ຂັ້ນຕອນການລົງທະບຽນສ້າງ ບັນຫາ

ສິດນີ
2015.04.21
F-Luangprabang ແຂວງຫລວງພຣະບາງ
Marcel

ເຈົ້າຫນ້າທີ່ ຊັພຍາກອນ ທັມມະຊາດ ແລະ ສິ່ງ ແວດລ້ອມ ທີ່ ແຂວງ ຫລວງ ພຣະບາງ ເວົ້າວ່າ ປັດຈຸບັນ ມີ 12 ບໍຣິສັດ ຕ້ອງການ ລົງທຶນ ສຶກສາ ສຳຣວດ ຄວາມ ເປັນໄປໄດ້ ໃນການ ຂຸດຄົ້ນ ແຮ່ທາດ ໃນ ແຂວງ ຫລວງ ພຣະບາງ ແຕ່ມີ ຄວາມ ຫຍຸ້ງຍາກ ໃນການ ລົງ ທະບຽນ ດຳເນີນ ທຸຣະກິດ. ດັ່ງ ທ່ານ ກ່າວ ວ່າ:

"ແຜນ ພັທນາ ຫລວງ ພຣະບາງ ປີນີ້ ກໍຍັງ ຂະເຈົ້າ ບໍ່ໄດ້ ຕົກລົງ ຫຍັງເທື່ອ ຢູ່ໃນ ໃບ ອະນຸຍາດ ທຸຣະກິດ ທະບຽນ ວິສາຫະກິດ ຍັງ ບໍ່ມີ ເທື່ອ".

ທ່ານ ກ່າວ ຕື່ມວ່າ ອີກ ບັນຫາ ນຶ່ງ ທີ່ ເຮັດໃຫ້ ໂຄງການ ລົງທຶນ ໃນ ແຂວງ ຫລວງ ພຣະບາງ ຊັກຊ້າ ເປັນຍ້ອນ ວ່າ ການ ຂຸດຄົ້ນ ແລະ ການ ສຳຣວດ ຕ້ອງໄດ້ ໃຊ້ ເນື້ອທີ່ ຫຼາຍ ຊຶ່ງສົ່ງ ຜົລກະທົບ ຕໍ່ການ ເປັນຢູ່ ຂອງ ປະຊາຊົນ ຫລື ທີ່ຢູ່ ອາໄສ ຂອງ ຊາວບ້ານ. ມີຫຼາຍໆ ໂຄງການ ບໍ່ ສາມາດ ຫາ ທີ່ດິນ ຊົດເຊີຍ ໃຫ້ ປະຊາຊົນ ຜູ້ ທີ່ໄດ້ຮັບ ຜົລ ກະທົບ ໄດ້ ຈຶ່ງຕ້ອງ ໂຈະ ການ ລົງທຶນ ໄວ້ກ່ອນ.

ທ່ານວ່າ ໃນ ຈຳນວນ 12 ບໍຣິສັດ ທີ່ ສົນໃຈ ລົງທຶນ ນັ້ນ ເປັນ ບໍຣິສັດ ພາຍໃນ 5 ບໍຣິສັດ ແລະ ບໍຣິສັດ ຕ່າງຊາດ 7 ບໍຣິສັດ, ສ່ວນ ຫລາຍ ແມ່ນ ບໍຣິສັດ ຈາກ ຈີນ ແລະ ວຽດນາມ ໃນ ເນື້ອທີ່ ເປົ້າຫມາຍ ໂດຍຮວມ ໃນການ ສຳຣວດ ແລະ ຄົ້ນຄວ້າ 3351 ກິໂລແມັດ ມົນທົນ, ຈະມີການ ສຳຣວດ ແຮ່ທາດ ສັງກະສີ, ເງິນ ແລະ ຄຳ ເປັນ ສ່ວນໃຫຍ່ ແລະ ເນື້ອທີ່ ການ ສຳຣວດ ບາງສ່ວນ ກວມເອົາ ດິນ ຊາວບ້ານ.

ຜ່ານມາ ການຂຸດຄົ້ນ ແຮ່ທາດ ແຂວງ ຫຼວງ ພຣະບາງ ໄດ້ສົ່ງ ຜົລກະທົບ ຕໍ່ສິ່ງ ແວດລ້ອມ ແລະ ທີ່ດິນ ປູກຝັງ ຂອງ ປະຊາຊົນ ຢ່າງ ຫລວງຫລາຍ ດັ່ງ ທີ່ ເມືອງ ປາກອູ ປະຊາຊົນ ກໍ ເຄີຍ ຮຽກຮ້ອງ ຕໍ່ ທາງການ ແຕ່ ບໍ່ມີການ ແກ້ໄຂ ບັນຫາ ດັ່ງກ່າວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.