານບຸນ ຊັ້ນດອກ ເຂົາເຈົ້າວ່າຫັ້ນນະ?

ພອນປະເສີດ: ບໍ່ຢຸດແລ້ວ.

ນັກຂ່າວ: ເປັນຫຍັງຄືວ່າການປ່ອຍໃຫ້ ມີການຊື້ກັນແບບຊະຊາຍແທ້ ທ່ານບໍ່ໄດ້ສັ່ງຫ້າມຫວະ ຄືຈັ່ງໃດ?

ພອນປະເສີດ: ບໍ່ ບໍ່ແມ່ນໄດ້ຮັບຊື້ກັນ ຊະຊາຍ ມັນມີຄະນະກຳມະການ ເມືອງ ບ້ານເດ້ ເຂົາເຮັດ.

ນັກຂ່າວ: ອັນນີ້ ແຂວງອະນຸມັດເບາະ ຄືຈັ່ງໃດ?

ພອນປະເສີດ: ແມ່ນໆໆ.

ນັກຂ່າວ: ແຂວງເປັນຜູ້ອະນຸມັດ?

ພອນປະເສີດ: ແຂວງກະອີງໃສ່ໜັງສື ຂອງຣັຖບານຫັ້ນແຫຼະ ໄມ້ທີ່ໃນເຂດພັຍພິບັດ ເມືອງສນາມໄຊ ໃນບ້ານທີ່ຖືກ ຜົນກະທົບ.

ນັກຂ່າວ: ໂຕນີ້ໄປຕັດມາຫວະ ຕັ້ງເຂົ້າໄປຕັດຫວະ?

ພອນປະເສີດ: ບໍ່ມີ ບໍ່ບໍ່. ໄປເກັບ ບໍ່ແມ່ນໄປຕັດ. ໄມ້ມັນຂະໂຫຼກໂຂກເຂກ ໄມ້ປີດ ໄມ້ປາຍ.

ນັກຂ່າວ: ທ່ານ ພອນປະເສີດ. ໄມ້ທີ່ຂ້າພະເຈົ້າ ເຫັນນີ້ ມັນເປັນໄມ້ແດງ ເນື້ອດີໄດ໋ ມັນບໍ່ແມ່ນໄມ້ໂດກ ທີ່ມາຈາກ ໄມ້ນອນ ຂອນຕາຍໄດ໋ ທ່ານ.

ພອນປະເສີດ: ກະໂຕດີ ເຂົາກະເລືອກເອົາມາໃຊ້.

ນັກຂ່າວ: ຄືວ່າ ເປັນໄມ້ທີ່ເຂົາເຈົ້າເຊື່ອງໄວ້ນີ້ນະ.

ພອນປະເສີດ: ບໍ່ແມ່ນ ບໍ່ແມ່ນໄມ້ເຊື່ອງ ຫຍັງອັນນີ້. ອັນນີ້ ກະຕ້ອງໄປກວດເບິ່ງກ່ອນວ່າ ໃຜເຊື່ອງ ໃຜບໍ່ເຊື່ອງເດີ. ອັນນີ້ ກະບໍ່ທັນໄດ້ຮູ້ວ່າ ເຂົາເຊື່ອງແຫຼະ.

ນັກຂ່າວ: ຄືວ່າ ມີເຈ້ໝວຍເບາະ ເປັນຜູ້ຮັບຊື້ ເຈ້ໝວຍ ໄດ້ສຳປະທານຫວະ ຄືຈັ່ງໃດ?

ພອນປະເສີດ: ລະບໍ່ແມ່ນວ່າ ສຳປະທານ ແຂວງກະວ່າ ຕົກລົງໃຫ້ລາວຫັ້ນແຫຼະ ເປັນຜູ້ຊື້.

ນັກຂ່າວ: ແຂວງອະນຸມັດໃຫ້ລາວ ເປັນຜູ້ຊື້ເນາະ ບາດນີ້ ເອົາມາລະ ມັນຊິມີການແປຮູບບໍ່ ຫຼືວ່າ ຊິສົ່ງອອກເລີຍ?

ພອນປະເສີດ: ກະແປຮູບເປັນໂຕະ ເປັນຕັ່ງເດ້ ເປັນຊະໂລ້ງ ອີ່ຫຍັງນີ້ແຫຼະ. ເຮັດຫຍັງໄດ້ ກະແມ່ນໄດ້ເຮັດຫັ້ນນ່າ.

ນັກຂ່າວ: ແປຮູບນີ້ ມັນຊິບໍ່ມີຍັດໄສ້ເບາະ ເວລາອອກໄປນີ້?

ພອນປະເສີດ: ບໍ່ຮູ້ນຳເຂົາເດີ ໂຕນີ້ເດີ ບໍ່ຮູ້ນຳເຂົາເດີ, ຍັດໄສ້ ຍັດພຸງ ບໍ່ຮູ້ຈັກ.

ນອກຈາກນີ້ ທີ່ຜ່ານມາ ຢູ່ແຂວງອັດຕະປື ກໍມີການຢຶດ ແລະ ຈັບລົດໄມ້ຫຼາຍຄັນ ຫຼັງຈາກທີ່ມີການອອກຄຳສັ່ງ ເລກທີ 15 ຂອງ ນາຍົກ ຣັຖມົນຕຼີ.

ໃນປີ 2017, ເຈົ້າໜ້າທີ່ສະເພາະກິດ ໄດ້ລົງໄປຢຶດລົດໄມ້ 27 ຄັນ ຢູ່ ດ່ານສາກົນພູເກືອ ແຂວງອັດຕະປື ແລະ ໄດ້ເອົາໄມ້ ດັ່ງກ່າວ ອອກມາປະມູນຂາຍ ຊຶ່ງບັນຫາດັ່ງກ່າວ ເຮັດໃຫ້ ທ່ານ ນາມ ວິຍາເກດ ເຈົ້າແຂວງອັດຕະປື ໃນເວລານັ້ນ ຖືກປົດຕຳແໜ່ງ ໃນເວລາຕໍ່ມາ.

ໃນເດືອນ ກໍຣະກະດາ 2020, ເຈົ້າໜ້າທີ່ສະເພາະກິດ ໄດ້ຈັບ-ຢຶດລົດໄມ້ ອີກ 4 ຄັນ ທີ່ບັນທຸກໄມ້ ຈຳນວນ 240 ແມັດກ້ອນ ທີ່ລະເມີດ ຄຳສັ່ງເລກທີ 15 ຂອງນາຍົກຣັຖມົນຕຼີ ຢູ່ດ່ານ ສາກົນພູເກືອ, ແຕ່ ເຈົ້າໜ້າທີ່ ແຂວງອັດຕະປື ບໍ່ມີການປະກາດ ປະມູນຂາຍໄມ້ຈຳນວນດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.